ຕາລີບັນບຸກໂຈມຕີ ໂຮງແຮມໃນນະຄອນຫຼວງກາບູນ ເສຍຊີວິດແລ້ວ 18 ຄົນ (ວິດີໂອ) - ອິດສະຫຼະ

ຕາລີບັນບຸກໂຈມຕີ ໂຮງແຮມໃນນະຄອນຫຼວງກາບູນ ເສຍຊີວິດແລ້ວ 18 ຄົນ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 22 ມັງກອນ 2018 ວ່າ: ຈາກເຫດການສະມາຊິກກຸ່ມຕາລີບັນແຕ່ງກາຍດ້ວຍຊຸດຄ້າຍຄືທະຫານ ບຸກໂຈມຕີໂຮງແຮມອິນເຕີເນນໂທ ຄວາມສູງ 6 ຊັ້ນ ທີ່ຕັ້ງຢູ່ເທິງພູ ໃນນະຄອນຫຼວງກາບູນ ເມື່ອຄືນວັນເສົາທີ່ຜ່ານມາວ່າ ກະຊວງປ້ອງກັນຄວາມສະຫງົບຂອງອາຟະການິດສະຖານອອກຖະແຫຼງການກ່ຽວກັບຈຳນວນຜູ້ເສຍຊີວິດວ່າເພີ່ມເປັນຢ່າງໜ້ອຍ 18 ຄົນ ໃນຈຳນວນນີ້ 14 ຄົນເປັນຊາວຕ່າງປະເທດ, ຂະນະທີ່ຈຳນວນຜູ້ໄດ້ຮັບບາດເຈັບມີປະມານ 30 ຄົນ ແລະ ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງໃຊ້ເວລາປະມານ 12 ຊົ່ວໂມງໃນການຄວບຄຸມສະຖານະການ ກ່ອນຈະສາມາດສັງຫານກຸ່ມຄົນຮ້າຍທີ່ມີຢ່າງໜ້ອຍ 6 ຄົນ.

ໂດຍກຸ່ມຄົນຮ້າຍພ້ອມອາວຸດປືນຄົບຊຸດໄດ້ບຸກເຂົ້າໂຮມແຮມດັ່ງກ່າວເມື່ອຄືນວັນເສົາທີ່ຜ່ານມາ ແລ້ວຍິງລົວໃຫ້ແຂກທີ່ມາໃຊ້ບໍລິການ, ຄົນຮ້າຍໄດ້ບຸກຂຶ້ນໄປຊັ້ນ 3 ແລະ ຊັ້ນ 4 ຂອງໂຮງແຮມ ແລະ ມີການຍິ່ງຕໍ່ສູ້ກັບເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງ ແລະ ຄົນຮ້າຍໄດ້ຈູດຫ້ອງຄົວຂອງໂຮມແຮມ  ນອກຈາກນັ້ນຊັ້ນ 4 ກໍ່ຖືກໄຟໄໝ້ດ້ວຍ.


ເຖິງແມ່ນວ່າລັດຖະບານອາຟະການິດສະຖານຈະຍັງບໍ່ໄດ້ລາຍງານເຖິງສັນຊາດຂອງຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບທີ່ເປັນຊາວຕ່າງປະເທດ ແຕ່ກະຊວງການຕ່າງປະເທດອູແກຣນລາຍງານແລ້ວວ່າ ມີພົນລະເມືອງຂອງຕົນເສຍຊີວິດໃນເຫດການຄັ້ງນີ້ຢ່າງໜ້ອຍ 6 ຄົນ, ໃນດ້ານຂອງສື່ທ້ອງຖິ່ນລາຍງານວ່າມີພົນລະເມືອງຂອງເວເນຊູເອລານຳ ນອກຈາກນີ້, ເຈົ້າໜ້າທີ່ຂອງສາຍການບິນ ແຄມແອ ເຊິ່ງເປັນສາຍການບິນແຫ່ງຊາດຂອງອາຟະການິດສະຖານ ພັກຢູ່ໂຮງແຮມທີ່ເກີດເຫດນີ້ຫຼາຍກວ່າ 40 ຄົນ ແລະ ສ່ວນໃຫຍ່ເປັນຄົນຕ່າງປະເທດ ໂດຍມີລາຍງານວ່າເຈົ້າໜ້າທີ່ຂອງແຄມແອຢ່າງໜ້ອຍ 16 ຄົນ ຍັງສູນຫາຍ.


ກຸ່ມຕາລີບັນເຄີຍໂຈມຕີໂຮງແຮມອິນເຕີຄອນຕິເນນໂທມາແລ້ວຄັ້ງໜຶ່ງ ເມື່ອເດືອນມິຖຸນາ 2011 ເປັນເຫດໃຫ້ມີຜູ້ເສຍຊີວິດ 7 ຄົນ ແລະ ເຕືອນເປັນໄລຍະວ່າສະຖານທີ່ແຫ່ງນີ້ອາດຕົກເປັນເປົ້າໝາຍອີກໃນອະນາຄົດ, ເນື່ອງຈາກເປັນແຫຼ່ງລວມຊາວຕ່າງປະເທດ ທີ່ສອດຄ່ອງກັບການບອກເລົ່າຂອງຜູ້ລອດຊີວິດຫຼາຍຄົນຈາກເຫດການຄັ້ງຫຼ້າສຸດ ເຊິ່ງກ່າວເປັນສຽງດຽວກັນວ່າ ກຸ່ມຄົນຮ້າຍເນັ້ນຂ້າຄົນຕ່າງປະເທດທີ່ຢູ່ໃນໂຮງແຮມເປັນຫຼັກ.


No comments

Powered by Blogger.