ຟິລິບປິນຍົກລະດັບເຕືອນໄພຂຶ້ນສູ່ລະດັບສູງ ແລະ ອົບພະຍົບ 30,000 ກວ່າຄົນ ໜີພູໄຟລະເບີດ - ອິດສະຫຼະ

ຟິລິບປິນຍົກລະດັບເຕືອນໄພຂຶ້ນສູ່ລະດັບສູງ ແລະ ອົບພະຍົບ 30,000 ກວ່າຄົນ ໜີພູໄຟລະເບີດ



ສຳນັກຂ່າວຕ່າງປະເທດລາຍງານ 23 ມັງກອນ 2018 ວ່າ: ສະຖາບັນພູໄຟວິທະຍາ ແລະ ທໍລະນີວິທະຍາຂອງຟິລິບປິນ ອອກຖະແຫຼງການເມື່ອວັນຈັນທີ່ຜ່ານມາ ເລື່ອງການຍົກລະດັບການເຕືອນໄພສະຖານະການການລະເບີດຂອງພູໄຟມາຢອນ ທີ່ຕັ້ງຢູ່ເກາະລູຊອນ ຈາກລະດັບ 3 ເມື່ອອາທິດທີ່ຜ່ານມາ ຂຶ້ນເປັນລະດັບ 4 ເຊິ່ງເປັນຂັ້ນຮອງສູງສຸດ ແລະ ຂະຫຍາຍລັດສະໝີຂອງພື້ນທີ່ອັນຕະລາຍຈາກ 6 ກິໂລແມັດ ອອກໄປເປັນ 8 ກິໂລແມັດ.


ການເຄື່ອນໄຫວດັ່ງກ່າວຂອງສະຖາບັນພູໄຟວິທະຍາ ແລະ ທໍລະນີວິທະຍາ ເກີດຂຶ້ນພາຍທີ່ຫຼັງພູໄພມາຢອນ ທີ່ມີຄວາມສູງ 2,463 ແມັດ ໄດ້ສົ່ງສັນຍານຂອງການລະເບີດມາຕັ້ງແຕ່ວັນທີ 13 ມັງກອນ 2018 ແລະ ໄດ້ທະວີຄວາມຮຸນແຮງຂຶ້ນຢ່າງຕໍ່ເນື່ອງ ໂດຍມີລາວາໄຫຼລົງມາຈາກປາກຂອງພູໄຟຕັ້ງແຕ່ອາທິດທີ່ຜ່ານມາ ເຊິ່ງລະດັບຂອງລາວາໄດ້ທັ່ງຂຶ້ນສູງເຖິງ 700 ແມັດ ຈາກປາກພູໄຟ ແລະ ຍັງມີກຸ່ມຄວັນລອຍຂຶ້ນສູງຈາກປາກພູໄຟເປັນໄລຍະທາງໄກເຖິງ 3 ກິໂລແມັດ ພ້ອມທັງມີສຽງລະເບີດເກີດຂຶ້ນອີກດ້ວຍເມື່ອຄືນວັນອາທິດທີ່ຜ່ານມາ.


ຂະນະທີ່ທາງການແຂວງອັນໄບ ເຊິ່ງເປັນແຫຼ່ງປູກໝາກພ້າວ ທີ່ສຳຄັນຂອງຟິລິບປິນ ແລະ ເປັນສະຖານທີ່ຕັ້ງຂອງພູໄຟມາຢອນ ໄດ້ປະກາດສະຖານະການສຸກເສີນຄວບຄຸມທົ່ວແຂວງ ແລະ ມີການອົບພະຍົບປະຊາຊົນອອກຈາກພື້ນທີ່ສຽງແລ້ວຫຼາຍກວ່າ 30,000 ຄົນ ດ້ານເຈົ້າໜ້າທີ່ຂອງສຳນັກງານບໍລິຫານ ແລະ ປ້ອງກັນໄພປະຊາຊົນປະຈຳເກາະລູຊອນ ໄດ້ລົງພື້ນທີ່ເພື່ອແຈກຢາຍໜ້າກາກປ້ອງກັນແກັດພິດ ແລະ ສິ່ງຂອງຈຳເປັນໃຫ້ແກ່ປະຊາຊົນໃນແຂວງອັນໄບແລ້ວ.


ເຊິ່ງການລະເບີດຄັ້ງຫຼ້າສຸດຂອງພູໄຟມາຢອນເກີດຂຶ້ນເມື່ອນເດືອນພຶດສະພາ 2013 ເປັນເຫດໃຫ້ມີຜູ້ເສຍຊີວິດ 5 ຄົນ, ຂະນະທີ່ການລະເບີດຄັ້ງຮຸນແຮງທີ່ສຸດຂອງພູໄຟມາຢອນ ທີ່ມີການບັນທຶກໄວ້ເກີດຂຶ້ນເມື່ອປີ 1814 ມີຜູ້ເສຍຊີວິດປະມານ 1,200 ຄົນ ເນື່ອງຈາກຕົມພູໄຟໄດ້ໄຫຼລົງມາທັບຖົມເມືອງຄັກຊາວາ ທີ່ຢູ່ບໍລິເວນຕີນພູ ສ່ວນການລະເບີດຂອງພູໄຟຄັ້ງຮຸນແຮງທີ່ສຸດໃນປະຫວັດສາດຍຸກໃໝ່ຂອງຟິລິບປິນ ຄືການລະເບີດຂອງພູໄຟປີນາຕູໂບ ເມື່ອປີ 1991 ຂ້າຊີວິດຄົນຫຼາຍກວ່າ 800 ຄົນ.


No comments

Powered by Blogger.