ສ.ອາເມຣິກາຕົກຢູ່ໃນພາວະຢຸດສະງັກ ຕ້ອງປິດຫຼາຍໜ່ວຍງານລັດ ເພາະສະພາບໍ່ຜ່ານແຜນງົບປະມານ - ອິດສະຫຼະ

ສ.ອາເມຣິກາຕົກຢູ່ໃນພາວະຢຸດສະງັກ ຕ້ອງປິດຫຼາຍໜ່ວຍງານລັດ ເພາະສະພາບໍ່ຜ່ານແຜນງົບປະມານ



ສຳນັກຂ່າວຕ່າງປະເທດລາຍງານ 21 ມັງກອນ 2018 ວ່າ: ສະພາສູງສະຫະລັດ ອາເມຣິກາ ບໍ່ສາມາດຜ່ານຮ່າງກົດໝາຍງົບປະມານໄລຍະສັ້ນສະບັບໃໝ່ໄດ້ທັນຕາມກຳນົດ ຄືພາຍໃນກ່ອນທ່ຽງຄືນຂອງວັນສຸກທີ 19 ມັງກອນ 2018 ຕາມເວລາທ້ອງຖິ່ນ ເນື່ອງຈາກພັກເດໂມແຄຼດໃຊ້ເຕັກນິກການອະພິປາຍຖ່ວງເວລາຢ່າງຕໍ່ເນື່ອງເຖິງ 11 ຊົ່ວໂມງ, ຂະນະທີ່ຜົນການລົງຄະແນນສຽງໃນກອງປະຊຸມເພື່ອໃຫ້ພັກເດໂມແຄຼດຍຸດຕິການອະພິປາຍອອກມາທີ່ 50 ຕໍ່ 48 ສຽງ ແລະ ການລົງມະຕິຂັ້ນສຸດທ້າຍກ່ຽວກັບຮ່າງກົດໝາຍອອກມາດ້ວຍຄະແນນສຽງ 50 ຕໍ່ 49 ສຽງ ຕ່ຳກວ່າເກນຂັ້ນຕ່ຳຂອງສຽງສ່ວນໃຫຍ່ໃນສະພາສູງ ເຊິ່ງຕ້ອງການຢ່າງໜ້ອຍ 60 ສຽງໃນການລົງມະຕິຕໍ່ບັນຫາທີ່ສຳຄັນ.

ສະຖານະການທີ່ເກີດຂຶ້ນໝາຍຄວາມວ່າ ໜ່ວຍງານລັດຖະບານກາງຈຳເປັນຕ້ອງຢຸດຕິການປະຕິບັດໜ້າທີ່ຢ່າງບໍ່ມີກຳນົດ ໂດຍຄາດວ່າຈະສົ່ງຜົນກະທົບຕໍ່ເຈົ້າໜ້າທີ່ລັດປະມານ 850,000 ຄົນ ຈາກທັງໝົດປະມານ 3.5 ລ້ານຄົນທົ່ວປະເທດ ເຊິ່ງນອກເໜືອຈາກການບໍ່ສາມາດປະຕິບັດໜ້າທີ່ໄດ້ແລ້ວ ເຈົ້າໜ້າທີ່ຈະບໍ່ໄດ້ຮັບຄ່າຕອບແທນຕາມໄລຍະເວລາທີ່ຢຸດຕິການປະບັດໜ້າທີ່ນີ້ ເນື່ອງຈາກຖືວ່າລັດຖະບານກາງບໍ່ໄດ້ຮັບການຈັດສັນງົບປະມານຈາກສະພາ ທັງທີ່ພັກຣີພັບລິກັນຄອງສຽງສ່ວນໃຫຍ່ໃນທັງສອງສະພາ ເຖິງຢ່າງໃດກໍ່ຕາມໜ່ວຍງານລັດທີ່ສຳຄັນລວມເຖິງກອງທັບ, ລະບົບສາທາລະນະສຸກ, ທະນາຄານກາງ, ສຳນັກງານກວດຄົນເຂົ້າເມືອງ, ໜ່ວຍຂ່າວກອງ ແລະ ໜ່ວຍງານຮັກສາກົດໝາຍທຸກແຫ່ງ ຈະຍັງຄົງປະຕິບັດພາລະກິດຕໍ່ໄປພາຍໃຕ້ງົບປະມານສຸກເສີນ.

