ໄທຢຶດຢາບ້າ 11 ລ້ານເມັດ ນຳເຂົ້າຈາກ ສປປ.ລາວ ພ້ອມຈັບກຸມຜູ້ຕ້ອງສົງໄສໄດ້ 1 ຄົນ (ວິດີໂອ) - ອິດສະຫຼະ

ໄທຢຶດຢາບ້າ 11 ລ້ານເມັດ ນຳເຂົ້າຈາກ ສປປ.ລາວ ພ້ອມຈັບກຸມຜູ້ຕ້ອງສົງໄສໄດ້ 1 ຄົນ (ວິດີໂອ)



ສື່ໃນໄທຫຼາຍສຳນັກລາຍງານໃນວັນທີ 23 ມັງກອນ 2018 ວ່າ: ເຈົ້າໜ້າທີ່ຮັກສາຄວາມສະຫງົບຮຽບຮ້ອຍຕາມລຳແມ່ນ້ຳຂອງ ຈັງຫວັດນະຄອນພະນົມ ຮ່ວມກັນຖະແຫຼງຂ່າວການຈັບກຸ່ມ ຢາບ້າ ຈຳນວນ 11,000,000 ເມັດ ມູນຄ່າປະມານ 2,000 ລ້ານບາດ ພ້ອມຜູ້ຕ້ອງຫາ 1 ຄົນ ສືບເນື່ອງມາຈາກເມື່ອວັນທີ 22 ມັງກອນ 2018 ທີ່ຜ່ານມາ ເຈົ້າໜ້າທີ່ໃນນະຄອນພະນົມໄດ້ຮັບແຈ້ງມາວ່າ ຈະມີເຮືອລັກລອບນຳເຂົ້າຢາເສບຕິດຈາກປະເທດເພື່ອນບ້ານ (ສປປ.ລາວ) ເຂົ້າມາບໍລິເວນບ້ານນາໜອງບົກ ຕຳບົນໄຊຍະບຸຣີ ອຳເພີທ່າອຸເທນ ຈັງຫວັດນະຄອນພະນົມ ຈຶ່ງໄດ້ວາງແຜນຊຸດດັກຊຸ້ມຈັບກຸມ.

ຕໍ່ມາເຈົ້າໜ້າທີ່ພົບເຮືອຕ້ອງສົງໄສ ມີຜູ້ໂດຍສານມານຳເຮືອປະມານ 20 ຄົນ ແລ່ນອອກມາຈາກບໍລິເວນບ້ານໃໝ່ ຂອງ ສປປ.ລາວ ຂ້າມແມ່ນ້ຳຂອງຈົນມາເຖິງບໍລິເວນຂັນໄດແພປາບ້ານນາໜອງບົກ ຊຸດດັກຊຸ້ມກັບກຸມຈຶ່ງໄດ້ສະແດງຕົວຂໍກວດຄົ້ນ ເຮັດໃຫ້ຜູ້ທີ່ຢູ່ເທິງເຮືອຕ່າງກໍ່ພາກັນໂດດນ້ຳໜີໄປຄົນລະທິດລະທາງ ເຈົ້າໜ້າທີ່ສາມາດຄວບຄຸມຕົວໄດ້ 1 ຄົນ ເປັນເຍົາວະຊົນລາວ ອາຍຸ 17 ປີ ກວດສອບຂອງກາງພົບຖົງຢາງສີດຳຂະໜາດໃຫຍ່ຈຳນວນ 37 ຖົງ ພາຍໃນບັນຈຸຢາບ້າ 11,000,000 ເມັດ ໂດຍຜູ້ຕ້ອງສົງໄສຮັບສາລະພາບວ່າ ມີໜ້າທີ່ຮັບຈ້າງສົ່ງເຄື່ອງເທົ່ານັ້ນ ສ່ວນຢາບ້າທັງໝົດເປັນຂອງກຸ່ມວ້າແດງ.








No comments

Powered by Blogger.