ຄຸກຕະຫຼອດຊີວິດ ອະດີດຜູ້ບໍລິຫານລະດັບສູງລັດວິສາຫະກິດເຊື້ອໄຟຫວຽດນາມ ຄະດີສໍ້ລາດບັງຫຼວງ - ອິດສະຫຼະ

ຄຸກຕະຫຼອດຊີວິດ ອະດີດຜູ້ບໍລິຫານລະດັບສູງລັດວິສາຫະກິດເຊື້ອໄຟຫວຽດນາມ ຄະດີສໍ້ລາດບັງຫຼວງ



ສຳນັກຂ່າວຕ່າງປະເທດລາຍງານ 22 ມັງກອນ 2018 ວ່າ: ສານປະຊາຊົນນະຄອນຫຼວງຮ່າໂນຍມີຄຳຕັດສິນໃນວັນຈັນນີ້ ໃຫ້ທ່ານ ຕິງ ຊວນ ຖັນ ອາຍຸ 51 ປີ ອະດີດຜູ້ບໍລິຫານລະດັບສູງຂອງບໍລິສັດກໍ່ສ້າງປີໂຕຣຫວຽດນາມ (PVC) ເຊິ່ງເປັນບໍລິສັດໃນເຄືອຂອງປີໂຕຣຫວຽດນາມ ລັດວິສາຫະກິດດ້ານພະລັງງານແຫ່ງຊາດ ຮັບໂທດຕິດຄຸກເປັນເວລາ 13 ປີ ຈາກຄວາມຜິດໃນຂໍ້ຫາບໍລິຫານຈັດການຜິດພາດ ແລະ ຮັບໂທດຕິດຄຸກຕະຫຼອດຊີວິດຈາກຄວາມຜິດໃນຂໍ້ຫາຍັກຍອກເງິນ.

ເຊິ່ງການຍັກຍອກເງິນຈາກໜ່ວຍງານລັດ ຖືເປັນຄວາມຜິດອາຍາຮ້າຍແຮງຕາມກົດໝາຍຂອງຫວຽດນາມ ທີ່ມີບົດລົງໂທດສູງສຸດຄື ປະຫານຊີວິດ ແຕ່ໄອຍະການຍື່ນຄຳຮ້ອງຂໍໃຫ້ພິຈາລະນາຕັດສິນລົງໂທດຕິດຄຸກຕະຫຼອດຊີວິດແກ່ຈຳເລີຍແທນ ໂດຍກໍລະນີຂອງທ່ານ ຕິງ ຊວນ ຖັນ ກາຍເປັນກໍລະນີຄວາມຂັດແຍ່ງທາງການທູດລະຫວ່າງຫວຽດນາມ ກັບ ເຢຍລະມັນ ເມື່ອໄລຍະກາງປີທີ່ຜ່ານມາ ເມື່ອລັດຖະບານເຢຍລະມັນກ່າວຫາເຈົ້າໜ້າທີ່ຂອງລັດຖະບານຫວຽດນາມລັກພາຕົວທ່ານ ຕິງ ຊວນ ຖັນ ເຊິ່ງຢູ່ໃນລະຫວ່າງຂໍຮັບສະຖານະຜູ້ລີ້ໄພທາງການເມືອງໃນເຢຍລະມັນ ແລະ ຕໍ່ມາກະຊວງການຕ່າງປະເທດເຢຍລະມັນໄດ້ສັ່ງເນລະເທດຜູ້ແທນດ້ານຂ່າວກອງຂອງຫວຽດນາມ ທີ່ປະຈຳຢູ່ສະຖານທູດໃນນະຄອນຫຼວງເບີລິນ ເຊິ່ງສື່ທ້ອງຖິ່ນຫຼາຍແຫ່ງລາຍງານວ່າໝາຍເຖິງຜູ້ຊ່ວຍທູດຝ່າຍສື່.


