ປ.ທຣຳ ຈະພິຈາລະນາທຸກຊ່ອງທາງທີ່ເປັນໄປໄດ້ ຕອບໂຕ້ການຕີຕະຫຼາດເຫຼັກຂອງຈີນ ແລະ ພ້ອມທົບທວນການຄ້າກັບເກົາຫຼີໃຕ້ - ອິດສະຫຼະ

ປ.ທຣຳ ຈະພິຈາລະນາທຸກຊ່ອງທາງທີ່ເປັນໄປໄດ້ ຕອບໂຕ້ການຕີຕະຫຼາດເຫຼັກຂອງຈີນ ແລະ ພ້ອມທົບທວນການຄ້າກັບເກົາຫຼີໃຕ້



ສຳນັກຂ່າວຕ່າງປະເທດລາຍງານ 14 ກຸມພາ 2018 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກ່າວເມື່ອວັນອັງຄານທີ່ຜ່ານມາ (13 ກຸມພາ) ວ່າທ່ານ ກຳລັງພິຈາລະນາທຸກມາດຕະການທີ່ເປັນໄປໄດ້ ທີ່ລວມເຖິງການຂຶ້ນພາສີ ແລະ ຈຳກັດໂຄຕ້າຂອງອາລູມີນຽມ ແລະ ເຫຼັກກ້າຈາກຈີນ ເນື່ອງຈາກລັດຖະບານຈີນໃຊ້ນະໂຍບາຍອຸດໝຸນລາຄາ ແລະ ມີການຕີຕະຫຼາດສິນຄ້າທັງສອງຊະນິດຫຼາຍເກີນໄປ.

ປັດຈຸບັນສິນຄ້າປະເພດເຫຼັກກ້າຈາກຈີນ ແມ່ນຄອງອັດຕາສ່ວນໃນຕະຫຼາດໂລກປະມານເຄິ່ງໜຶ່ງ ຂະນະທີ່ຜູ້ປະກອບການຂອງສະຫະລັດ ອາເມຣິກາຫຼາຍລາຍແມ່ນເຫັນດີກັບມາດຕະການດັ່ງກ່າວຂອງທ່ານ ທຣຳ ເພື່ອເປັນການປົກປ້ອງຜົນປະໂຫຍດ, ແຕ່ກໍ່ມີຄຳເຕືອນເຊັ່ນກັນວ່າ ມາດຕະການທີ່ເກີດຂຶ້ນອາດຍິ່ງຊຸກດັນໃຫ້ຜະລິດຕະພັນມີລາຄາສູງຂຶ້ນ ແລະ ສິນຄ້າອື່ນນອກເໜືອຈາກອາລູມີນຽມ ແລະ ເຫຼັກກ້າອາດໄດ້ຮັບຜົນກະທົບ ເພາະແນ່ນອນວ່າຈີນຕ້ອງມີມາດຕະການຕອບໂຕ້ໃນລະດັບທີ່ເທົ່າທຽມກັນ.


ຂະນະດຽວກັນທ່ານ ທຣຳ ກ່າວເຖິງຂໍ້ຕົກລົງການຄ້າເສລີລະຫວ່າງສະຫະລັດ ອາເມຣິກາ ກັບ ເກົາຫຼີໃຕ້ ທີ່ມີຜົນບັງຄັບໃຊ້ຕັ້ງແຕ່ປີ 2012 ເປັນຕົ້ນມາ ວ່າຄືຄວາມເສຍຫາຍໃຫຍ່ຫຼວງຕໍ່ເສດຖະກິດ ສິ່ງທີ່ລັດຖະບານສະຫະລັດ ອາເມຣິກາຕ້ອງເລັ່ງແກ້ໄຂບັນຫານີ້ກໍ່ຄື ການເຈລະຈາເພື່ອທົບທວນເນື້ອໃນຂອງຂໍ້ຕົກລົງ ຫຼື ບໍ່ກໍ່ຍົກເລີກການຮ່ວມມືດັ່ງກ່າວກັບເກົາຫຼີໃຕ້.

ເຊິ່ງຈີນ ແລະ ເກົາຫຼີໃຕ້ລວມຢູ່ໃນບັນຊີລາຍຊື່ 16 ປະເທດ ທີ່ລັດຖະບານສະຫະລັດ ອາເມຣິກາ ທີ່ນຳໂດຍທ່ານ ທຣຳ ລະບຸວ່າ: ເອົາປຽບດ້ານການຄ້າກັບສະຫະລັດ ອາເມຣິກາ, ໂດຍການແກ້ໄຂການຂາດດຸນການຄ້າເປັນໜຶ່ງໃນວາລະສຳຄັນຂອງຊາດ ທີ່ຜູ້ນຳສະຫະລັດ ອາເມຣິກາ ໃຫ້ຄຳໝັ້ນສັນຍາໄວ້ຕັ້ງແຕ່ຕອນຫາສຽງ, ເຖິງຢ່າງໃດກໍ່ຕາມ ມູນຄ່າການຂາດດຸນການຄ້າຂອງສະຫະລັດ ອາເມຣິກາ ເມື່ອປີທີ່ຜ່ານມາເພີ່ມຂຶ້ນ 12% ເປັນ 566,000 ລ້ານໂດລາສະຫະລັດ.

No comments

Powered by Blogger.