ອັນດັບຄວາມສະດວກໃນການດຳເນີນທຸລະກິດ ຢູ່ ສປປ.ລາວ ຕົກຕ່ຳ ນາຍົກອອກຄຳສັ່ງ ໃຫ້ທຸກໜ່ວຍງານເລັ່ງແກ້ໄຂ - ອິດສະຫຼະ

ອັນດັບຄວາມສະດວກໃນການດຳເນີນທຸລະກິດ ຢູ່ ສປປ.ລາວ ຕົກຕ່ຳ ນາຍົກອອກຄຳສັ່ງ ໃຫ້ທຸກໜ່ວຍງານເລັ່ງແກ້ໄຂ



ພາຍຫຼັງທີ່ທະນາຄານໂລກ ໄດ້ຈັດອັນດັບຄວາມສະດວກໃນການດຳເນີນທຸລະກິດ (Ease of Doing Business Ranking) ຂອງ ສປປ.ລາວ ເຮົາຈາກລຳດັບ 139 ໃນປີ 2017 ຕົກມາເປັນ 141 ໃນປີ 2018. ສະນັ້ນ, ເພື່ອເປັນການປັບປຸງບັນຍາກາດການຄ້າ-ການລົງທຶນ ໃນການດຳເນີນທຸລະກິດຢູ່ ສປປ.ລາວ ໃຫ້ດີຂຶ້ນ ແນ່ໃສ່ການດຶງດູດການລົງທຶນໃຫ້ຫຼາຍຂຶ້ນ ແລະ ມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກໍ່ຄືລັດຖະບານ ຈຶ່ງໄດ້ອອກຄຳສັ່ງວ່າດ້ວຍການປັບປຸບບັນດາລະບຽບການ ແລະ ກົນໄກການປະສານງານ ໃນການດຳເນີນທຸລະກິດຢູ່ ສປປ.ລາວ ສະບັບເລກທີ 02/ນຍ ລົງວັນທີ 1 ກຸມພາ 2018 ໂດຍມອບໃຫ້ແຕ່ລະກະຊວງທີ່ກ່ຽວຂ້ອງກັບຕົວຊີ້ວັດດັ່ງກ່າວ ໄປປັບປຸງກົນໄກ ຈັດຕັ້ງປະຕິບັດການແກ້ໄຂ, ຫຼຸດຂອດຂັ້ນຕອນ ແລະ ໄລຍະເວລາຂອງການອອກອະນຸໃບອະນຸຍາດຕ່າງໆໃນປີ 2018 ແລະ 2019  ໂດຍຄຳສັ່ງຂອງນາຍົກລັດຖະມົນຕີມີເນື້ອໃນດັ່ງນີ້:


ເພື່ອປັບປຸງບັນຍາກາດໃນການດຳເນີນທຸລະກິດ ຢູ່ ສປປ.ລາວ ໃຫ້ດີຂຶ້ນ ແນ່ໃສ່ຍາດແຍ່ງ ແລະ ດຶງດູດເອົາການລົງທຶນທີ່ມີຄຸນນະພາບ, ຊຸກຍູ້ສົ່ງເສີມ ແລະ ສ້າງຂີດຄວາມອາດສາມາດໃນການແຂ່ງຂັນຂອງທຸລະກິດພາຍໃນໃຫ້ສູງຂຶ້ນ ກໍ່ຄືການແກ້ໄຂຄວາມຫຍຸ້ງຍາກຂອງການດຳເນີນທຸລະກິດຢູ່ພາຍໃນປະເທດ ໃຫ້ຫຼຸດລົງແບບກ້າວກະໂດດ ໂດຍການຫຼຸດຜ່ອນຂັ້ນຕອນ ແລະ ເວລາໃນການອອກອະນຸຍາດຕ່າງໆ ຂອງຂະແໜງການທີ່ກ່ຽວຂ້ອງ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ມີຜົນສັກສິດ, ຫຼຸດຜ່ອນຕົ້ນທຶນໃນການດຳເນີນກິດຈະການຂອງພາກທຸລະກິດ ແລະ ເຮັດໃຫ້ນັກລົງທຶນພາຍໃນ ແລະ ຕ່າງປະເທດເຊື່ອໝັ້ນ ແລະ ຕັດສິນໃຈເຂົ້າມາດຳເນີນ ແລະ ຂະຫຍາຍທຸລະກິດຢູ່ປະເທດເຮົາ ໃຫ້ນັບມື້ນັບຫຼາຍກາຍເປັນກຳລັງແຮງທີ່ສຳຄັນ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ໃຫ້ບັນລຸຄາດໝາຍທີ່ວາງໄວ້, ສ້າງພື້ນຖານເສດຖະກິດແຫ່ງຊາດຂອງປະເທດເຮົາໃຫ້ເຕີບໂຕຢ່າງໜັກແໜ້ນ, ໜັ້ນທ່ຽງ, ຕາມທິດຍືນຍົງ ແລະ ສີຂຽນ ທີ່ລະບຸໄວ້ໃນມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ.