ຂະນະທີ່ຈຳເລີຍຄົນສຳຄັນອີກຄົນໜຶ່ງຄື ທ່ານ ດິງ ຫຼ່າ ຖັງ ອາຍຸ 57 ປີ ອະດີດສະມາຊິກຄະນະກຳມະການກົມການເມືອງ ເຊິ່ງເປັນອະດີດປະທານຂອງ PVC ແລະ ອະດີດສະມາຊິກຄະນະບໍລິຫານງານສູນກາງພັກຂອງຫວຽດນາມ ໄດ້ຮັບການຕັດສິນໃຫ້ຮັບໂທດຕິດຄຸກເປັນເວລາ 13 ປີ ຈາກຄວາມຜິດຖານໃຊ້ອຳນາດບໍ່ຖືກຕ້ອງ, ນອກຈາກນີ້ ການປະກາດຄຳຕັດສິນຂອງສານປະຊາຊົນນະຄອນຫຼວງຮ່າໂນຍ ຕໍ່ຄະດີສໍ້ລາດບັງຫຼວງໃນປີໂຕຣຫວຽດນາມເທື່ອນີ້ ມີການລະບຸໃນສຳນວນດ້ວຍວ່າ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ເສດຖະກິດຂອງຫວຽດນາມເຖິງ 52 ລ້ານໂດລາສະຫະລັດ ຍັງມີຈຳເລຍຮ່ວມອີກ 20 ຄົນ ເຊິ່ງໄດ້ຮັບໂທດຕິດຄຸກໄລ່ເລ່ຍກັນໄປຕາມຄວາມຜິດຂອງແຕ່ລະຄົນລະຫວ່າງ 13 ປີ ເຖິງ 22 ປີ ແລະ ຈຳເລີຍບາງຄົນໄດ້ຮັບການຝາກໂທດ.

ເຖິງຢ່າງໃດກໍ່ຕາມ ທ່ານ ຕິງ ຊວນ ຖັນ ຖືເປັນຈຳເລີຍພຽງຄົນດຽວໃນກຸ່ມນີ້ທີ່ຕ້ອງໄດ້ກັບມາຂຶ້ນສານອີກຄັ້ງໃນວັນພຸດທີ 24 ມັງກອນ 2018 ນີ້ ເພື່ອສືບສວນໃນຄະດີຍັກຍອກເງິນ 620,000 ໂດລາສະຫະລັດ ຈາກກອງທຶນພັດທະນາແຫ່ງຊາດ ຄວາມຜິດທີ່ມີບົດລົງໂທດເຖິງຂັ້ນປະຫານຊີວິດ ເຊິ່ງໃນລະຫວ່າງທີ່ສານພິຈາລະນາຂໍ້ກ່າວຫານີ້ເມື່ອອາທິດທີ່ຜ່ານມາ ທ່ານ ຕິງ ຊວນ ຖັນເຖິງຂັ້ນນ້ຳຕາຕົກຕໍ່ໜ້າຜູ້ພິພາກສາ ແລະ ຂໍໃຫ້ທ່ານ ຫງວຽນ ຟູ ຈອງ ເລຂາທິການໃຫ້ພັກຄອມມູນິດຫວຽດນາມຄົນປັດຈຸບັນ ຍົກໂທດໃຫ້ຕົນດ້ວຍ, ເຊິ່ງທ່ານ ຫງວຽນ ຟູ ຈອງ ໄດ້ສັ່ງໃຫ້ກວາດລ້າງເຄືອຂ່າຍສໍ້ລາດບັງຫຼວງໃນປີໂຕຣຫວຽດນາມ ແລະ ພາກການທະນາຄານຂອງຫວຽດນາມຢ່າງເຂັ້ມງວດ ນັບຕັ້ງແຕ່ຂຶ້ນສູ່ຕຳແໜ່ງເມື່ອຕົ້ນປີ 2016 ແລະ ບົດລົງໂທດຂອງຈຳເລີຍທັງ 2 ໃນເທື່ອນີ້ຈຶ່ງຖືເປັນ "ຄຳເຕືອນ" ຕໍ່ຜູ້ຕ້ອງຫາທີ່ກຳລັງລໍຖ້າດຳເນີນຄະດີ ຫຼື ຜູ້ທີ່ຍັງຫຼົບໜີໝາຍຈັບ.

No comments

Powered by Blogger.