ກົມໃຫຍ່ຕຳຫຼວດແຈ້ງ ໃຫ້ຜູ້ເສຍຫາຍຈາກການເອົາເງິນໄປລົງທຶນກັບບໍລິສັດ ລາວຄຳ ເຂົ້າແຈ້ງຄວາມ - ອິດສະຫຼະ

ກົມໃຫຍ່ຕຳຫຼວດແຈ້ງ ໃຫ້ຜູ້ເສຍຫາຍຈາກການເອົາເງິນໄປລົງທຶນກັບບໍລິສັດ ລາວຄຳ ເຂົ້າແຈ້ງຄວາມ



ກົມຕຳຫຼວດເສດຖະກິດ, ກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ ອອກແຈ້ງການ ເລກທີ 269/302 ລົງວັນທີ 13 ກຸມພາ 2018 ເລື່ອງໃຫ້ພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ພະນັກງານ, ທະຫານ-ຕຳຫຼວດ ໃນທົ່ວປະເທດ ທີ່ໄດ້ເອົາເງິນໄປຝາກນຳບໍລິສັດ ລາວຄຳ ທີ່ປຶກສາການລົງທຶນ ຈຳກັດ ໃຫ້ໄປສະໜອງຂໍ້ມູນ ຫຼື ແຈ້ງຄວາມຕໍ່ເຈົ້າໜ້າທີ່ ຖ້າຫາກທ່ານເຫັນວ່າບໍລິສັດດັ່ງກ່າວມີ ພຶດຕິກຳຍັກຍອກ-ສໍ້ໂກງຊັບທີ່ໄດ້ສ້າງຜົນເສຍຫາຍ ຫຼື ບໍ່ໄດ້ຮັບຄວາມເປັນທຳ.


ໂດຍຜ່ານການສືບສວນ-ສອບສວນ, ເກັບກຳຂໍ້ມູນຫຼັກຖານ ແລະ ໄດ້ເອົາຄຳໃຫ້ການຜູ້ຖືກເສຍຫາຍຈຳນວນໜຶ່ງ, ແຕ່ຍ້ອນວ່າມີຜູ້ຖືກເສຍຫາຍຈຳນວນຫຼວງຫຼາຍໃນຂອບເຂດທົ່ວປະເທດຍັງບໍ່ທັນໄດ້ເຂົ້າໄປລາຍງານ ແລະ ແຈ້ງຄວາມນຳເຈົ້າໜ້າທີ່ຕຳຫຼວດ ເພື່ອປົກປ້ອງຜົນປະໂຫຍດຂອງຜູ້ເສຍຫາຍ ແລະ ເພື່ອຮັບປະກັນການດຳເນີນຄະນະໃຫ້ຖືກຕ້ອງຕາມກົດໝາຍຫົວໜ້າກົມຕຳຫຼວດເສດຖະກິດ ຈຶ່ງອອກແຈ້ງການດັ່ງນີ້:

1. ໃຫ້ຜູ້ຖືກເສຍຫາຍທີ່ໄດ້ຂຽນຄຳຮ້ອງຟ້ອງຕໍ່ ບໍລິສັດລາວຄຳ ທີ່ປຶກສາການລົງທຶນ ຈຳກັດແລ້ວ ແຕ່ຍັງບໍ່ທັນໄດ້ໄປລາຍງານ (ໃຫ້ປາກຄຳ) ກັບເຈົ້າໜ້າທີ່ຕຳຫຼວດ ຢູ່ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ແມ່ນໃຫ້ຮີບຮ້ອນເອົາເອກະສານຫຼັກຖານທັງໝົດເຂົ້າໄປພົບເຈົ້າໜ້າທີ່ສອບສວນດ່ວນ ເພື່ອຈະທ້ອນໂຮມ ແລະ ບັນທຶກເອົາຄຳໃຫ້ການປະກອບໃສ່ສຳນວນຄະດີໃຫ້ທັນເວລາ.

2. ໃຫ້ຜູ້ເສຍຫາຍທີ່ຍັງບໍ່ທັນໄດ້ຂຽນຄຳຮ້ອງຟ້ອງ ຫຼື ແຈ້ງຄວາມຕໍ່ກັບບໍລິສັດ ລາວຄຳ ກໍ່ໃຫ້ຮີບຮ້ອນຂຽນຄຳຮ້ອງ ຫຼື ເຂົ້າໄປແຈ້ງຄວາມພ້ອມດ້ວຍເອກະສານຫຼັກຖານ ກ່ຽວກັບບໍລິສັດ ລາວຄຳ ຢູ່ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ.

3. ກຳນົດເວລາຮັບບັນທຶກຄຳໃຫ້ການ, ຮັບຄຳຮ້ອງຟ້ອງ ແລະ ຮັບແຈ້ງຄວາມ ແມ່ນບໍ່ໃຫ້ກາຍວັນທີ 30 ເມສາ 2018 ເພື່ອໃຫ້ເຈົ້າໜ້າທີ່ ທີ່ຮັບແຈ້ງຄວາມໄດ້ສັງລວມສົ່ງໃຫ້ກົມຕຳຫຼວດເສດຖະກິດ ແລ້ວສັງລວມເຂົ້າໃນບົດສະຫຼຸບຄະດີໃຫ້ທັນຕາມເວລາ.

ເບີໂທຕິດຕໍ່ປະສານງານ:
1. ພົທ ປອ ສີສະຫວັດ ສັງສິນໄຊ 020 99393394
2. ພັຕ ຄຳໄພທູນ ລໍວັນຫງຽນ 020 56202555
3. ພັຕ ສົມຊາຍ ມິດດາວົງ 020 97892653
4. ພັຕ ວຽງທອງ ໄຊຍະຈັນ 020 97891453
5. ຮອ ສົມພັນ ບຸນທະວົງ 020 98089554




No comments

Powered by Blogger.