ດ່ວນ...!​ ພູໄຟຄຸສັດສຶ ຊິຣາເນະ ຂອງຍີ່ປຸ່ນລະເບີດກະທັນຫັນ ມີຜູ້ບາດເຈັບຈຳນວນຫຼາຍ - ອິດສະຫຼະ

ດ່ວນ...!​ ພູໄຟຄຸສັດສຶ ຊິຣາເນະ ຂອງຍີ່ປຸ່ນລະເບີດກະທັນຫັນ ມີຜູ້ບາດເຈັບຈຳນວນຫຼາຍ



ສຳນັກຂ່າວຕ່າງປະເທດລາຍງານ 23 ມັງກອນ 2018 ວ່າ: ສຳນັກງານອຸຕຸນິຍົມວິທະຍາຍີ່ປຸ່ນລາຍງານວ່າ ພູໄຟຄຸສັດສຶ ຊິຣາເນະ ໃນແຂວງກຸມມະ ຂອງປະເທດຍີ່ປຸ່ນ ເກີດການລະເບີດກະທັນຫັນ ເມື່ອຕອນເຊົ້າວັນອັງຄານນີ້ ແລະ ໄດ້ຍົກລະດັບເຕືອນໄພເປັນລະດັບ 3 ຈາກທັງໝົດ 5 ລະດັບ ເຊິ່ງໝາຍຄວາມວ່າຫ້າມເຂົ້າໃກ້ພື້ນທີ່ພູໄຟ.

ພາຍຫຼັງການລະເບີດ ເຈົ້າໜ້າທີ່ກ່າວວ່າ ລະບົບກວດຈັບທີ່ຕິດຕັ້ງຢູ່ໃກ້ກັບຍອດພູກວດພົບການເຄື່ອນໄຫວຂອງແຜ່ນດິນ ແລະ ການສັ່ນສະເທືອນຮຸນແຮງ ແລະ ຍັງພົບເຖົ່າຖ່ານຂອງພູໄຟດັ່ງກ່າວຟົ້ງໄປໄດ້ໄກກວ່າ 1 ກິໂລແມັດ ເຊິ່ງເຮັດໃຫ້ຜູ້ບາດເຈັບ 4-5 ຄົນ.


ນອກຈາກນີ້ກະຊວງປ້ອງກັນປະເທດຍີ່ປຸ່ນກ່າວວ່າ ມີສະມາຊິກກອງກຳລັງປ້ອງກັນຕົນເອງພາກພື້ນດິນທີ່ກຳລັງເຝິກຊ້ອມຢູ່ໃນເຂດດັ່ງກ່າວໄດ້ຮັບບາດເຈັບ 6 ຄົນ ຈາກຫິມະເຈື່ອນ ເນື່ອງຈາກແຮງສັ່ນສະເທືອນຂະນະທີ່ເກີດການລະເບີດຂອງພູໄຟ, ຂະນະທີ່ສຳນັກຂ່າວຍີ່ປຸ່ນລາຍງານວ່າ ມີປະຊາຊົນ 10 ຄົນທີ່ຢູ່ຣີສອດໃກ້ກັບພູໄຟດັ່ງກ່າວໄດ້ຮັບບາດເຈັບຈາກສະເກັດຫິນພູໄຟ ໂດຍ 5 ໃນ 10 ຄົນມີອາການສາຫັດ ແລະ ອາດມີຜູ້ສູນຫາຍ.


ຍີ່ປຸ່ນຖືເປັນປະເທດໜຶ່ງທີ່ມີແຜ່ນດິນໄຟ ແລະ ພູໄຟລະເບີດຮຸນແຮງຫຼາຍທີ່ສຸດແຫ່ງໜຶ່ງຂອງໂລກ ໂດຍເມື່ອເດືອນກັນຍາ ປີ 2014 ມີຜູ້ເສຍຊີວິດ 63 ຄົນ ຈາກເຫດພູໄຟອອນຕາເກະລະເບີດ.


No comments

Powered by Blogger.