ລັດຖະບານເນັ້ນໜັກໃຫ້ເອົາໃຈໃສ່ບັນຫາຢາເສບຕິດ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ - ອິດສະຫຼະ

ລັດຖະບານເນັ້ນໜັກໃຫ້ເອົາໃຈໃສ່ບັນຫາຢາເສບຕິດ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ



ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນ ມັງກອນ 2018 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 22 ມັງກອນ 2018 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ; ສະມາຊິກລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໃນຄັ້ງນີ້ ໄດ້ພ້ອມກັນປຶກສາຫາລື ແລະ ພິຈາລະນາຮັບຮອງເອົາ ບັນດາເອກະສານສໍາຄັນຈໍານວນໜຶ່ງ ດັ່ງນີ້:

1). ບົດລາຍງານກ່ຽວກັບສະພາບພົ້ນເດັ່ນໃນພາກພື້ນ ແລະ ສາກົນ, ສະພາບຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດ ແຜນງົບ ປະມານ ປີ 2017.

- ຕໍ່ບັນຫາດັ່ງກ່າວ ກອງປະຊຸມ ໄດ້ຊີ້ນໍາໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງຍົກສູງສະຕິລະວັງຕົວ ເພື່ອກຽມພ້ອມຮັບມືຕໍ່ສະພາບການປ່ຽນແປງຂອງພາກພື້ນ ແລະ ສາກົນ, ມີສະຕິລະວັງຕົວ ຕໍ່ກົນອຸບາຍທໍາລາຍມ້າງເພຂອງຄົນບໍ່ຫວັງດີ, ເອົາໃຈໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດລົງ ເປັນຕົ້ນ ບັນຫາຢາເສບຕິດ, ອຸປະຕິເຫດ ບັນຫາທີ່ເກີດຂຶ້ນແມ່ນຍ້ອນຫຍັງ ໃຫ້ແກ່ໄຂຢູ່ ຈຸດນັ້ນ, ການລະເມີດຄໍາສັ່ງເລກທີ 15/ນຍ ແລະ ບັນຫາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ພ້ອມດຽວກັນນີ້, ໃຫ້ເອົາໃຈໃສ່ໃນການຄຸ້ມຄອງລາຄາສິນຄ້າໃຫ້ດີ, ທົບທວນຄືນ ການຈັດຕັ້ງປະຕິບັດ ນະໂຍບາຍຕ່າງໆຂອງລັດຖະບານ ໃນໄລຍະທີ່ຜ່ານມາ, ເອົາໃຈໃສ່ໃນການຈັດເກັບລາຍຮັບ ໃຫ້ໄດ້ຕາມແຜນ ຫຼື ໃຫ້ລື່ນຄາດໝາຍທີ່ວາງໄວ້ ໂດຍມີການນໍາໃຊ້ ມາດຕະການທີ່ເຂັ້ມງວດ ແລະ ເຄື່ອງມື ທີ່ທັນສະໄໝ ເຂົ້າໃນການຈັດເກັບລາຍຮັບ, ຫຼຸດຜ່ອນການໃຊ້ຈ່າຍງົບປະມານ ທີ່ບໍ່ຈໍາເປັນ ແລະ ຫັນລົງຊຸກຍູ້ສົ່ງເສີມ ການຜະລິດເປັນສິນຄ້າຂອງປະຊາຊົນ ໃຫ້ຫຼາຍຂຶ້ນ.

2). ບົດລາຍງານ ກ່ຽວກັບຄວາມຄືບໜ້າ ໃນການກະກຽມກອງປະຊຸມ ຄັ້ງທີ 40 ຂອງສອງຄະນະຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ປະຈໍາປີ 2018 ທີ່ລາວເຮົາຈະເປັນເຈົ້າພາບ.

