ຫວຽດນາມ ສ້າງປະຫວັດສາດໜ້າໃໝ່ໃຫ້ອາຊຽນ ເຂົ້າຊິງໄຊບານເຕະ U23 ຊິງແຊັມອາຊີ - ອິດສະຫຼະ

ຫວຽດນາມ ສ້າງປະຫວັດສາດໜ້າໃໝ່ໃຫ້ອາຊຽນ ເຂົ້າຊິງໄຊບານເຕະ U23 ຊິງແຊັມອາຊີ



ໃນວັນທີ 23 ມັງກອນ 2018 ທີ່ຜ່ານມາ ຜົນການແຂ່ງຂັນບານເຕະ U23 ຊິງແຊັມອາຊີ 2018 ລະຫວ່າງຫວຽດນາມ ກັບ ກາຕາ ຜົນປະກົດວ່າ ສະເໝີກັນ 2-2 ຕ້ອງເຕະຈຸດໂທດ ແຕ່ທີມຊາດຫວຽດນາມສາມາດເອົາຊະນະກາຕາໄດ້ດ້ວຍຈຸດໂທດ 4-3 ເຮັດໃຫ້ຫວຽດນາມເຂົ້າຊິງໄຊໃນຮອບຊິງຊະນະເລີດບານເຕະຊິງແຊັມອາຊີ 2018 ກັບ ອຸດສະເບກິດສະຖານ ໃນວັນທີ 27 ມັງກອນ 2018 ນີ້.

ເຫດການດັ່ງກ່າວຖືເປັນປະຫວັດສາດໜ້າໃໝ່ຂອງວົງການບານເຕະອາຊຽນ ທີ່ເປັນຊາດທຳອິດຈາກອາຊຽນສາມາດເຂົ້າເຖິງຮອບຊິງຊະນະເລີດໃນບານເຕະຊິງແຊັມອາຊີ, ເຮັດໃຫ້ປະຊາຊົນຊາວຫວຽດນາມຈຳນວນຫຼາຍ ຕາມຫົວເມືອງໃຫຍ່ໆ ຕ່າງກໍ່ອອກມາໂຮຮ້ອງສະຫຼອງໄຊ ດ້ວຍຄວາມພາກພູມຕາມຖະໜົນຫົນທາງ ແລະ ສະຖານທີ່ໆເປັນຈຸດຮ່ວມຕົວກັນໃນຫຼາຍແຫ່ງ.






No comments

Powered by Blogger.