ລັດເຊຍກ່າວວ່າ ການຂວໍ້າບາດຄັ້ງໃໝ່ຂອງ ສ.ອາເມຣິກາ ຕໍ່ລັດເຊຍຖືເປັນການປະກາດສົງຄາມທາງການຄ້າ - ອິດສະຫຼະ

ລັດເຊຍກ່າວວ່າ ການຂວໍ້າບາດຄັ້ງໃໝ່ຂອງ ສ.ອາເມຣິກາ ຕໍ່ລັດເຊຍຖືເປັນການປະກາດສົງຄາມທາງການຄ້າ



ສຳນັກຂ່າວຕ່າງປະເທດລາຍງານ 3 ສິງຫາ 2017 ວ່າ: ທ່ານ ດະມິທຣີ ເມດເວເດບ ນາຍົກລັດຖະມົນຕີຂອງລັດເຊຍ ຖະແຫຼງຜ່ານທາງ facebook ແລະ twitter ສ່ວນຕົວຂອງທ່ານວ່າ ລັດຖະບານສະຫະລັດພາຍໃຕ້ການນຳພາຂອງທ່ານ ໂດໂນ ທຣຳ ສະແດງໃຫ້ເຫັນເຖິງຄວາມອ່ອນແອ ພາຍຫຼັງທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດອາເມຣິກາລົງນາມມີຜົນບັງຄັບໃຊ້ມາດຕະການຂວໍ້າບາດລັດເຊຍຄັ້ງໃໝ່ ໂດຍບັງຄັບໃຊ້ເປັນກົດໝາຍ ພາຍໃຕ້ຂໍ້ກ່າວຫາວ່າລັດເຊຍແຊກແຊງການເລືອກຕັ້ງຂອງສະຫະລັດອາເມຣິກາເມື່ອປີທີ່ຜ່ານມາ.
ໃນຂະນະທີ່ທາງການລັດເຊຍລະບຸວ່າ ສົງຄາມການຄ້າຢ່າງເຕັມຮູບແບບລະຫວ່າງສະຫະລັດອາເມຣິກາ ກັບ ລັດເຊຍໄດ້ເລີ່ມຂຶ້ນແລ້ວ ແລະ ການລົງນາມຂອງຜູ້ນຳສະຫະລັດອາເມຣິກາໃນຄັ້ງນີ້ ເປັນການປິດກັ້ນຄວາມຫວັງທີ່ຈະຟື້ນຟູຄວາມສຳພັນລະຫວ່າງລັດເຊຍ ກັບ ສະຫະລັດອາເມຣິກາ.

ເຊິ່ງຮ່າງກົດໝາຍທີ່ຜູ້ນຳສະຫະລັດອາເມຣິກາທີ່ຫາກໍ່ລົງນາມໄປນັ້ນ ມີເນື້ອໃນລະບຸເຖິງການຂວໍ້າບາດລັດເຊຍ, ອີຣານ ແລະ ເກົາຫຼີເໜືອ ພາຍຫຼັງທີ່ຮ່າງກົດໝາຍດັ່ງກ່າວໄດ້ຮັບການອະນຸມັດ ແລະ ຜ່ານການຮັບຮອງຈາກສະພາດ້ວຍສຽງສ່ວນໃຫຍ່.


No comments

Powered by Blogger.