ນາຍົກລັດຖະມົນຕີອອກຄຳສັ່ງ:

1. ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ທີ່ມີພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບ ແລະ ຂອບເຂດສິດ ທີ່ຕິດພັນໂດຍກົງກັບບັນດາຕົວຊີ້ວັດຄວາມສະດວກ ຂອງການດຳເນີນທຸລະກິດຢູ່ ສປປ.ລາວ ຈັດຕັ້ງປະຕິບັດການແກ້ໄຂ, ຫຼຸດຂອດຂັ້ນ ແລະ ໄລຍະເວລາຂອງການອອກອະນຸຍາດຕ່າງໆໃນປີ 2018 ແລະ ປີ 2019.

1.1 ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ປະຕິບັດດັ່ງນີ້:
(1) ຈັດຕັ້ງປະຕິບັດກົນໄກການບໍລິການລົງທຶນຜ່ານປະຕູດຽວ ໃຫ້ເປັນຮູບປະທຳໂດຍໄວ, ໂດຍປັບປຸງແກ້ໄຂຂອດການປະສານສົມທົບກັບຂະແໜງການກ່ຽວຂ້ອງ ໃຫ້ການຄົ້ນຄວ້າພິຈາລະນາອະນຸມັດເອກະສານການຂໍອະນຸຍາດລົງທຶນ ແລະ ການບໍລິການພາຍຫຼັງອອກໃບອະນຸຍາດລົງທຶນໃຫ້ລວມສູນ, ເປັນເອກະພາບ, ຫຼຸດຜ່ອນຂັ້ນຂອດ ແລະ ເວລາຂໍອະນຸຍາດລົງທຶນໃຫ້ສັ້ນເຂົ້າ ແຕ່ໃຫ້ໂປ່ງໃສ ແລະ ຮັບປະກັນຄວາມຖືກຕ້ອງຕາມກົດໝາຍ ແລະ ລະບຽບການ; ໃຫ້ຫ້ອງການບໍລິການລົງທຶນປະຕູດຽວ, ກົມສົ່ງເສີມການລົງທຶນ, ກະຊວແຜນການ ແລະ ການລົງທຶນ ສ້າງກົນໄກແຈ້ງໃຫ້ຜູ້ລົງທຶນຊາບຄວາມຄືບໜ້າ ຂອງການຄົ້ນຄວ້າພິຈາລະຈາການສະເໜີຂອງຜູ້ລົງທຶນ.

(2) ເປັນໃຈກາງປະສານກັບຂະແໜງການກ່ຽວຂ້ອງ ເພື່ອຕິດຕາມຄວາມຄືບໜ້າໃນການແກ້ໄຂບັນຫາຂອດຂັ້ນ ແລະ ຄວາມຫຍຸ້ງຍາກ ຕາມ 10 ຕົວຊີ້ວັດທີ່ທະນາຄານໂລກ ໄດ້ຍົກໃຫ້ເຫັນໃນບົດລາຍງານຂໍທິດຊີ້ນຳກ່ຽວກັບການປັບປຸງບັນຍາກາດໃນການດຳເນີນທຸລະກິດຂອງ ສປປ.ລາວ ສະບັບເລກທີ 1825/ຜທ.ລທ2 ລົງວັນທີ 8 ກັນຍາ 2017, ແລ້ວລາຍງານຄວາມຄືບໜ້າໃນການປັບປຸງ-ແກ້ໄຂຕໍ່ກອງປະຊຸມຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຂັ້ນສູງກາງ ແລະ ລັດຖະບານທຸກໆໄຕມາດ ແນ່ໃສ່ເຮັດໃຫ້ອັນດັບຄວາມສະດວກໃນການດຳເນີນທຸລະກິດຂອງ ສປປ.ລາວ ດີຂຶ້ນກວ່າເກົ່າໃນປີ 2019.

(3) ປັບປຸງກົນໄກການເຜີຍແຜ່ກົດໝາຍ ແລະ ບັນດານະໂຍບາຍ ກໍ່ຄືລະບຽບການ ທີ່ກ່ຽວຂ້ອງກັບວຽກງານການສົ່ງເສີມການລົງທຶນ.

