ອັງກິດອາດຕ້ອງຈ່າຍເງິນສູງເຖິງ 40,000 ລ້ານເອີໂຣ ເປັນຄ່າອອກຈາກ EU - ອິດສະຫຼະ

ອັງກິດອາດຕ້ອງຈ່າຍເງິນສູງເຖິງ 40,000 ລ້ານເອີໂຣ ເປັນຄ່າອອກຈາກ EU



ສຳນັກຂ່າວຕ່າງປະເທດລາຍງານ 6 ສິງຫາ 2017 ໂດຍອ້າງຈາກລາຍງານຂອງໜັງສືພິມ The Sunday ເຊິ່ງສຳພາດແຫຼ່ງຂ່າວ 3 ຄົນໃນຄະນະເຈລະຈາຖອນຕົວຂອງຝ່າຍອັງກິດວ່າ ລັດຖະບານກຽມຊຳລະເງິນສູງສຸດ 40,000 ລ້ານເອີໂຣ ເປັນຄ່າທຳນຽມສຳລັບການລາອອກຈາກການເປັນສະມາຊິກສະຫະພາບເອີຣົບ (EU) ເຖິງຢ່າງໃດກໍ່ຕາມການຊຳລະເງິນຈະເກີດຂຶ້ນເມື່ອ EU ຍອມເຈລະຈາໃນບັນຫາສຳຄັນທີ່ລວມເຖິງນະໂຍບາຍຄວາມຮ່ວມມືທາງການຄ້າ.

ເຖິງຢ່າງໃດກໍ່ຕາມຍັງບໍ່ມີການຢືນຢັນຢ່າງເປັນທາງການຈາກທາງການອັງກິດ ແລະ ສຳນັກງານໃຫຍ່ຂອງ EU ແຕ່ຕົວເລກທີ່ມີການເປີດເຜີຍອອກມາຫຼ້າສຸດນີ້ຍັງໜ້ອຍກວ່າທີ່ EU ເຄີຍຄາດການໄວ້ກ່ອນໜ້ານີ້ທີ່ສູງເຖິງ 100,000 ລ້ານເອີໂຣ ແລະ ບໍ່ອະນຸຍາດໃຫ້ອັງກິດຊຳລະເປັນເງິນປອນສະເຕີລິງ.


No comments

Powered by Blogger.