ດ່ວນ...! ແຜ່ນດິນໄຫວຮຸນແຮງໃນປາຊີຟິກ ເຕືອນໄພສຶນາມິ ເບື່ອງຕາເວັນຕົກຂອງ ສ.ອາເມຣິກາ ແລະ ການາດາ - ອິດສະຫຼະ

ດ່ວນ...! ແຜ່ນດິນໄຫວຮຸນແຮງໃນປາຊີຟິກ ເຕືອນໄພສຶນາມິ ເບື່ອງຕາເວັນຕົກຂອງ ສ.ອາເມຣິກາ ແລະ ການາດາ



ສຳນັກຂ່າວຕ່າງປະເທດລາຍງານ 23 ມັງກອນ 2018 ວ່າ: ສຳນັກງານສຳຫຼວດທໍລະນີວິທະຍາສາດ (USGS) ລາຍງານວ່າ ເກີດແຜ່ນດິນໄຫວຂະໜາດ 8.2 ຣິກເຕີ ມີຈຸດສູນກາງຢູ່ເລິກ 10 ກິໂລແມັດ ໃຕ້ມະຫາສະໜຸດປາຊີຟິກ ຫ່າງຈາກຊາຍຝັ່ງລັດອະລາສກາ ຂອງສະຫະລັດ ອາເມຣິກາ ໄປທາງທິດຕາເວັນອອກສຽງໃຕ້ປະມານ 256 ກິໂລແມັດ ໂດຍແຮງສັ່ນສະເທືອນເລີ່ມຂຶ້ນເມື່ອເວລາ 09:31 ນາທີ ຕາມເວລາທ້ອງຖິ່ນ (16:31 ນາທີຕາມເວລາໃນລາວ).

ພາຍຫຼັງປະເມີນສະຖານະການ ສູນລະບົບເຕືອນໄພສຶນາມິສະຫະລັດ ອາເມຣິກາ ໄດ້ອອກປະກາດເຕືອນໄພຄື້ນຍັກສຶນາມິ ໃນພື້ນທີ່ຕະຫຼອດແນວຊາຍຝັ່ງເບື້ອງຕາເວັນຕົກຂອງປະເທດສະຫະລັດ ອາເມຣິກາ ແລະ ການາດາ.

ລາຍງານຂອງສື່ທ້ອງຖິ່ນລະບຸວ່າ ແຮງສັ່ນສະເທືອນຈາກແຜ່ນດິນໄຫວຄັ້ງນີ້ ຮູ້ສຶກໄດ້ເຖິງຫຼາຍເມືອງຂະໜາດໃຫຍ່ ທີ່ຢູ່ໄກລົງໄປທາງໃຕ້ເຊັ່ນ ຊີແອັດເຕີນ ໃນລັດວໍຊິງຕັນ ຂອງສະຫະລັດ ອາເມຣິກາ ແລະ ເມືອງແວນຄູເວີ ໃນການາດາ.

ລັດອະລາສກາ ຕັ້ງຢູ່ເທິງເສັ້ນວົງແຫວນແຫ່ງໄຟ ພື້ນທີ່ແຄມຝັ່ງມະຫາສະໝຸດປາຊີຟິກ ທີ່ເກີດແຜ່ນດິນໄຫວ ແລະ ພູໄຟລະເບີດຫຼາຍຄັ້ງ ແຜ່ນດິນໄຫວຄັ້ງນີ້ເກີດຂຶ້ນພຽງບໍ່ພໍເທົ່າໃດຊົ່ວໂມງ ພາຍຫຼັງທີ່ເກີດແຜ່ນດິນໄຫວຂະໜາດ 6.0 ໃນທະເລນອກເກາະຊວາຂອງອິນໂດເນເຊຍ ເຊິ່ງແຮງສັ່ນສະເທືອນໄດ້ສ້າງຄວາມແຕກຕ່າງໃຫ້ແກ່ປະຊາຊົນໃນນະຄອນຫຼວງຈາກາຕາເປັນຈຳນວນຫຼາຍ.

No comments

Powered by Blogger.