1.2 ມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າປະຕິບັດດັ່ງນີ້:
1.2.1 ເປັນເຈົ້າການປະສານກັບຂະແໜງການເງິນ, ຂະແໜງປ້ອງກັນຄວາມສະຫງົບ, ຂະແໜງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຂະແໜງການທີ່ກ່ຽວຂ້ອງ ເລັ່ງປັບປຸງແກ້ໄຂຄວາມຫຍຸ້ງຍາກ ທີ່ພົວພັນກັບຕົວຊີ້ວັດທີ 1: ຕົວຊີ້ວັດ ການເລີ່ມຕົ້ນທຸລະກິດ ເປັນຕົ້ນແມ່ນ:

(1) ປັບປຸງລະບຽບການ, ມາດຕະການ ໃນການບໍລິການແຈ້ງຂຶ້ນທະບຽນສ້າງຕັ້ງວິສາຫະກິດ (ສ່ວນບຸກຄົນ ຫຼື ນິຕິບຸກຄົນ) ໃຫ້ມີຄວາມສະດວກ, ກະທັດຮັດ ແລະ ວ່ອງໄວ. ພາຍຫຼັງຂຶ້ນທະບຽນສ້າງຕັ້ງວິສາຫະກິດ (ສ່ວນບຸກຄົນ ຫຼື ນິຕິບຸກຄົນ) ແລ້ວ, ກ່ອນຈະດຳເນີນທຸລະກິດໃດໜຶ່ງນັ້ນ ຕ້ອງຂໍອະນຸຍາດປະກອບທຸລະກິດນຳຂະແໜງການທີ່ກ່ຽວຂ້ອງກ່ອນ;

(2) ຄົ້ນຄວ້າປັບປຸງ ແລະ ປະກາດໃຊ້ບັນດານິຕິກຳທີ່ກ່ຽວຂ້ອງກັບການໃຫ້ບໍລິການແຈ້ງຂຶ້ນທະບຽນ ສ້າງຕັ້ງວິສາຫະກິດ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດຢູ່ຂັ້ນສູງກາງ ແລະ ຂັ້ນທ້ອງຖິ່ນ ພາຍໃນໄຕມາດທີໜຶ່ງ ຂອງປີ 2018;

(3) ກະກຽມສ້າງເງື່ອນໄຂຈຳເປັນຕ່າງໆ ເພື່ອຂຶ້ນທະບຽນວິສາຫະກິດ ທາງອີເລັກໂຕຣນິກ (ຫຼື ທະບຽນວິສາຫະກິດ Online) ໃຫ້ສຳເລັດ ພາຍໃນປີ 2019;

(4) ປະຕິບັດຂັ້ນຕອນການຈົດທະບຽນກົດລະບຽບ ແລະ ຂັ້ນຕອນການຈົດທະບຽນຊັບສິນ ຂອງວິສາຫະກິດໃຫ້ໄວຂຶ້ນກວ່າເກົ່າ ພາຍຫຼັງໄດ້ລະຫັດຜູ້ເສຍອາກອນ ແລະ ໄດ້ຮັບອະນຸຍາດດຳເນີນທຸລະກິດຕ່າງໆທີ່ກ່ຽວຂ້ອງຢ່າງຄົບຖ້ວນແລ້ວ;

(5) ປັບປຸງລະບົບການອອກລະຫັດຜູ້ເສຍອາກອນ ໂດຍໃຫ້ອອກພ້ອມກັນກັບການອອກທະບຽນວິສາຫະກິດ ແລະ ໃຫ້ດັດປັບ ຫຼື ຕັດອອກຂັ້ນຂອດຕ່າງໆທີ່ບໍ່ຈຳເປັນເຊັ່ນ: ເອກະສານບັນຊີເງິນຝາກຂອງຜູ້ອຳນວຍການ, ບັນຊີພະນັກງານ, ເອກະສານສັນຍາເຊົ່າຫ້ອງການ ແລະ ອື່ນໆ ແຕ່ໃຫ້ວິສາຫະກິດ ສະໜອງເອກະສານໃນການດຳເນີນທຸລະກິດດັ່ງກ່າວໃຫ້ຄົບຖ້ວນພາຍຫຼັງທີ່ວິສາຫະກິດ ໄດ້ຮັບອະນຸຍາດໃນການລົງທຶນແລ້ວ;

(6) ປັບປຸງຂັ້ນຕອນການຄວັດຕາປະທັບ ໃຫ້ສອດຄ່ອງກັບ ມາດຕາ 21 (ປັບປຸງ) ຂອງກົດໝາຍວ່າດ້ວຍວິສາຫະກິດ;

