UN ມີມະຕິເປັນເອກະພາບປະກາດ ຂວໍ້າບາດເກົາຫຼີເໜືອ ທີ່ຮຸນແຮງທີ່ສຸດ ພາຍຫຼັງທົດລອງຂີປະນາວຸດຂ້າມທະວີບ - ອິດສະຫຼະ

UN ມີມະຕິເປັນເອກະພາບປະກາດ ຂວໍ້າບາດເກົາຫຼີເໜືອ ທີ່ຮຸນແຮງທີ່ສຸດ ພາຍຫຼັງທົດລອງຂີປະນາວຸດຂ້າມທະວີບ



ສຳນັກຂ່າວຕ່າງປະເທດລາຍງານ 6 ສິງຫາ 2017 ວ່າ: ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ໄດ້ລົງມະຕິຢ່າງເປັນເອກະພາບສະໜັບສະໜູນຮ່າງມະຕິທີ່ສະຫະລັດອາເມຣິກາເປັນຜູ້ຮ່າງຂຶ້ນ ເພື່ອເປັນການລົງໂທດດ້ວຍການຂວໍ້າບາດທາງເສດຖະກິດຕໍ່ເກົາຫຼີເໜືອ ອັນເນື່ອງມາຈາກໂຄງການພັດທະນາອາວຸດນິວເຄຼຍຂອງເກົາຫຼີເໜືອ ໂດຍເນື້ອໃນສຳຄັນຂອງຮ່າງມະຕິຄື ຫ້າມການສົ່ງອອກຂອງເກົາຫຼີເໜືອ.

ເຊິ່ງຖືເປັນມາດຕະການທຳອິດໃນການຂວໍ້າບາດທາງເສດຖະກິດຕໍ່ເກົາຫຼີເໜືອ ນັບຕັ້ງແຕ່ທ່ານ ໂດໂນ ທຣຳ ປະທານປະເທດຂອງ ສ.ອາເມຣິກາ ເຂົ້າຮັບຕຳແໜ່ງ ແລະ ຍັງສະທ້ອນໃຫ້ເຫັນວ່າຈີນ ປະເທດທີ່ເປັນພັນທະມິດສຳຄັນຂອງເກົາຫຼີເໜືອຈະລົງໂທດເກົາຫຼີເໜືອດ້ວຍມາດຕະການຂວໍ້າບາດນີ້ຫຼືບໍ່?.

ຮ່າງມະຕິຂວໍ້າບາດເກົາຫຼີເໜືອຄວບຄຸມເຖິງການຫ້າມການສົ່ງອອກຖ່ານຫິນ, ເຫຼັກກ້າ, ແຮ່ເຫຼັກ, ກົ່ວ ແລະ ແຮ່ຮົ່ວ ລວມໄປເຖິງປາ ແລະ ອາຫານທະເລຂອງເກົາຫຼີເໜືອ ຈະສົ່ງຜົນໃຫ້ເກົາຫຼີເໜືອຖືກຕັດຂາດລາຍໄດ້ປະຈຳປີຈາກການສົ່ງອອກ ທີ່ແຕ່ກ່ອນເຄີຍໄດ້ປີລະ 3,000 ລ້ານໂດລາສະຫະລັດ ໃຫ້ເຫຼືອ 1,000 ລ້ານໂດລາສະຫະລັດ ຫຼື ປະມານ 1 ໃນ 3 ຂອງມູນຄ່າການສົ່ງອອກ.


ທ່ານ ນາງ ນິກກີ້ ຮາລີ ເອກອັກຄະລັດຖະທູດ ສ.ອາເມຣິກາ ປະຈຳສະຫະປະຊາຊາດ ຖະແຫຼງວ່າ ມາດຕະການຂວໍ້າບາດເປັນການລົງໂທດເກົາຫຼີເໜືອ ທີ່ໄດ້ທົດລອງຍິງຂີປະນາວຸດຂ້າມທະວີບ ແລະ ແຈ້ງເຕືອນໃຫ້ທ່ານ ຄິມ ຈອງ-ອຶນ ຜູ້ນຳເກົາຫຼີເໜືອຮັບຮູ້ວ່ານີ້ຄືມາດຕະການຂວໍ້າບາດທີ່ເຂັ້ມງວດທີ່ສຸດ ເພື່ອລົງໂທດປະເທດໃດກໍ່ຕາມໃນຍຸກນີ້ ຮ່າງມະຕິຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດຍັງຫ້າມເກົາຫຼີເໜືອບໍ່ໃຫ້ເພີ່ມຈຳນວນແຮງງານໃນຕ່າງປະເທດ ເຊິ່ງແຮງງານເຫຼົ່ານີ້ຄືຜູ້ນຳລາຍໄດ້ອີກທາງໜຶ່ງກັບປະເທດໄປສະໜັບສະໜູນລັດຖະບານເກົາຫຼີເໜືອ.

ຮ່າງມະຕິຂວໍ້າບາດຍັງຫ້າມການລົງທຶນຮ່ວມກັບເກົາຫຼີເໜືອ, ຫ້າມການລົງທຶນໃໝ່ໃນບໍລິສັດລົງທຶນທີ່ດຳເນີນການຢູ່ໃນຂະນະນີ້, ເພີ່ມເຈົ້າໜ້າທີ່ເກົາຫຼີເໜືອ 9 ຄົນ ແລະ ນິຕິບຸກຄົນອີກ 4 ອົງກອນ ເຊິ່ງມີຊື່ຂອງທະນາຄານແລກປ່ຽນເງິນຕາຕ່າງປະເທດຂອງເກົາຫຼີເໜືອເຂົ້າໄປໃນບັນຊີດຳຂອງການຂວໍ້າບາດຂອງສະຫະປະຊາຊາດອີກດ້ວຍ.

ສ.ອາເມຣິກາ ໄດ້ປຶກສາຫາລືກັບຈີນມາເປັນເວລາກວ່າ 1 ເດືອນແລ້ວກ່ຽວກັບເລື່ອງມະຕິໃໝ່ທີ່ຈະປະກາດຂວໍ້າບາດເກົາຫຼີເໜືອ ພາຍຫຼັງທີ່ເກົາຫຼີເໜືອໄດ້ມີການທົດລອງຍິງຂີປະນາວຸດຂ້າມທະວີບຄັ້ງທຳອິດເມື່ອວັນທີ 4 ກໍລະກົດ 2017 ທີ່ຜ່ານມາ ແລະ ຄັ້ງທີສອງໃນວັນທີ 28 ກໍລະກົດ 2017 ທີ່ຜ່ານມາ.


No comments

Powered by Blogger.