ສະຫຼົດໃຈ...! ເກີດເຫດບຸກຍິງໂຮງຮຽນທີ່ລັດຟໍລິດາ ສ.ອາເມຣິກາ ເສຍຊີວິດ 17 ຄົນ - ອິດສະຫຼະ

ສະຫຼົດໃຈ...! ເກີດເຫດບຸກຍິງໂຮງຮຽນທີ່ລັດຟໍລິດາ ສ.ອາເມຣິກາ ເສຍຊີວິດ 17 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 14 ກຸມພາ 2018 ວ່າ: ເກີດເຫດບຸກຍິງພາຍໃນໂຮງຮຽນມັດທະຍົມ Marjory Stoneman Douglas ໃນເມືອງໂບວາດ ລັດຟໍລິດາ ເມື່ອເວລາປະມານ 14:40 ນາທີ ຕາມເວລາທ້ອງຖິ່ນຂອງວັນພຸດ ເຈົ້າໜ້າທີ່ຈຳນວນຫຼາຍລວມເຖິງໜ່ວຍບຸກໂຈມຕີໄດ້ຮີບເລັ່ງໄປຍັງສະຖານທີ່ເກີດເຫດ ໂດຍມີຄຳສັ່ງປິດໂຮງຮຽນ ແລະ ອົບພະຍົບນັກຮຽນທີ່ມີຢູ່ຫຼາຍກວ່າ 3,000 ຄົນອອກຈາກສະຖານທີ່ຢ່າງເລັ່ງດ່ວນ.

ເຊິ່ງຕຳຫຼວດສາມາດຈັບກຸມຜູ້ຕ້ອງສົງໄສໄດ້ຢ່າງທັນເວລາ ພ້ອມທັງເປີດເຜີຍຂໍ້ມູນເບື້ອງຕົ້ນຄືທ້າວ ນິໂຄລາສ ຄຼູສ (Nikolas Cruz) ອາຍຸ 19 ປີ ເຊິ່ງຖືກໄລ່ອອກຈາກໂຮງຮຽນດ້ວຍເຫດຜົນບາງຢ່າງ ແຕ່ເຈົ້າໜ້າທີ່ຍັງຂໍສະຫງວນຂໍ້ມູນ ໂດຍຜູ້ຕ້ອງສົງໄສເປັນຝ່າຍຍອມມອບຕົວກັບເຈົ້າໜ້າທີ່ເອງ ພ້ອມຂອງກາງທີ່ມີທັງປືນໄຣເຟີລຸ້ນ AR-15 ແລະ ລູກປືນຈຳນວນຫຼາຍ.


ຂະນະທີ່ຈຳນວນຜູ້ເສຍຊີວິດຈາກເຫດການຄັ້ງນີ້ມີຢ່າງໜ້ອຍ 17 ຄົນ ໃນຈຳນວນ 2 ຄົນເສຍຊີວີດທີ່ໂຮງໝໍ ແລະ ມີຜູ້ໄດ້ຮັບບາດເຈັບອີກ 16 ຄົນ ເຊິ່ງຜູ້ເຄາະຮ້າຍສ່ວນໃຫຍ່ທີ່ຖືກຍິງແມ່ນຢູ່ໃນອາຄານຮຽນ, ໃນດ້ານຂອງສື່ທ້ອງຖິ່ນຫຼາຍແຫ່ງລາຍງານວ່າທ້າວ ຄຼູສ ໄດ້ກົດສັນຍານເຕືອນໄພການເກີດໄຟໄໝ້ຈົນສົ່ງສຽງດັງໄປທົ່ວໂຮງຮຽນ ແລະ ໄດ້ສ້າງຄວາມແຕກຕື່ນໃຫ້ກັບນັກຮຽນ ແລະ ຄູອາຈານກ່ອນລົງມືລົວປືນໃສ່ ແຕ່ຕຳຫຼວດຍັງສະຫງວນທ່າທີຕໍ່ຂໍ້ມູນດັ່ງກ່າວ.


ພາຍຫຼັງເກີດເຫດທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ແລະ ພັນລະຍາທ່ານ ນາງ ເມລາເນຍ ທຣຳ  ລົງຂໍ້ຄວາມໃນ Twitter ສະແດງຄວາມເສຍໃຈຢ່າງສຸດຊຶ້ງໄປຍັງຄອບຄົວຂອງຜູ້ເສຍຊີວິດ ໂດຍຜູ້ນຳສະຫະລັດ ອາເມຣິກາກ່າວວ່າບໍ່ຄວນມີນັກຮຽນ, ຄູ ແລະ ບຸກຄົນໃດກໍ່ຕາມ ຮູ້ສຶກບໍ່ປອດໄພໃນໂຮງຮຽນ.

ສຳລັບເຫດການບຸກຍິງໃນໂຮງຮຽນ Marjory Stoneman Douglas ຖືເປັນເຫດການບຸກຍິງພາຍໃນສະຖານສຶກສາໃນສະຫະລັດ ອາເມຣິກາ ຄັ້ງທີ 18 ແລ້ວໃນປີນີ້ ເຊິ່ງນີ້ກໍ່ຫາແຕ່ເຂົ້າສູ່ປີ 2018 ໄດ້ຍັງບໍ່ທັນເຕັມສອງເດືອນ, ຫາກນັບຕັ້ງແຕ່ເຫດການບຸກຍິງທີ່ໂຮງຮຽນປະຖົມແຊນດີ ຮຸກ ທີ່ເມືອງນິວທາວ ລັດຄອນເນດຕິຄັດ ເຊິ່ງມີຜູ້ເສຍຊີວິດ 26 ຄົນ ເມື່ອວັນທີ 14 ທັນວາ 2012 ນັ້ນ ເກີດເຫດບຸກຍິງຕາມສະຖານທີ່ສຶກສາໃນສະຫະລັດ ອາເມຣິກາ ທີ່ມີລາຍງານຢ່າງເປັນທາງການມາແລ້ວກວ່າ 290 ຄັ້ງ.


No comments

Powered by Blogger.