(7) ລົບລ້າງການຂໍອະນຸຍາດຂຶ້ນປ້າຍສຳລັບວິສາຫະກິດ (ເນື່ອງຈາກເປັນປ້າຍກ່ຽວກັບການບອກຊື່ ບໍ່ແມ່ນໂຄສະນາ) ແຕ່ໃຫ້ສ້າງລະບຽບການກຳນົດມາດຕະຖານປ້າຍສຳລັບວິສາຫະກິດໃຫ້ລະອຽດ (ຂະໜາດຂອງປ້າຍ, ຕົວໜັງສື, ສີພື້ນ ແລະ ລາຍລະອຽດອື່ນໆ) ແລະ ກຳນົດມາດຕະການໃນການຄຸ້ມຄອງ ເພື່ອໃຫ້ຂະແໜງອຸດສາຫະກຳ ແລະ ການຄ້າແຈ້ງໃຫ້ຜູ້ດຳເນີນທຸລະກິດຊາບ ແລະ ປະຕິບັດ ພາຍຫຼັງຂຶ້ນທະບຽນວິສາຫະກິດແລ້ວ. ການສ້າງລະບຽບດັ່ງກ່າວ ກໍ່ໃຫ້ມີລັກສະນະຫົດຢືດ (ບໍ່ເດັດຖານເກີນໄປ) ເພື່ອສະດວກໃຫ້ຜູ້ປະກອບການໃນການຈັດຕັ້ງປະຕິບັດ.

1.2.2 ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທີ່ພົວພັນເຖິງໜ້າວຽກໃນຕົວຊີ້ວັດທີ 8: ຕົວຊີ້ວັດການຄ້າຂ້າມແດນ ປັບປຸງບັນດານິຕິກຳ ແລະ ຂັ້ນຕອນ ກ່ຽວກັບການຂໍອະນຸຍາດນຳເຂົ້າ-ສົ່ງອອກສິນຄ້າຂ້າມແດນ ໃຫ້ມີຄວາມສະດວກວ່ອງໄວ ເຮັດໃຫ້ຂະບວນການອະນຸຍາດນຳເຂົ້າ ແລະ ສົ່ງອອກສັ້ນເຂົ້າ ໂດຍແນ່ໃສ່ເຮັດໃຫ້ໄລຍະເວລາໃນຂະບວນການນຳເຂົ້າ ແລະ ສົ່ງອອກ ຫຼຸດລົງໃຫ້ໄດ້ຢ່າງໜ້ອຍ 50% ໃນປີ 2019 ເປັນຕົ້ນແມ່ນ:

(1) ປະສານສົມທົບກັບຂະແໜງການເງິນ, ຂະແໜງສາທາລະນະສຸກ, ຂະແໜງໂຍທາທິການ ແລະ ຂົນສົ່ງ, ຂະແໜງກະສິກຳ ແລະ ປ່າໄມ້, ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ, ຂະແໜງພະລັງງານ ແລະ ບໍ່ແຮ່, ຂະແໜງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ຂະແໜງທະນາຄານ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ຮີບຮ້ອນຄົ້ນຄວ້າປຶກສາກັນເພື່ອຫຼຸດຂັ້ນຂອດ, ເວລາ ແລະ ເອກະສານ ທີ່ບໍ່ຈຳເປັນໃນການອະນຸຍາດການນຳເຂົ້າ ແລະ ສົ່ງອອກສິນຄ້າລົງຕື່ມ;

(2) ປະສານສົມທົບກັບຂະແໜງການເງິນ ປັບປຸງຂັ້ນຕອນດຳເນີນການແຈ້ງເອກະສານການນຳເຂົ້າ ແລະ ສົ່ງອອກສິນຄ້າທີ່ດ່ານຊາຍແດນ ໃຫ້ມີຄວາມກະທັດຮັດ ແລະ ວ່ອງໄວຂຶ້ນກວ່າເກົ່າ, ຂັ້ນຂອດໃດ ບໍ່ຈຳເປັນແມ່ນໃຫ້ຕັດອອກ;

(3) ເປັນເຈົ້າການປະສານສົມທົບກັບຂະແໜງໂຍທາທິການ ແລະ ຂົນສົ່ງ ກວດກາຄືນ ສິ່ງຂີດຂວາງທາງດ້ານການຂົນສົ່ງພາຍໃນ ໂດຍສະເພາະ ການຕັ້ງດ່ານກວດກາຂອງເຈົ້າໜ້າທີ່ຕາມເສັ້ນທາງ ແລ້ວນຳສະເໜີເພື່ອລົບລ້າງດ່ານກວດກາ ທີ່ບໍ່ຈຳເປັນຕາມເສັ້ນທາງ.