- ຕໍ່ບົດລາຍງານດັ່ງກ່າວ ກອງປະຊຸມ ໄດ້ຊີ້ນໍາໃຫ້ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຕີລາຄາ ແລະ ສະຫຼຸບຖອດຖອນບົດຮຽນຄືນ ບັນດາໂຄງການຮ່ວມມືຕ່າງໆ ທີ່ສອງປະເທດ ໄດ້ຕົກລົງຮ່ວມ ມືກັນໃນໄລຍະທີ່ຜ່ານມາ ໂຄງການໃດມີປະສິດທິຜົນ, ໂຄງການໃດທີ່ຍັງຄ້າງຄາ ແລະ ໂຄງການໃດທີ່ຈະຕ້ອງຮ່ວມມືກັນໃນຕໍ່ໜ້າ; ສືບຕໍ່ ແລະ ຂຸ້ນຂ້ຽວເຈລະຈາ ໂຄງການໃດ ທີ່ມີຄວາມຈໍາ ເປັນທີ່ຈະໃຫ້ຝ່າຍຫວຽດນາມ ແລະ ຈະລົງນາມຮ່ວມມືກັນໃນຕໍ່ໜ້າ; ເອົາໃຈໃສ່ຈັດລຽງບູລິມະສິດຂອງໂຄງການຮ່ວມມືຕ່າງໆ ເພື່ອຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ ແລະ ເຂົ້າສູ່ລວງເລິກຕົວຈິງ.

3). ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ລາວ-ຈີນ ໃນໄລຍະຜ່ານມາ, ຄວາມຄືບໜ້າໃນການຄົ້ນຄວ້າ ແລະ ສັງລວມ ບັນຊີໂຄງການລະອຽດ ເພື່ອສະເໜີຕໍ່ລັດຖະບານ ສປ.ຈີນ ໃນການນໍາໃຊ້ທຶນຊ່ວຍເຫຼືອ ຕາມການຊີ້ນໍາຂອງກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ພະຈິກ 2017.

- ສໍາລັບທຶນທີ່ໄດ້ຮັບການຊ່ວຍເຫຼືອລ້າໃນຄັ້ງນີ້ ແມ່ນຈະໄດ້ນໍາໃຊ້ເຂົ້າໃນການພັດທະນາຂົງເຂດການສຶກສາ, ສາທາລະນະສຸກ, ການພັດທະນາສັງຄົມ, ສິ່ງແວດລ້ອມ ແລະ ການພັດທະ ນາຊົນນະບົດ ແນໃສ່ເພື່ອປະກອບສ່ວນໃຫ້ແກ່ການລົບລ້າງຄວາມທຸກຍາກ ແລະ ເປັນການສົ່ງເສີມການຜະລິດ-ການຄ້າຂອງປະຊາຊົນ. ພ້ອມດຽວກັນນີ້, ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດບັນດາໂຄງການຊ່ວຍເຫຼືອຂອງ ສປ.ຈີນ ໃນໄລຍະທີ່ຜ່ານມາ ທີ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດໃຫ້ສໍາເລັດຕາມແຜນ ພ້ອມນີ້ ຕ້ອງໄດ້ມີການຕິດຕາມກວດກາການຈັດຕັ້ງປະຕິບັດທຶນຊ່ວຍເຫຼືອດັ່ງກ່າວ ໃຫ້ມີຜົນປະໂຫຍດສູງສຸດ ແລະ ເປັນທີ່ໜ້າພໍໃຈຂອງຜູ້ໃຫ້ການຊ່ວຍເຫຼືອ. ກອງປະຊຸມຍັງໄດ້ຊີ້ນໍາໃຫ້ຄະນະຮ່ວມມື ລາວ-ຈີນ ເອົາໃຈໃສ່ປະສານສົມທົບ ແລະ ປຶກສາຫາກັບຝ່າຍຈີນໃຫ້ລະອຽດ, ຈະແຈ້ງກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ທຶນດັ່ງກ່າວ, ໂດຍສະເພາະໃຫ້ຈັດລຽງບູລິມະສິດໂຄງການ ທີ່ຈະສຸມໃສ່ຈັດຕັ້ງປະຕິບັດ ຢູ່ 5 ແຂວງບູລິມະສິດ ຄື: ແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ, ແຂວງຫຼວງພະບາງ ແລະ ແຂວງວຽງຈັນ.

ສໍາລັບກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ກຸມພາ ຄາດວ່າຈະຈັດຂຶ້ນໃນວັນທີ 20-22 ກຸມພາ 2018.

No comments

Powered by Blogger.