ເຖິງແມ່ນວ່າສະພາລ່າງຈະສາມາດຜ່ານຮ່າງກົດໝາຍງົບປະມານຊົ່ວຄາວແລ້ວ ເມື່ອຄືນວັນພະຫັດທີ່ຜ່ານມາ ດ້ວຍຄະແນນສຽງ 230 ຕໍ່ 197 ສຽງ ເພື່ອໃຫ້ລັດຖະບານກາງມີງົບປະມານພຽງພໍໃຊ້ຈ່າຍເຖິງວັນທີ 16 ກຸມພາ 2018 ນີ້ ແຕ່ບັນຍາກາດການປຶກສາຫາລືໃນສະພາສູງມີຄວາມຂັດແຍ່ງ ແລະ ເຄັ່ງຕຶງຫຼາຍ ໂດຍສະເພາະໃນບັນຫາເລື່ອງຜູ້ອົບພະຍົບ ທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ຢືນຢັນຄວາມຕ້ອງການຍົກເລີກການຈັດສັນງົບປະມານສະໜັບສະໜູນໂຄງການ DACA ທີ່ເປັນໂຄງການທີ່ຈັດຕັ້ງຂຶ້ນໃນປີ 2012 ໃນສະໄໝຂອງທ່ານ ບາຣັກ ໂອບາມາ ເພື່ອຄຸ້ມຄອງເດັກນ້ອຍ ແລະ ເຍົາວະຊົນ ທີ່ເດີນທາງເຂົ້າມາໃນສະຫະລັດ ອາເມຣິກາຢ່າງຜິດກົດໝາຍ ທີ່ມີຢູ່ປະມານ 800,000 ຄົນ ແລະ ຢືນຢັນຈຸດຢືນຂອງການຂໍໃຫ້ສະພາສູງອະນຸມັດງົບປະມານມະຫາສານສຳລັບໂຄງການກໍ່ສ້າງ "ກຳແພງອັນສວຍງາມ" ຕາມແນວຊາຍແດນທາງພາກໃຕ້ທີ່ຕິດກັບເມັກຊິກ ແລະ ການເພີ່ມງົບໃຫ້ກັບກະຊວງປ້ອງກັນປະເທດ.

ເຊິ່ງນັບຕັ້ງແຕ່ສະພາສູງຂອງສະຫະລັດ ອາເມຣິກາ ປ່ຽນແປງຮູບແບບການລົງມະຕິເລື່ອງກົດໝາຍງົບປະມານເມື່ອປີ 1976 ໃນສະໄໝຂອງທ່ານປະທານປະເທດເຈີຣາດ ຟອດ ພາວະຢຸດຕິການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ລັດ ຫຼື Shutdown ໃນຄັ້ງນີ້ຖືເປັນຄັ້ງທີ 19 ແລະ ເປັນຄັ້ງທຳອິດໃນຍຸກລັດຖະບານຂອງທ່ານ ທຣຳ ແລະ ຍັງເກີດຂຶ້ນໃນວັນຄົບຮອບ 1 ປີຂອງການເຂົ້າມາບໍລິຫານປະເທດຂອງຜູ້ນຳສະຫະລັດ ອາເມຣິກາພໍດີອີກດ້ວຍ, ສ່ວນການ Shutdown ຄັ້ງກ່ອນໜ້ານີ້ເກີດຂຶ້ນລະຫວ່າງວັນທີ 1-17 ຕຸລາ 2013 ໃນສະໄໝຂອງທ່ານ ໂອບາມາ ຈາກການທີ່ພັກເດໂມແຄຼດບໍ່ສາມາດບັນລຸຂໍ້ຕົກລົງກັບພັກຣີພັບລິກັນທີ່ຄອງສຽງສ່ວນໃຫຍ່ໃນສະພາສູງ ກ່ຽວກັບການຈັດສັນງົບປະມານສະໜັບສະໜູນກົດໝາຍປະກັນສຸຂະພາບ ໂອບາມາແຄ.


No comments

Powered by Blogger.