1.3 ມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງປະຕິບັດດັ່ງນີ້:
ເປັນເຈົ້າການເລັ່ງປັບປຸງແກ້ໄຂຄວາມຫຍຸ້ງຍາກທີ່ພົວພັນກັບຕົວຊີ້ວັດທີ 2: ຕົວຊີ້ວັດການຂໍອະນຸຍາດປຸກສ້າງ ເປັນຕົ້ນແມ່ນ:

(1) ກວດກາບັນດາເອກະສານ ແລະ ເນື້ອໃນແບບຟອມການຂໍອະນຸຍາດປຸກສ້າງຄືນໃໝ່, ເອກະສານໃດ ຫຼື ເນື້ອໃນໃດ ທີ່ບໍ່ຈຳເປັນແມ່ນໃຫ້ຕັດອອກ;

(2) ເອົາແບບຟອມການຂໍໃບອະນຸຍາດປຸກສ້າງ, ລວມທັງລະບຽບການຕ່າງໆທີ່ກ່ຽວຂ້ອງ ເຂົ້າໃນເວັບໄຊ ຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ໃນຕົ້ນປີ 2018 ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ສະເໜີຂໍອະນຸຍາດປຸກສ້າງ, ບໍ່ຈຳເປັນຕ້ອງເຂົ້າໄປຊື້ແບບຟອມຢູ່ພະແນກການກ່ຽວຂ້ອງ;

(3) ຫຼຸດຜ່ອນ ຫຼື ຕັດຂັ້ນຕອນ ແລະ ເວລາໃນການຂໍອະນຸຍາດປຸກສ້າງທີ່ບໍ່ຈຳເປັນອອກ ຈາກ 11 ຂັ້ນຕອນໃຫ້ຍັງເຫຼືອບໍ່ເກີນ 7 ຂັ້ນຕອນ ແລະ ຈາກ 83 ວັນ ໃຫ້ຍັງເຫຼືອບໍ່ເກີນ 45 ວັນ ໃນປີ 2018 ແລະ ບໍ່ເກີນ 30 ວັນ ໃນປີ 2019.

1.4 ມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ປະຕິບັດດັ່ງນີ້:
ເປັນເຈົ້າການຊີ້ນຳລັດວິສາຫະກິດໄຟຟ້າລາວ ເລັ່ງປັບປຸງແກ້ໄຂຄວາມຫຍຸ້ງຍາກທີ່ພົວພັນກັບຕົວຊີ້ວັດທີ 3: ຕົວຊີ້ວັດການຕິດຕັ້ງໄຟຟ້າ ເປັນຕົ້ນແມ່ນ:

(1) ຫຼຸດຂັ້ນຕອນ ແລະ ໄລຍະເວລາການຕິດຕັ້ງໄຟຟ້າລົງຕື່ມ ຈາກທີ່ມີ 6 ຂັ້ນຕອນໃນປັດຈຸບັນ ໃຫ້ເຫຼືອບໍ່ເກີນ 5 ຂັ້ນຕອນ ແລະ ຈາກ 134 ວັນ ໃຫ້ເຫຼືອບໍ່ເກີນ 50 ວັນ ໃນປີ 2018 ແລະ ບໍ່ເກີນ 40 ວັນ ໃນປີ 2019 ໂດຍສະເພາະສຳລັບບໍລິສັດຮັບເໝົາກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ, ໃຫ້ກຳນົດມາດຕະການ ແລະ ໄລຍະເວລາການໃຫ້ບໍລິການການຕິດຕັ້ງໄຟຟ້າ ລວມທັງການຕິດຕັ້ງໝໍ້ແປງ, ໂດຍສະເລ່ຍບໍ່ໃຫ້ເກີນ 30 ວັນ ໃນປີ 2018 ແລະ ບໍ່ເກີນ 25 ວັນໃນປີ 2019. ສຳລັບການກໍ່ສ້າງຕາຂ່າຍໄຟຟ້າທີ່ມີຄວາມແຮງ 22 ກວ ໃຫ້ປະຕິບັດຕາມເງື່ອນໄຂລວງຍາວ ແລະ ສິ່ງແວດລ້ອມຂອງແຕ່ລະໜ້າວຽກ.

(2) ຕິດຕາມ ແລະ ກວດກາມາດຕະຖານຂອງການບໍລິການ ຂອງບໍລິສັດທີ່ໃຫ້ບໍລິການຕິດຕັ້ງໄຟຟ້າຢ່າງເຂັ້ມງວດ, ຖ້າຫາກພົບເຫັນການດຳເນີນການ ແລະ ບໍລິການຊັກຊ້າ ບໍ່ໄດ້ມາດຕະຖານ ໃຫ້ດຳເນີນມາດຕະການກ່າວເຕືອນ ແລະ ປະຕິບັດວິໄນ ໂດຍສະເໜີໃຫ້ຂະແໜງການກ່ຽວຂ້ອງ ຍົກເລີກໃບອະນຸຍາດດຳເນີນກິດຈະການບໍລິການຕິດຕັ້ງໄຟຟ້າຂອງບໍລິສັດດັ່ງກ່າວ.

