ຫວຽດນາມສະເຫຼີມສະຫຼອງ 50 ປີແຫ່ງການລຸກຮືຂຶ້ນຄັ້ງຍິ່ງໃຫຍ່ຂອງປະຊາຊົນຕໍ່ຕ້ານຈັກກະພັດຜູ້ຮຸກຮານ - ອິດສະຫຼະ

ຫວຽດນາມສະເຫຼີມສະຫຼອງ 50 ປີແຫ່ງການລຸກຮືຂຶ້ນຄັ້ງຍິ່ງໃຫຍ່ຂອງປະຊາຊົນຕໍ່ຕ້ານຈັກກະພັດຜູ້ຮຸກຮານ



ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 31 ມັງກອນ 2018 ວ່າ: ທີ່ນະຄອນໂຮ່ຈີມິນ, ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງການບຸກໂຈມຕີ ແລະ ລຸກຮືຂຶ້ນຄັ້ງຍິ່ງໃຫຍ່ຂອງກອງທັບ ແລະ ປະຊາຊົນຫວຽດນາມ ໃນລະດູບານໃໝ່ປີວອກ (31/01/1968 - 31-01-2018) ຕໍ່ຕ້ານຈັກກະພັດຜູ້ຮຸກຮານຢູ່ທົ່ວພາກໃຕ້ຂອງຫວຽດນາມ ຈົນໄດ້ຮັບໄຊຊະນະ ແລະ ໄດ້ເຮັດໃຫ້ເຈດຈຳນົງຂອງຜູ້ຮຸກຮານສັ່ນຄອນ, ທຳລາຍຍຸດທະສາດສົງຄາມຢູ່ພາຍໃນຂອງຈັກກະລັດອາເມຣິກາ ແລະ ລູກແລ້ງຕີນມື ພ້ອມທັງໄດ້ບັງຄັບໃຫ້ຈັກກະພັດຍອມເຈລະຈາໂດຍກົງກັບຫວຽດນາມທີ່ກອງປະຊຸມປາຣີ.

ໂດຍເຂົ້າຮ່ວມພິທີມີທ່ານ ຫງວຽນ ຟູ ຈອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຫວຽດນາມ, ທ່ານ ເຈິນ ດາຍ ກວາງ ປະທານປະເທດຫວຽດນາມ, ທ່ານ ຫງວນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ ນາງ ຫງວຽນ ທິ ກິມ ເງິນ ປະທານສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍອະດີດນັກຮົບ ແລະ ປະຊາຊົນຫວຽດນາມ.

















No comments

Powered by Blogger.