ສ.ອາເມຣິກາ ທົດລອງຂີປະນາວຸດຂ້າມທະວີບ Minuteman III ທ່າມກາງຄວາມເຄັ່ງຕຶງກັບເກົາຫຼີເໜືອ - ອິດສະຫຼະ

ສ.ອາເມຣິກາ ທົດລອງຂີປະນາວຸດຂ້າມທະວີບ Minuteman III ທ່າມກາງຄວາມເຄັ່ງຕຶງກັບເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານ 3 ສິງຫາ 2017 ວ່າ: ເມື່ອວັນທີ 2 ສິງຫາ 2017 ທີ່ຜ່ານມາກອງບິນອະວະກາດທີ 30 ຂອງກອງທັບອາກາດສະຫະລັດອາເມຣິກາຖະແຫຼງວ່າ ຂີປະນາວຸດ Minuteman III ໄດ້ຖືກຍິງຂຶ້ນຟ້າເມື່ອວເລາ 2:10 ໂມງ ຂອງວັນພຸດ ຕາມເວລາທ້ອງຖິ່ນ ຈາກຖານຍິງໃນຖານທັບອາກາດແວນແດນເບີກ ໂດຍການທົດລອງຄັ້ງນີ້ມີຈຸດປະສົງເພື່ອສະແດງປະສິດທິພາບ, ປະສິດທິຜົນ, ຄວາມພ້ອມ ແລະ ຄວາມແມ້ນຢຳຂອງລະບົບອາວຸດ.

ຂີປະນາວຸດ Minuteman III ເປັນຂີປະນາວຸດຂ້າມທະວີບ (ICBM) ທີ່ຖືກທົດລອງຢ່າງສະໝ່ຳສະເໝີ ດ້ວຍການຍິງຈາກຖານທັບອາກາດແວນແດນເບີກ ເຊິ່ງສາມາດຍິງຂ້າມມະຫາສະໝຸດປາຊີຟິກໄປຍັງເປົ້າໝາຍຢູ່ເກາະປະກາລັງຄວາຈາລີນໄດ້ຢ່າງແມ້ນຢຳ ແຕ່ຂີປະນາວຸດດັ່ງກ່າວບໍ່ໄດ້ຕິດຫົວຮົບ.

ເຖິງຢ່າງໃດກໍ່ຕາມການທົດລອງຄັ້ງຫຼ້າສຸດນີ້ຂອງ ສ.ອາເມຣິກາ ເກີດຂຶ້ນທ່າມກາງຄວາມເຄັ່ງຕຶງກັບເກົາຫຼີເໜືອ ທີ່ກຳລັງພັດທະນາ ICBM ຂອງຕົນຢູ່ເຊັ່ນກັນ.

No comments

Powered by Blogger.