(3) ຮີບຮ້ອນປັບປຸງລະບົບການໜອງໄຟຟ້າ ໃຫ້ມີສະຖຽນລະພາບ ແລະ ຮັບປະກັນບໍ່ໃຫ້ມີສະພາບໄຟຟ້າຕົກຢູ່ເລື້ອຍໆ ແນ່ໃສ່ເຮັດໃຫ້ດັດຊະນີຄວາມສະຖຽນລະພາບຂອງການສະໜອງໄຟຟ້າ ແລະ ຄວາມໂປ່ງໃສຂອງອັດຕາຊົມໃຊ້ໄຟຟ້າຢູ່ ສປປ.ລາວ (Reliability of supply and transparency of Tariff Index of Lao PDR) ມີອັບດັບທີ່ດີຂຶ້ນ.

1.5 ມອບໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມປະຕິບັດດັ່ງນີ້:
ເປັນເຈົ້າການປັບປຸງແກ້ໄຂຄວາມຫຍຸ້ງຍາກທີ່ພົວພັນກັບຕົວຊີ້ວັດທີ 4: ຕົວຊີ້ວັດການຂຶ້ນທະບຽນຊັບວິນ ໂດຍປັບປຸງຂັ້ນຕອນ ແລະ ໄລຍະເວລາໃນການຂຶ້ນທະບຽນຊັບສິນທີ່ດິນ, ການໂອນກຳມະສິດນຳໃຊ້,​ ການເຊົ່າ, ການສຳປະທານທີ່ດິນ ໃຫ້ໄວຂຶ້ນ ໂດຍໃຫ້ຫຼຸດຂັ້ນຕອນເຫຼືອໜ້ອຍກວ່າ 4 ຂັ້ນຕອນ ແລະ ນຳໃຊ້ເວລາສັ້ນກວ່າ 53 ວັນ ໃນປີ 2018 ແລະ ສັ້ນກວ່າ 40 ວັນໃນປີ 2019.

1.6 ມອບໃຫ້ ທະນາຄານແຫ່ງ ສປປ.ລາວ ປະຕິບັດດັ່ງນີ້:
ເປັນເຈົ້າການປະສານກັບຄະນະກຳມະການຄຸ້ມຄອງຕະຫຼາດຫຼັກຊັບ ປັບປຸງແກ້ໄຂຄວາມຫຍຸ້ງຍາກທີ່ພົວພັນ ກັບຕົວຊີ້ວັດທີ 5: ຕົວຊີ້ວັດການເຂົ້າເຖິງສິນເຊື່ອ ແລະ ຕົວຊີ້ວັດທີ 6: ຕົວຊີ້ວັດການປົກປ້ອງນັກລົງທຶນຂະໜາດນ້ອຍ ແລະ ຜູ້ຖືຮຸ້ນສ່ວນໜ້ອຍ ເປັນຕົ້ນແມ່ນ:

(1) ປັບປຸງດັດຊະນີວ່າດ້ວຍວຽກງານການເຂົ້າເຖິງສິນເຊື່ອໃຫ້ດີຂຶ້ນ ໂດຍສະເພາະດັດຊະນີຄວາມເຂັ້ມແຂງຂອງກົດໝາຍ ແລະ ລະບຽບທີ່ປົກປ້ອງຜູ້ກູ້ຢືມ ແລະ ຜູ້ໃຫ້ຢືມ ໃຫ້ສູງກວ່າລະດັບ 6, ຕັດຊະນີຄວາມສະດວກໃນການເຂົ້າເຖິງຂໍ້ມູນຂ່າວສານສິນເຊື່ອໃຫ້ສູງກວ່າລະດັບ 5, ອັດຕາການຄວບຄຸມຂອງລະບົບຖານຂໍ້ມູນຜູ້ກູ້ຂອງລັດ ໃຫ້ຕ່ຳກວ່າ 11.2% ແລະ ອັດຕາການຄວບຄຸມຂອງລະບົບຖານຂໍ້ມູນຜູ້ກູ້ຂອງເອກະຊົນ ໃຫ້ສູງກວ່າ 0%;

(2) ປັບປຸງດັດຊະນີຄຸນນະພາບຂອງກົດລະບຽບກ່ຽວກັບການຫ້າມບໍ່ໃຫ້ເກີດຜົນປະໂຫຍດທັບຊ້ອນ ທີ່ຢູ່ໃນລະດັບ 3.3 ໃຫ້ສູງຂຶ້ນກວ່າ 4.3 ແລະ ດັດຊະນີຄຸນນະພາບຂອງການຄຸ້ມຄອງຜູ້ຖືຮຸ້ນທີ່ຢູ່ໃນລະດັບ 3 ໃຫ້ສູງຂຶ້ນກວ່າລະດັບ 6.3. ຄຽງຄູ່ກັນນັ້ນ, ກໍ່ໃຫ້ຄະນະກຳມະການຄຸ້ມຄອງຕະຫຼາດຫຼັກຊັບສືບຕໍ່ຄົ້ນຄວ້າ ແລະ ກຳນົດລະບຽບການໃນການຄຸ້ມຄອງບໍລິຫານ (Corporate Governance) ໃຫ້ສຳເລັດໃນໄຕມາດທີ 2 ຂອງປີ 2018.

