ອິນເດຍ ລະນຶກເຖິງ 70 ປີ ການຈາກໄປຂອງມະຫາບູລຸດຜູ້ຍິ່ງໃຫຍ່ ມະຫາຕະມະ ຄານທີ - ອິດສະຫຼະ

ອິນເດຍ ລະນຶກເຖິງ 70 ປີ ການຈາກໄປຂອງມະຫາບູລຸດຜູ້ຍິ່ງໃຫຍ່ ມະຫາຕະມະ ຄານທີ



ເມື່ອວັນທີ 30 ມັງກອນ 2018 ທີ່ຜ່ານມາ ທາງການອິນເດຍໄດ້ຈັດພິທີລະນຶກເຖິງການຈາກໄປຂອງມະຫາຕະມະ ຄານທີ ບູລຸດຜູ້ຍິ່ງໃຫຍ່ ທີ່ຕໍ່ສູ້ເພື່ອເສລີພາບ ແລະ ອິດສະຫຼະພາບຂອງຊາວຄົນເດຍ ຈາກເຈົ້າອານານິຄົມ, ມະຫາຕະມະ ຄານທີ ເກີດເມື່ອວັນທີ 2 ຕຸລາ 1869 ແລະ ເຖິງແກ່ກຳເມື່ອວັນທີ 30 ມັງກອນ 1948.

ມາຫາຕະມະ ຄານທີ ເປັນຜູ້ນຳຄົນສຳຄັນໃນການເຄື່ອນໄຫວຮຽກຮ້ອງອິດສະຫຼະພາບຂອງອິນເດຍ ຈາກການເປັນອານານິຄົມອັງກິດ ໂດຍໃຊ້ວິທີອະຫິງສາ ປັດສະຈາກຄວາມຮຸນແຮງ ເຊິ່ງພາຍຫຼັງໄດ້ກາຍເປັນຕົ້ນແບບຂອງການປະທ້ວງແບບສັນຕິ ທີ່ໄດ້ຮັບການຍົກຍ້ອງ.

ມະຫາຕະມະ ຄານທີ ເລີ່ມເຂົ້າສູ່ຂະບວນການປ່ຽນແປງທາງການເມືອງໃນປີ 1906 ເນື່ອງຈາກກົດໝາຍໃໝ່ກຳນົດໃຫ້ຊາວອິນເດຍທຸກຄົນ ຕ້ອງເຂົ້າຈົດທະບຽນ ແລະ ເພີ່ມລາຍນິ້ວມື ຂໍ້ບັງຄັບນີ້ລວມເຖິງການໃຫ້ແມ່ຍິງຊາວອິນເດຍຕ້ອງແກ້ເຄື່ອງນຸ່ງຕໍ່ໜ້າເຈົ້າໜ້າທີ່ຕຳຫຼວດຜິວຂາວ ໃນການເບິ່ງລາຍລະອຽດຈຸດຕຳໜິ, ຮູບຮ່າງຜິວພັນ ເພື່ອຈົດລົງໃນທະບຽນ, ດ້ວຍຄວາມຄຽດແຄ້ນຊາວອິນເດຍປະມານ 3,000 ຄົນມາລວມຕົວກັນ ເພື່ອວາງແຜນການຕອບໂຕ້ ແຕ່ມະຫາຕະມະ ຄານທີ ລຸກຂຶ້ນແລ້ວເວົ້າວ່າ "ພວກເຮົາຈະສູດມົນຂໍພອນຕໍ່ພະຜູ້ເປັນເຈົ້າວ່າ ພວກເຮົາຈະເຂົ້າຄຸກ ແລະ ພວກເຮົາຈະຢູ່ໃນນັ້ນຈົນກວ່າກົດໝາຍນີ້ຈະຖືກຍົກເລີກ ແລະ ພວກເຮົາຈະຍອມ" ຄຳເວົ້າຂອງທ່ານ ໄດ້ເຮັດໃຫ້ເກີດກະແສຟອງອັນຍິ່ງໃຫຍ່ ຈົນເກີດມີການຕໍ່ຕ້ານຂອງມວນຊົນຄັ້ງຍິ່ງໃຫຍ່ໃນປະຫວັດສາດ ຜູ້ປະທ້ວງກະທຳຕາມມະຫາຕະມະ ຄານທີ ເຂົາເຈົ້າອົດທົນກໍ່ການຖືກທຸບຕີຂອງເຈົ້າໜ້າທີ່ຕຳຫຼວດ ຍອມຮັບຄວາມເຈັບປວດຢ່າງກ້າຫານໂດຍບໍ່ຕອບໂຕ້.

ມະຫາຕະມະ ຄານທີ ເປັນຜູ້ນຳໃນການຕໍ່ສູ້ຮຽກຮ້ອງເອກະລາດຂອງປະເທດອິນເດຍ ຈາກເຈົ້າອານານິຄົມອັງກິດ ຈົນປະເທດອິນເດຍໄດ້ຮັບເອກະລາດໃນປີ 1947 ໂດຍທ່ານ ມີຄວາມເຊື່ອທີ່ໝັ້ນຄົງກ່ຽວກັບການປະທ້ວງໂດຍບໍ່ໃຊ້ຄວາມຮຸນແຮງ ແລະ ຄວາມອົດທົນຕາມຫຼັກສາສະໜາ ທີ່ຮຽກວ່າວີທີ "ອະຫິງສາ" ໂດຍທ່ານຈະອົດອາຫານປະທ້ວງຈົນກວ່າຄວາມຮຸນແຮງຈະຢຸດຕິລົງ.













No comments

Powered by Blogger.