ນັກລົງທຶນຈີນ ສຳປະທານເດີ່ນບິນເກົ່າວັງວຽງ 50 ປີ ສ້າງສູນກາງການທ່ອງທ່ຽວ - ອິດສະຫຼະ

ນັກລົງທຶນຈີນ ສຳປະທານເດີ່ນບິນເກົ່າວັງວຽງ 50 ປີ ສ້າງສູນກາງການທ່ອງທ່ຽວ



ເມື່ອວັນທີ 13 ກຸມພາ 2018 ຜ່ານມາ ທີ່ແຂວງວຽງຈັນ ໄດ້ມີພິທີເຊັນສັນຍາເພື່ອພັດທະນາເດີ່ນບິນເກົ່າເມືອງວັງວຽງ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວລະຫວ່າງບໍລິສັດ ອີຈິນ ວິສາວະກຳກໍ່ສ້າງລາວ ຈຳກັດ ນຳໂດຍທ່ານ ຫຼິວ ຟຸ ກວາງ ປະທານບໍລິສັດ ຮ່ວມລົງນາມກັບທ່ານ ສຸກັນ ວິໄລລັດ ຫົວໜ້າພະແນກແຜນການ-ການລົງທຶນແຂວງວຽງຈັນ ໂດຍການເປັນສັກຂີພິຍານຂອງທ່ານ ວິດົງ ໄຊຍະສອນ ເຈົ້າແຂວງໆວຽງຈັນ.

ໂດຍໂຄງການດັ່ງກ່າວຈະເປັນການກໍ່ສ້າງໂຮງແຮມ 5 ດາວ, ໂຮງໝໍ, ໂຮງຮຽນທ່ອງທ່ຽວ, ຫໍສະແດງວັດທະນະທຳປະເພນີຊົນເຜົ່າລາວ ເພື່ອເກັບປີ້ຈາກການເຂົ້າຊົມຂອງນັກທ່ອງທ່ຽວ ພາຍໃນເນື້ອທີ່ 16.24 ເຮັດຕາ ຂອງເດີ່ນບິນເກົ່າເມືອງວັງວຽງ ມີໄລຍະການກໍ່ສ້າງ 5 ປີ, ສຳປະທານ 50 ປີ ແລະ ມີມູນຄ່າການລົງທຶນທັງໝົດ 200 ລ້ານໂດລາສະຫະລັດ.








No comments

Powered by Blogger.