ທ່ານນາຍົກລັດຖະມົນຕີ ໃຫ້ການຕ້ອນຮັບຄະນະຜູ້ແທນນະຄອນໂຮ່ຈິມິນ - ອິດສະຫຼະ

ທ່ານນາຍົກລັດຖະມົນຕີ ໃຫ້ການຕ້ອນຮັບຄະນະຜູ້ແທນນະຄອນໂຮ່ຈິມິນ



ໃນຕອນເຊົ້າ ຂອງວັນທີ 23 ມັງກອນ 2018 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ຫງວຽນ ທ້ຽນ ເຍີນ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ນະຄອນໂຮ່ຈິມິນ ແຫ່ງ ສສ.ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງ ວັນທີ 22-26 ມັງກອນ 2018.


​ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ ຂອງທ່ານ ຫງວຽນ ທ້ຽນ ເຍີນ ໃນຄັ້ງນີ້. ພ້ອມທັງ ຕີລາຄາສູງຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງນະຄອນໂຮຈິມິນ ພາຍໃຕ້ການນຳພາຊີ້ນຳຂອງທາານ ຫງວຽນ ທ້ຽນ ເຍີນ ທີ່ມີບົດຮຽນ ແລະ ປະສົບການ ຈາກການເຄີຍດຳລົງຕຳແໜ່ງໃນຫຼາຍຂົງເຂດວຽກງານ ທັງສູນກາງ ແລະ ທ້ອງຖິ່ນ ເຊິ່ງເຊື່ອໝັ້ນໄດ້ວ່າ ນະຄອນຫຼວງວຽງຈັນ ຍັງຈະຕ້ອງໄດ້ຂໍການສະໜັບສະໜູນ-ຊ່ວຍເຫຼືອ ແລະ ໄປຖອດຖອນບົດຮຽນຫຼາຍຢ່າງ ຈາກນະຄອນໂຮຈິມິນ. ນອກນັ້ນ, ທ່ານ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນ-ຊ່ວຍເຫຼືອ ຂອງຝ່າຍຫວຽດນາມແກ່ ສປປ.ລາວ ໃນດ້ານຕ່າງໆ ເຊິ່ງໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດລາວ ເວົ້າລວມ, ເວົ້າສະເພາະ ກໍ່ຄື ນະຄອນຫຼວງວຽງຈັນ, ເຮັດໃຫ້ວຽກງານຮອບດ້ານ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ.

ໃນໂອກາດດຽວກັນ, ທ່ານເລຂາຄະນະພັກນະຄອນໂຮ່ຈິມິນ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ຂອງທາານນາຍົກລັດຖະມົນຕີ ໃນຄັ້ງນີ້ ພ້ອມທັງ ແຈ້ງໃຫ້ທ່ານນາຍົກລັດຖະມົນຕີໄດ້ຮັບຊາບ ກ່ຽວກັບແຜນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ ກໍ່ຄືຜົນສຳເລັດໃນການພົວພັນຮ່ວມມື ລະຫວ່າງ ນະຄອນໂຮຈິມິນ ແລະ ນະຄອນຫຼວງວຽງຈັນ ໃນໄລຍະຜ່ານມາ ລວມທັງທິດທາງແຜນການພົວພັນຮ່ວມມືກັນໃນຕໍ່ໜ້າ. ນອກນັ້ນ, ກໍ່ຍັງໄດ້ແຈ້ງໃຫ້ຊາບ ຕໍ່ກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງນະຄອນໂຮ່ຈິມິນ ໃນຊຸມປີທີ່ຜ່ານມາ ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດອັນພົ້ນເດັ່ນ ແລະ ສິ່ງທີ່ນະຄອນໂຮ່ຈິມິນມີທ່າແຮງ, ເຊິ່ງໄດ້ຖອດຖອນ ຜົນສຳເລັດດັ່ງກ່າວ ເປັນບົດຮຽນ ແລະ ພວມຈັດຕັ້ງຜັນຂະຫຍາຍສູ່ທ້ອງຖິ່ນຕ່າງໆ ໃຫ້ກວ້າງຂວາງອອກຕື່ມ.​

No comments

Powered by Blogger.