ທ່ານນາຍົກຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອິນເດຍ ແລະ ວັນຊາດອິນເດຍ - ອິດສະຫຼະ

ທ່ານນາຍົກຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອິນເດຍ ແລະ ວັນຊາດອິນເດຍ



ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ນາເຣນທຣາ ໂມດີ ນາຍົກລັດຖະມົນຕີແຫ່ງສາທາລະນະລັດ ອິນເດຍ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ຈະນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ສະເຫຼີມສະຫຼອງການພົວພັນອາຊຽນ-ອິນເດຍ ຄົບຮອບ 25 ປີ ແລະ ງານສະເຫຼີມສະຫຼອງວັນຊາດອິນເດຍຄົບຮອບ 69 ປີ, ໃນລະຫວ່າງວັນທີ 24-27 ມັງກອນ 2018 ທີ່ນິວເດັນລີ, ປະເທດອິນເດຍ.

ອາຊຽນ ແລະ ອິນເດຍເລີ່ມຕົ້ນສາຍພົວພັນຢ່າງເປັນທາງການໃນປີ 1992 ໃນລັກສະນະຄູ່ເຈລະຈາສະເພາະດ້ານ ແລະ ຍົກລະດັບຂຶ້ນເປັນຄູ່ເຈລະຈາຢ່າງສົມບູນເມື່ອປີ 1995 ຕໍ່ມາໄດ້ພັດທະນາຄວາມສຳພັນຂຶ້ນສູ່ລະດັບປະຊຸມສຸດຍອດຄັ້ງທຳອິດເມື່ອວັນທີ 5 ພະຈິກ 2002 ທີ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ.

ສາຍພົວພັນອາຊຽນ-ອິນເດຍເປັນຄວາມສຳພັນຮອບດ້ານໃນຖານະຮຸ້ນສ່ວນ ໂດຍມີເອກະສານ "ASEAN India Partnetship for Peasce, Progress and Shared Prosperity" ກຳນົດແນວທາງໃນການດຳເນີນການຮ່ວມມືໃນດ້ານການເມືອງ, ເສດຖະກິດ ແລະ ການຮ່ວມມືເພື່ອການພັດທະນາ ແລະ ມີແຜນປະຕິບັດການຮອງຮັບ ລວມທັງໄດ້ມີການຈັດຕັ້ງ ASEAN-India Fund ເພື່ອສະໜັບສະໜູນການດຳເນີນງານໃນການຮ່ວມມືດັ່ງກ່າວ.

ກອງປະຊຸມສຸດຍອດອາຊຽບ-ອິນເດຍ ຄັ້ງຫຼ້າສຸດ ຄັ້ງທີ 14 ແມ່ນຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ສປປ.ລາວ ເມື່ອວັນທີ 8 ກັນຍາ 2016 ທີ່ຜ່ານມາ ກອງປະຊຸມໄດ້ກ່າວເຖິນການຮ່ວມມືລະຫວ່າງອາຊຽນກັບອິນເດຍທີ່ຄວບຄຸມໃນທຸກດ້ານທັງທາງດ້ານການເມືອງ ແລະ ຄວາມໝັ້ນຄົງ, ດ້ານເສດຖະກິດ ແລະ ດ້ານສັງຄົມ-ວັດທະນະທຳ.

ດ້ານການເມືອງ ແລະ ຄວາມໝັ້ນຄົງໄດ້ແກ່ ການຮ່ວມມືໃນດ້ານການຕໍ່ຕ້ານການກໍ່ການຮ້າຍ, ລັດທິຫົວຮຸນແຮງ, ຄວາມປອດໄພທາງໄຊເບີ້, ການເຈລະຈາແກ້ໄຂຄວາມຂັດແຍ່ງໂດຍຢຶດຕາມຫຼັກກົດໝາຍລະຫວ່າງປະເທດ ແລະ ເສລີພາບໃນການເດີນເຮືອ ແລະ ບິນຜ່ານບໍລິເວນທີ່ມີຄວາມຂັດແຍ່ງ.

ດ້ານເສດຖະກິດ ທັງສອງຝ່າຍສະໜັບສະໜູນໃຫ້ພາກເອກະຊົນໃຊ້ປະໂຫຍດຈາກການຕົກລົງເຂດການຄ້າເສລີອາຊຽນ-ອິນເດຍຢ່າງເຕັມທີ່ ເພື່ອໃຫ້ມູນຄ່າການຄ້າລະຫວ່າງກັນບັນລຸ 200,000 ລ້ານໂດລາສະຫະລັດ ພາຍໃນປີ 2022 ນອກຈາກນີ້ ຍັງໄດ້ສະໜັບສະໜູນການເຊື່ອມໂຍງທັງທາງບົດ, ທາງນ້ຳ ແລະ ທາງອາກາດ ເຊິ່ງຈະຊ່ວຍຫຼຸດຜ່ອນອຸປະສັກດ້ານການຄ້າສິນຄ້າ, ການຄ້າບໍລິການ ແລະ ການລົງທຶນ ລວມທັງຊ່ວຍສົ່ງເສີມ ແລະ ພັດທະນາການຮ່ວມມືລະຫວ່າງປະຊາຊົນອີກດ້ວຍ.

ດ້ານສັງຄົມ ແລະ ວັດທະນະທຳ ອາຊຽນ ແລະ ອິນເດຍເຫັນຄວາມສຳຄັນໃນການສົ່ງເສີມການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ໂຄງສ້າງພື້ນຖານດິຈິຕ້ອນ ແລະ ການຮັບມືກັບໄພພິບັດທາງທຳມະຊາດຮ່ວມກັນ.

No comments

Powered by Blogger.