1.7 ມອບໃຫ້ ກະຊວງການເງິນ ປະຕິບັດດັ່ງນີ້:
(1) ເປັນເຈົ້າການເລັ່ງປັບປຸງແກ້ໄຂຄວາມຫຍຸ້ງຍາກທີ່ພົວພັນກັບຕົວຊີ້ວັດທີ 7: ຕົວຊີ້ວັດການເສຍອາກອນ, ໃນນັ້ນໃຫ້ຄົ້ນຄວ້າປັບປຸງຈຳນວນຄັ້ງ ແລະ ເວລາໃນການເສຍອາກອນຕ່າງໆຂອງບັນດາວິສາຫະກິດ, ໂດຍສະເໜີໃຫ້ມີການປັບປຸງກົດໝາຍທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ປັບປຸງຫຼຸດຈຳນວນຄັ້ງໃນການຊຳລະອາກອນກຳໄລ 4 ຄັ້ງຕໍ່ປີ ໃຫ້ເຫຼືອ 1 ຄັ້ງຕໍ່ປີ ແລະ ປັບປຸງກົນໄກການຊຳລະອາກອນປະກັນສັງຄົມ ໃຫ້ສະດວກ ແລະ ວ່ອງໄວກວ່າເກົ່າ. ພ້ອມກັນນັ້ນ, ກໍ່ໃຫ້ພະຍາຍາມຫຼຸດເວລາໃນການຊຳລະອາກອນຈາກ 182 ຊົ່ວໂມງ/ປີ ໃຫ້ເຫຼືອໜ້ອຍທີ່ສຸດ.

(2) ປັບປຸງຂັ້ນຕອນການເກັບພາສີ-ອາກອນ ໃນເວລາການນຳເຂົ້າສິນຄ້າທີ່ດ່ານຊາຍແດນໃຫ້ມີຄວາມກະທັດຮັດ ແລະ ວ່ອງໄວກວ່າເກົ່າ.

1.8 ມອບໃຫ້ ກະຊວງຍຸຕິທຳ ແລະ ອົງການຕຸລາການ ປະຕິບັດດັ່ງນີ້:
ເປັນເຈົ້າການຄົ້ນຄວ້າສ້າງ ແລະ ປັບປຸງບັນດານິຕິກຳທີ່ພົວພັນກັບຕົວຊີ້ວັດທີ 9: ຕົວຊີ້ວັດການບັງຄັບໃຊ້ສັນຍາ ແລະ ຕົວຊີ້ວັດທີ 10: ຕົວຊີ້ວັດການແກ້ໄຂບັນຫາການລົ້ມລະລາຍ ຕາມພາລະບົດບາດເປັນຕົ້ນແມ່ນ:

(1) ປັບປຸງໄລຍະເວລາຂອງຂະບວນການດຳເນີນທຸລະກິດ ເພື່ອໃຫ້ປະຕິບັດຕາມສັນຍາໃຫ້ຫຼຸດ 443 ວັນ, ອັດຕາຄ່າໃຊ້ຈ່າຍຂອງຂະບວນການດຳເນີນຄະດີເພື່ອໃຫ້ປະຕິບັດຕາມສັນຍາໃຫ້ຫຼຸດ 31.6% ຂອງມູນຄ່າສັນຍາ ແລະ ປັບປຸງດັດຊະນີຄຸນນະພາບຂອງຂະບວນການທາງສານ ໃຫ້ສູງກວ່ລະດັບ 5.5;

(2) ຮີບຮ້ອນສົມທົບກັບກະຊວງທີ່ກ່ຽວຂ້ອງ ປັບປຸງກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ ສະບັບເລກທີ 06/94, ລົງວັນທີ 14 ຕຸລາ 1994.

1.9 ມອບໃຫ້ ກະຊວງປ້ອງກັນຄວາມສະຫງົບ ປະຕິບັດດັ່ງນີ້:
ຄົ້ນຄວ້າຂັ້ນຕອນ ແລະ ໄລຍະເວລາ ການອອກຕາປະທັບ ເພື່ອການດຳເນີນທຸລະກິດ ໃຫ້ສັ້ນລົງຕື່ມ, ນັບແຕ່ປີ 2018 ເພື່ອໃຫ້ການອອກຕາປະທັບໄວ້ຂຶ້ນ, ໃຫ້ກະຊວງປ້ອງກັນຄວາມສະຫງົບ ມອບຄວາມຮັບຜິດຊອບໃຫ້ກອງບັນຊາການ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເປັນຜູ້ຜະລິດຕາປະທັບທຸລະກິດດ ໂດຍໃຫ້ກະຊວງປ້ອງກັນຄວາມສະຫງົບ ກຳນົດລະບຽບ ແລະ ມີບົດແນະນຳໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ຮັດກຸມ ແລະ ວ່ອງໄວ.

