ຈີນຊວນອັງກິດຮ່ວມແຜນຍຸດທະສາດ ໃນຂະນະທີ່ອັງກິດກໍ່ກຳລັງຫາພັນທະມິດນອກພູມມິພາກ - ອິດສະຫຼະ

ຈີນຊວນອັງກິດຮ່ວມແຜນຍຸດທະສາດ ໃນຂະນະທີ່ອັງກິດກໍ່ກຳລັງຫາພັນທະມິດນອກພູມມິພາກ



ສຳນັກຂ່າວຕ່າງປະເທດລາຍງານ 2 ກຸມພາ 2018 ວ່າ: ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ກ່າວໃນຕອນໜຶ່ງຂອງການພົບປະຫາສລືກັບທ່ານ ນາງ ເທເຣຊາ ເມ ທີ່ນະຄອນຫຼວງປັກກິ່ງ ເມື່ອວັນພະຫັດທີ່ຜ່ານມາວ່າ ໂຄງການໜຶ່ງເລວທາງ ໜຶ່ງເສັ້ນທາງ ຫຼື ເສັ້ນທາງສາຍໄໝແຫ່ງສະຕະວັດທີ 21 ຄືແຜນຍຸດທະສາດເພື່ອການສົ່ງເສີມ ແລະ ຂະຫຍາຍກອບການຮ່ວມມືທາງການຄ້າລະຫວ່າງຈີນກັບທຸກພູມມິພາກ ທີ່ເປີດກວ້າງ, ໂປ່ງໃສ, ຄວບຄຸມ ແລະ ສ້າງປະໂຫຍດເທົ່າທຽມທັງສອງຝ່າຍ ເຊິ່ງລັດຖະບານຈີນຫວັງເປັນຢ່າງຍິ່ງວ່າຈະສາມາດເພີ່ມພູນການຮ່ວມມືກັບອັງກິດຕາມກອບການຮ່ວມມືດັ່ງກ່າວໃນອະນາຄົດ.

ຂະນະທີ່ທ່ານ ນາງ ເທເຣຊາ ເມ ກ່າວວ່າ ການທີ່ອັງກິດກຳລັງຈະອອກຈາກການເປັນສະມາຊິກສະຫະພາບເອີຣົບ ລັດຖະບານຂອງທ່ານ ນາງ ຈຶ່ງຕ້ອງປັບປ່ຽນນະໂຍບາຍຫັນທິດອອກນອກພູມມິພາກຫຼາຍຂຶ້ນ ດ້ວຍການຍົກລະດັບຄວາມສຳພັນກັບບັນດາປະເທດຕ່າງໆ ແລະ ຈີນຖືເປັນໜຶ່ງໃນປະເທດທີ່ອັງກິດໃຫ້ຄວາມສຳຄັນເປັນອັນດັບຕົ້ນໆ ໂດຍສະເພາະໃນດ້ານການຄ້າ ແລະ ການລົງທຶນ.

ເຖິງແມ່ນວ່າລັດຖະບານອັງກິດ ຈະຍອມຮັບວ່າຍັງມີຄວາມເປັນຫ່ວງກ່ຽວກັບມາດຕະຖານ ຂອງການຮ່ວມມືກັບຈີນໃນເລື່ອງນີ້ວ່າ ຈະເປັນໄປຕາມເກນສາກົນ ຫຼື ບໍ່ ແຕ່ທັງສອງປະເທດກໍ່ໄດ້ລົງນາມຮ່ວມກັນໃນຂໍ້ຕົກລົງການຮ່ວມມືທາງທຸລະກິດທີ່ມີມູນຄ່າສູງເຖິງ 9,000 ລ້ານປອນ ໜຶ່ງໃນນັ້ນຄືບັນທຶກຄວາມເຂົ້າໃຈ (MOU) ການຮ່ວມມືໃນໂຄງການໜຶ່ງເລວທາງ ໜຶ່ງເສັ້ນທາງ ລະຫວ່າງທະນາຄານສະແຕນດາດ ຊາເຕີ (Standard Chartered Bank) ກັບ ທະນາຄານພັດທະນາຈີນ ມູນຄ່າ 10,000 ລ້ານຢວນ.

ເຊິ່ງຫຼາຍຝ່ານຄາດວ່າຈີນຈະກ້າວຂຶ້ນມາສູ່ການເປັນໜຶ່ງໃນຜູ້ລົງທຶນລາຍໃຫຍ່ທີ່ສຸດຂອງອັງກິດ ພາຍໃນປີ 2020 ພາຍຫຼັງມູນຄ່າການສົ່ງອອກສິນຄ້າຈາກອັງກິດມາຍັງຈີນເພີ່ມຂຶ້ນເຖິງ 60% ຕັ້ງແຕ່ປີ 2010 ແຕ່ອັງກິດເປັນຝ່າຍຂາດດຸນການຄ້າຕໍ່ຈີນຫຼາຍເຖິງ 25,400 ລ້ານປອນ ເມື່ອປີທີ່ຜ່ານມາ.






No comments

Powered by Blogger.