ລັດ.ຈີນ ບໍ່ພໍໃຈເປັນຢ່າງຍິງ ທີ່ເຮືອຮົບ ສ.ອາເມຣິກາ ເຂົ້າມາໃນເຂດຄວາມຂັດແຍ່ງທາງທະເລ - ອິດສະຫຼະ

ລັດ.ຈີນ ບໍ່ພໍໃຈເປັນຢ່າງຍິງ ທີ່ເຮືອຮົບ ສ.ອາເມຣິກາ ເຂົ້າມາໃນເຂດຄວາມຂັດແຍ່ງທາງທະເລ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 21 ມັງກອນ 2018 ວ່າ: ກະຊວງການຕ່າງປະເທດຂອງຈີນຖະແຫຼງວ່າ ເຮືອຮົບຕິດຂີປະນາວຸດນຳວິຖີ USS Hopper ຂອງກອງທັບສະຫະລັດ ອາເມຣິກາ ໄດ້ແລ່ນເຂົ້າມາພາຍໃນໄລຍະ 12 ໄມທະເລຂອງເກາະຮວງຫຍວຽນ ຫຼື ທີ່ຮູ້ຈັກກັນໃນອີກຊື່ວ່າ ສະກາໂບໂຣ ທີ່ຟິລິບປິນກໍ່ອ້າງກຳມະສິດເຊັ່ນກັນ.

ຖືເປັນປະຕິບັດການທາງທະເລຄັ້ງຫຼ້າສຸດຂອງກອງທັບສະຫະລັດ ອາເມຣິກາ ໃນການທ້າທາຍເຂດນ່ານນ້ຳທີ່ຈີນອ້າງກຳມະສິດໃນທະເລຈີນໃຕ້ ແລະ ເກີດຂຶ້ນໃນຂະນະທີ່ລັດຖະບານສະຫະລັດ ອາເມຣິກາ ທີ່ນຳໂດຍການໂດໂນ ທຣຳ ກຳລັງຂໍຄວາມຮ່ວມມືຈາກຈີນ ເພື່ອແກ້ໄຂບັນຫາໂຄງການນິວເຄຼຍ ແລະ ຂີປະນາວຸດຂອງເກົາຫຼີເໜືອ.

ເຈົ້າໜ້າທີ່ສະຫະລັດ ອາເມຣິກາ 2 ຄົນກ່າວຢືນຢັນວ່າ ເຮືອຮົບ USS Hopper ໄດ້ແລ່ນເຂົ້າໄປພາຍໃນໄລຍະ 12 ໄມທະເລຂອງເກາະສະກາໂບໂຣແຕ່ການລາດຕະເວນຄັ້ງນີ້ເປັນໄປຕາມກົດໝາຍລະຫວ່າງປະເທດ ແລະ ເປັນການແລ່ນຜ່ານບໍ່ມີພິດໄພ (innocent passage) ໂດຍໄລຍະ 12 ໄມທະເລຖືເປັນໄລຍະຈຳກັດອານາເຂດ ທີ່ໄດ້ຮັບການຮັບຮອງຈາກສາກົນ.

ກອງທັບສະຫະລັດ ອາເມຣິກາກ່າວວ່າ ສະຫະລັດ ອາເມຣິກາ ປະຕິບັດຕາມເສລີພາບຂອງການເດີນເຮືອທົ່ວໂລກ ລວມທັງພື້ນທີ່ຕ່າງໆທີ່ກຸ່ມປະເທດພັນທະມິດອ້າງກຳມະສິດ ແລະ ປະຕິບັດການດັ່ງກ່າວນີ້ບໍ່ກ່ຽວກັບເລື່ອງການເມືອງ.

ທ່ານ ພັນໂທ ຄຼິສໂຕເຟີ ໂລແກນ ໂຄສົກກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາກ່າວວ່າ ທຸກປະຕິບັດການກະທຳໂດຍຢຶດຫຼັກກົດໝາຍລະຫວ່າງປະເທດ ແລະ ເປັນການສະແດງໃຫ້ເຫັນວ່າສະຫະລັດ ອາເມຣິກາ ສາມາດບິນ, ແລ່ນເຮືອ ຫຼື ປະຕິບັດການຢູ່ໃສກໍ່ໄດ້ ທີ່ກົດໝາຍລະຫວ່າງປະເທດອະນຸຍາດ.

ທາງດ້ານຂອງທ່ານ ຫຼູ່ ກັງ ໂຄສົກກະຊວງການຕ່າງປະເທດຂອງຈີນ ກ່າວວິຈານຍຸດທະສາດດັ່ງກ່າວຂອງສະຫະລັດ ອາເມຣິກາ ພ້ອມທັງກ່າວວ່າລັດຖະບານຈີນມີຄວາມພະຍາຍາມທີ່ຈະສະແຫວງຫາຮຸ້ນສ່ວນໃນທົ່ວໂລກ ບໍ່ແມ່ນການພະຍາຍາມຄອບຄອງໂລກ ເຮືອຮົບ USS Hopper ໄດ້ລະເມີດອະທິປະໄຕ ແລະ ຜົນປະໂຫຍດດ້ານຄວາມໝັ້ນຄົງຂອງຈີນ ແລະ ລວມທັງຄຸກຄາມຄວາມປອດໄພຕໍ່ເຮືອ ແລະ ຊາວເຮືອຂອງຈີນ.

ທ່ານ ຫຼູ່ ກັງ ກ່າວວ່າກອງທັບເຮືອຈີນໄດ້ສັ່ງໃຫ້ເຮືອ USS Hopper ຖອຍອອກໄປ ຫຼັງຈາກພິສູດໄດ້ວ່າເປັນເຮືອຂອງກອງທັບສະຫະລັດ ອາເມຣິກາ ແລະ ທ່ານ ຫຼູ່ ກັງ ຍັງກ່າວຕື່ມອີກວ່າ ຈີນຄັດຄ້ານຢ່າງເຕັມທີ່ຕໍ່ຄວາມພະຍາຍາມທີ່ຈະໃຊ້ເສລີພາບໃນການເດີນເຮືອ ເປັນຂໍ້ອ້າງທຳລາຍອະທິປະໄຕຂອງຈີນ ພ້ອມທັງຮຽກຮ້ອງໃຫ້ລັດຖະບານສະຫະລັດ ອາເມຣິກາ ໃຫ້ກັບໃຈແກ້ໄຂຄວາມຜິດພາດ.

ຂະນະທີ່ກະຊວງປ້ອງກັນປະເທດຂອງຈີນກ່າວວ່າ ການທີ່ສະຫະລັດ ອາເມຣິກາສົ່ງເຮືອຮົບເຂົ້າມາໃນເຂດດັ່ງກ່າວຊໍ້າແລ້ວຊໍ້າອີກ ເປັນການທຳລາຍສັນຕິພາບ ແລະ ສະຖຽນລະພາບຂອງພູມມິພາກ ແລະ ສົ່ງຜົນກະທົບໃນທາງລົບຕໍ່ສາຍພົວພັນສອງຝ່າຍຈີນ-ສະຫະລັດ ອາເມຣິກາ.


No comments

Powered by Blogger.