1.10 ມອບໃຫ້ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ປະຕິບັດດັ່ງນີ້:
ເປັນເຈົ້າການປະກອບສ່ວນເຂົ້າໃນຂະບວນການຄົ້ວຄວ້າ ແລະ ປັບປຸງແກ້ໄຂຄວາມຫຍຸ້ງຍາກຕ່າງໆ ທີ່ພົວພັນກັບການຈັດອັນດັບຄວາມສະດວກໃນການດຳເນີນທຸລະກິດຢູ່ລາວ ຕາມພາລະບົດບາດ ເປັນຕົ້ນແມ່ນ:

(1) ປະກອບຄຳຄິດເຫັນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າໃນການປັບປຸງບັນຍາກາດການລົງທຶນ ຢູ່ ສປປ.ລາວ

(2) ໂຄສະນາເຜີຍແຜ່ ແລະ ແນະນຳກ່ຽວກັບແນວທາງນະໂຍບາຍ, ກົດໝາຍ ແລະ ລະບຽບການຂອງລັດ ໃນການປັບປຸງອຳນວຍຄວາມສະດວກ ໃຫ້ແກ່ການດຳເນີນທຸລະກິດ ຢູ່ ສປປ.ລາວ ໃຫ້ບັນດາສະມາຊິກທີ່ຂຶ້ນກັບຕົນເຂົ້າໃຈເປັນເອກະພາບ ແລະ ພ້ອມກັນຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ.

(3) ເປັນເຈົ້າການໃນການສັງລວມບັນຫາ ແລະ ຄຳສະເໜີຂອງພາກທຸລະກິດໃນແຕ່ລະໄລຍະ ພ້ອມທັງລະດົມສະໝອງ ແລະ ສະເໜີທິດທາງ, ວິທີແກ້ໄຂຢ່າງສ້າງສັນ ເພື່ອໃຫ້ລັດຖະບານຄົ້ນຄວ້າພິຈາລະຈາ.

1.11 ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງທີ່ກ່າວມາຂ້າງເທິງ: ແຕ່ງຕັ້ງໜ່ວຍງານຮັບຜິດຊອບ ໂດຍມີຮອງຫົວໜ້າກົງຈັກຂອງຕົນ ເປັນຜູ້ລົງເລິກຊີ້ນຳການຄົ້ວຄວ້າສ້າງແຜນດຳເນີນງານ ແລະ ປັບປຸງແຕ່ລະຕົວຊີ້ວັດທີ່ພົວພັນກັບພາລະບົດບາດຂອງຕົນ ແລະ ສົ່ງໃຫ້ກະຊວງແຜນການ ແລະ ການລົງທຶນ ສັງລວມເປັນແຜນດຳເນີນງານໃນການຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ ເພື່ອໃຫ້ສາມາດຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດ ເປັນແຕ່ລະໄລຍະ.

2. ມອບໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ທີ່ມີພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບ ແລະ ຂອບເຂດສິດ ທີ່ປິ່ນອ້ອມກັບການຈັດຕັ້ງປະຕິບັດບັນດາຕົວຊີ້ວັດຄວາມສະດວກຂອງການດຳເນີນທຸລະກິດ ຢູ່ ສປປ.ລາວ ອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດການແກ້ໄຂ, ຫຼຸດຂອດຂັ້ນ ແລະ ໄລຍະເວລາຂອງການອອກອະນຸຍາດຕ່າງໆ.

3. ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນເຈົ້າການຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ ແລະ ສະຫຼຸບລາຍງານລັດຖະບານຊາບ ໃນໄລຍະ 3 ເດືອນ, 6 ເດືອນ ແລະ 1 ປີ.

4. ພາຍຫຼັງບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ປັບປຸງລະບຽບການສຳເລັດ ແລະ ມີລະບຽບການເອກະພາບແລ້ວ, ມອບໃຫ້ອົງການປົກຄອງທ້ອງຖິ່ນສຸມໃສ່ປັບປຸງຂັ້ນຂອດ ແລະ ໄລຍະເວລາຂໍອະນຸຍາດດຳເນີນທຸລະກິດຢູ່ທ້ອງຖິ່ນຂອງຕົນໃຫ້ກະທັດຮັດ, ວ່ອງໄວ, ໂປ່ງໃສ ແລະ ສາມາດກວດສອບໄດ້.

5. ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້, ໃຫ້ຄວາມຮ່ວມມື ແລະ ຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ ຢ່າງເຂັ້ມງວດ ແລະ ໄດ້ຮັບຜົນດີ.


No comments

Powered by Blogger.