ສ.ອາເມຣິກາ ພ້ອມຊຸກດັນອິນໂດເນເຊຍ ເພື່ອກ້າວສູ່ສູນກາງອຳນາດໃນທະເລຈີນໃຕ້ - ອິດສະຫຼະ

ສ.ອາເມຣິກາ ພ້ອມຊຸກດັນອິນໂດເນເຊຍ ເພື່ອກ້າວສູ່ສູນກາງອຳນາດໃນທະເລຈີນໃຕ້



ສຳນັກຂ່າວຕ່າງປະເທດລາຍງານ 23 ມັງກອນ 2018 ວ່າ: ທ່ານ ໂຈໂກ ວິໂດໂດ ປະທານປະເທດອິນໂດເນເຊຍໃຫ້ການຕ້ອນຮັບທ່ານ ພົນເອກ ເຈມ ແມັດທິສ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ທີ່ທຳນຽບເມີເດກາ ນະຄອນຫຼວງກາຕາ ໃນວັນອັງຄານນີ້ ໂດຍທ່ານ ພົນເອກ ເຈມ ແມັດທິສ ໄດ້ກ່າວໃນຕອນໜຶ່ງລະຫວ່າງການພົບປະຫາລືກັບທ່ານ ໂຈໂກ ວິໂດໂດ ແລະ ທ່ານ ໄຣອາມິຊາດ ໄຣອາຊູດູ ລັດຖະມົນຕີກະຊວງປ້ອງກັນປະເທດອິນໂດເນເຊຍວ່າ ລັດຖະບານສະຫະລັດ ອາເມຣິກາຫວັງເປັນຢ່າງຍິ່ງໃນການມີສ່ວນຮ່ວມຊຸກດັນໃຫ້ອິນໂດເນເຊຍກ້າວຂຶ້ນສູ່ການເປັນສູນກາງຂອງເຂດອຳນາດທາງທະເລ ໃນພູມມິພາກອາຊີຕາເວັນອອກສຽງໃຕ້ ຜ່ານການສົ່ງເສີມການຮ່ວມມືດ້ານຄວາມໝັ້ນຄົງ ແລະ ສະຫະລັດ ອາເມຣິກາ ຕ້ອງການຍົກລະດັບການຮ່ວມມືດ້ານການປ້ອງກັນ ແລະ ປາບປາມໄພຄຸກຄາມຈາກການກໍ່ການຮ້າຍກັບອິນໂດເນເຊຍ.


ເຊິ່ງທ່ານ ພົນເອກ ເຈມ ແມັດທິສມີກຳນົດຢ້ຽມຢາມອິນໂດເນເຊຍເປັນເວລາ 3 ວັນ ກ່ອນຈະເດີນທາງຕໍ່ໄປຍັງຫວຽດນາມ ເຊິ່ງການປະຕິບັດພາລະກິດໃນທັງສອງປະເທດຖືເປັນຄັ້ງທຳອິດຢ່າງເປັນທາງການຂອງທ່ານ ພົນເອກ ເຈມ ແມັດທິສ ໃນຖານະລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ, ເຖິງຈະຍັງບໍ່ມີການເປີດເຜີຍຢ່າງຊັດເຈນວ່າ ທ່ານ ພົນເອກ ເຈມ ແມັດທິສຈະໃຊ້ເວລາຢ້ຽມຢາມຫວຽດນາມຈັກວັນ ແຕ່ທ່ານ ພົນເອກ ເຈມ ແມັດທິສກ່າວວ່າ ທ່ານຕ້ອງການແລກປ່ຽນຄວາມຄິດແບບເປັນກັນເອງກັບເຈົ້າໜ້າທີ່ລະດັບສູງຂອງລັດຖະບານຫວຽດນາມ ໃນການດຳເນີນການຕາມຂັ້ນຕອນ ເພື່ອສົ່ງເສີມການຮ່ວມມືດ້ານການປ້ອງກັນປະເທດຂອງສອງປະເທດ ທີ່ຕັ້ງຢູ່ບົນພື້ນຖານຂອງຄວາມໄວ້ເນື້ອເຊື່ອໃຈເປັນສຳຄັນ.

ເຖິງຢ່າງໃດກໍ່ຕາມ, ການຢ້ຽມຢາມອິນໂດເນເຊຍ ແລະ ຫວຽດນາມຂອງທ່ານ ພົນເອກ ເຈມ ແມັດທິສ ໃນຄັ້ງນີ້ ເກີດຂຶ້ນໃນຂະນະດຽວກັນກັບເຮືອຮົບ USS Hopper ລ່ອງເຂົ້າມາໃກ້ກັບເສັ້ນຖານ 12 ໄມທະເລຂອງເກາະຮວງຫຍວຽນ ຫຼື ສັນດອນສະກາໂບໂຣ ເຊິ່ງເປັນເຂດຄວາມຂັດແຍ່ງໃນທະເລຈີນໃຕ້ລະຫວ່າງຟິລິບປິນ ກັບ ຈີນ ເມື່ອອາທິດທີ່ຜ່ານມາ ແລະ ລັດຖະບານຈີນໄດ້ອອກມາປະນາມວ່າ ເປັນອີກຄັ້ງທີ່ສະຫະລັດ ອາເມຣິກາເປັນຕົວສ້າງບັນຫາ ແລະ ຕັ້ງຂໍ້ສັງເກດວ່າການຢ້ຽມຢາມອິນໂດເນເຊຍ ແລະ ຫວຽດນາມຂອງທ່ານ ພົນເອກ ເຈມ ແມັດທິສໃນຄັ້ງນີ້ ຄືຄວາມພະຍາຍາມຄັ້ງຫຼ້າສຸດຂອງສະຫະລັດ ອາເມຣິກາ ໃນການ "ກວນນ້ຳໃຫ້ຂຸ່ນ" ແມ່ນຫຼືບໍ່?, ນອກຈາກນັ້ນເມື່ອທ້າຍອາທິດທີ່ຜ່ານມາ ທ່ານ ພົນເອກ ເຈມ ແມັດທິສ ຍັງໄດ້ກ່າວວ່າ ຈີນ ແລະ ລັດເຊຍຖືເປັນ "ໄຟຄຸກຄາມ" ຕໍ່ສະຫະລັດ ອາເມຣິກາ ໃນລະດັບທີ່ "ຮຸນແຮງຍິ່ງກວ່າ" ກຸ່ມກໍ່ການຮ້າຍ.



No comments

Powered by Blogger.