ເກີດແຜ່ນດິນໄຫວ 6 ຣິກເຕີ ທີ່ເກາະຊວາ ປະເທດອິນໂດເນເຊຍ - ອິດສະຫຼະ

ເກີດແຜ່ນດິນໄຫວ 6 ຣິກເຕີ ທີ່ເກາະຊວາ ປະເທດອິນໂດເນເຊຍ



ສຳນັກຂ່າວຕ່າງປະເທດລາຍງານ 23 ມັງກອນ 2018 ວ່າ: ສຳນັກງານສຳຫຼວດທໍລະນີວິທະຍາສະຫະລັດ ອາເມຣິກາ (USGS) ລາຍງານການເກີດແຜ່ນດິນໄຫວຮຸນແຮງ 6 ຣິກເຕີ ເມື່ອເວລາ 13:34 ນາທີ ຕາມເວລາທ້ອງຖິ່ນຂອງນະຄອນຫຼວງຈາກາຕາ (ທີ່ກົງກັບເວລາໃນປະເທດລາວ) ໂດຍຈຸດສູນກາງຂອງແຮງສັ່ນສະເທືອນຢູ່ເລິກລົງໄປໃຕ້ທະເລປະມານ 43 ກິໂລແມັດ ຫ່າງຈາກນະຄອນຫຼວງຈາກາຕາ ທີ່ຕັ້ງຢູ່ເທິງເກາະຊວາ ໄປທາງຕິດຕາເວັນຕົກສຽງໃຕ້ປະມານ 130 ກິໂລແມັດ.

ພາຍຫຼັງເກີດເຫດຍັງບໍ່ມີລາຍງານຄວາມເສຍຫາຍຕໍ່ທັງຊີວິດ ແລະ ຊັບສິນຂອງປະຊາຊົນ ລວມທັງບໍ່ມີການປະກາດໃຫ້ລະວັງໄພຄື້ນຍັກສຶນາມິ ແຕ່ແຜ່ນດິນໄຫວທີ່ເກີດຂຶ້ນໄດ້ສ້າງຄວາມແຕກຕື່ນໃຫ້ກັບປະຊາຊົນໃນນະຄອນຫຼວງຂອງອິນໂດເນເຊຍ ໂດຍສະເພາະຜູ້ທີ່ຢູ່ເທິງຕຶກສູງ ເຊິ່ງໄດ້ພາກັນອົບພະຍົບອອກຈາກຕຶກມາລວມຕົວກັນຢູ່ນອກອາຄານຫຼາຍຊົ່ວໂມງ ເພື່ອຄວາມປອດໄພ.


ອິນໂດເນເຊຍເປັນໜຶ່ງໃນປະເທດທີ່ຕັ້ງຢູ່ເທິງຮອຍຕໍ່ຂອງແຜ່ນເປືອກໂລກ "ວົງແຫວນແຫ່ງໄຟ" ຈຶ່ງເປັນໜຶ່ງໃນບໍລິເວນທີ່ເກີດແຜ່ນດິນໄຫວ ແລະ ພູໄຟລະເບີດເປັນປະຈຳ ໂດຍແຜ່ນດິນໄຫວຄັ້ງຮຸນແຮງທີ່ສົ່ງຜົນໃຫ້ມີຜູ້ເສຍຊີວິດຫຼາຍທີ່ສຸດຄັ້ງຫຼ້າສຸດຂອງອິນໂດເນເຊຍ ເກີດຂຶ້ນທີ່ແຂວງອາເຈະ ເມື່ອເດືອນທັນວາ 2016 ຄວາມຮຸນແຮງ 6.5 ສົ່ງຜົນໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 100 ຄົນ.




No comments

Powered by Blogger.