ເຮືອນພັກຂອງທ່ານ ນາງ ອອງ ຊານ ຊູຈີ ທີ່ຢ່າງກຸ້ງ ຖືກໂຈມຕີດ້ວຍລະເບີດເພີງ - ອິດສະຫຼະ

ເຮືອນພັກຂອງທ່ານ ນາງ ອອງ ຊານ ຊູຈີ ທີ່ຢ່າງກຸ້ງ ຖືກໂຈມຕີດ້ວຍລະເບີດເພີງ



ສຳນັກຂ່າວຕ່າງປະເທດລາຍງານ 1 ກຸມພາ 2018 ວ່າ: ທ່ານ ຊໍ ເຕ ໂຄສົກລັດຖະບານມຽນມາກ່າວວ່າ ມີຜູ້ບໍ່ຫວັງດີກໍ່ເຫດແກວ່ງລະເບີດເພີງເຂົ້າໃສ່ບໍລິເວນເຮືອນພັກຂອງທ່ານ ນາງ ອອງ ຊານ ຊູຈີ ທີ່ປຶກສາແຫ່ງລັດ ແລະ ລັດຖະມົນຕີກະຊວງການຕ່າງປະເທດມຽນມາ ເຊິ່ງຕັ້ງຢູ່ແຄມທະເລສາບອິນຢາ ໃນເມືອງຢ່າງກຸ້ງ ໂດຍຍັງບໍ່ມີການເປີດເຜີຍລາຍລະອຽດທີ່ສຳຄັນໃດໆ ວ່າເຫດການເກີດຂຶ້ນໃນຕອນຈັກໂມງຂອງມື້ໃດ ແລະ ສາມາດຈັບກຸມຜູ້ຕ້ອງສົງໄສໄດ້ຫຼືບໍ່. ແຕ່ເຖິງຢ່າງໃດກໍ່ຕາມ ທ່ານ ນາງ ຊູຈີ ບໍ່ໄດ້ພັກຢູ່ໃນເຮືອນຫຼັງດັ່ງກ່າວຂະນະເກີດເຫດ ເນື່ອງຈາກຍັງເປັນມື້ເຮັດວຽກຕາມປົກກະຕິທ່ານ ນາງ ຈຶ່ງຕ້ອງອາໄສຢູ່ເຮືອນໃນນະຄອນຫຼວງເນປີດໍ.


ເຖິງແມ່ນວ່າລະເບີດເພີງ ຫຼື ລະເບີດແກ້ວຈະບໍ່ແມ່ນອາວຸດທີ່ສ້າງຄວາມເສຍຫາຍເປັນວົງກວ້າງ ແຕ່ມີການວິເຄາະຈຸດປະສົງຂອງຄົນຮ້າຍ ຫຼື ຜູ້ບົ່ງການວ່າ ການເລືອກໂຈມຕີເຮືອນຂອງທ່ານ ນາງ ຊູຈີ ຫຼັງນີ້ ເຊິ່ງເປັນສະຖານທີ່ດຽວກັນກັບທີ່ທ່ານ ນາງ ຖືກກັກບໍລິເວນຢູ່ດົນເຖິງ 15 ປີ ໃນສະໄໝລັດຖະບານທະຫານ ກ່ອນຈະໄດ້ຮັບອິດສະຫຼະພາບເມື່ອປີ 2010 ອາດຈະເປັນການສ້າງສະຖານະການເພື່ອເປັນ "ສັນຍາລັກ" ຫຼາຍກວ່າ ທ່າມກາງສະຖານະການດ້ານສິດທິມະນຸດ ແລະ ຄວາມໝັ້ນຄົງພາຍໃນລັດຍະໄຂ່ຂອງມຽນມາ ທີ່ເຄັ່ງຕຶງ ແລະ ຮຸນແຮງຢ່າງຕໍ່ເນື່ອງນັບຕັ້ງແຕ່ລັດຖະບານທີ່ນຳໂດຍທ່ານ ນາງ ຊູຈີ ເຂົ້າມາບໍລິຫານປະເທດຢ່າງເປັນທາງການ ເມື່ອເດືອນ ເມສາ 2016.



No comments

Powered by Blogger.