ມີເດັກນ້ອຍລາວຫຼາຍກວ່າ 55,000 ຄົນ ບໍ່ໄດ້ເຂົ້າໂຮງຮຽນ ແລ້ວຈະຊ່ວຍເຫຼືອເຂົາເຈົ້າແນວໃດ? - ອິດສະຫຼະ

ມີເດັກນ້ອຍລາວຫຼາຍກວ່າ 55,000 ຄົນ ບໍ່ໄດ້ເຂົ້າໂຮງຮຽນ ແລ້ວຈະຊ່ວຍເຫຼືອເຂົາເຈົ້າແນວໃດ?



ເລື່ອງລາວຂອງ ນຸງກູເລົາ, ຈືລີ ແລະ ປໍຈູ ເດັກນ້ອຍລາວ ທີ່ບໍ່ໄດ້ເຂົ້າໂຮງຮຽນ ເຊິ່ງປັດຈຸບັນໃນ ສປປ.ລາວ ມີເດັກນ້ອຍຫຼາຍກວ່າ 55,000 ຄົນບໍ່ໄດ້ເຂົ້າໂຮງຮຽນ ແລະ ແນວທາງການຊ່ວຍເຫຼືອເຂົາເຈົ້າຕາມແຜນງານບີຄວາ.


ແຜນງານບີຄວາ ແມ່ນແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານຢູ່ ສປປ.ລາວ ເປັນແຜນງານໄລຍະ 10 ພາຍໃຕ້ການຈັດຕັ້ງຂອງລັດຖະບານແຫ່ງ ສປປ.ລາວ ແລະ ລັດຖະບານອົດສະຕຣາລີ ແລະ ການສະໜັບສະໜູນຈາກສະຫະພາບເອີຣົບ. ໄລຍະທີ 1 ຂອງແຜນງານແມ່ນ 2015-2019 ດ້ວຍງົບປະມານ 82 ລ້ານໂດລາອົດສະຕຣາລີ.

ແຜນງານບີຄວາຈະໃຫ້ການສະໜັບສະໜູນເດັກນ້ອຍຈຳນວນ 450,000 ຄົນ ໃຫ້ໄດ້ຮັບການສຶກສາທີ່ມີຄຸນນະພາບ ໂດຍສະເພາະແມ່ນເດັກນ້ອຍທີ່ດ້ອຍໂອກາດທາງການສຶກສາເຊັ່ນ: ເດັກຍິງ, ນັກຮຽກພິການ ແລະ ເດັກນ້ອຍທີ່ຢູ່ເຂດຫ່າງໄກສອກຫຼີກ.

ແຜນງານບີຄວາຈະໃຫ້ການສະໜັບສະໜູນແກ່ 66 ເມືອງເປົ້າໝາຍ ທີ່ດ້ອຍໂອກາດທີ່ສຸດທາງດ້ານການສຶກສາຢູ່ ສປປ.ລາວ ໂດຍການສະໜັບສະໜູນວຽກງານການສ້າງຄູ ທີ່ມາຈາກບ້ານທີ່ຢູ່ຫ່າງໄກສອກຫຼີ, ປັບປຸງວິທີການສິດສອນພາສາລາວ, ສ້າງຫ້ອງຮຽນໃໝ່ ແລະ ສະໜອງສິ່ງອຳນວຍຄວາມສະດວກດ້ານສຸຂາພິບານ. ນອກຈາກນີ້ແຜນງານບີຄວາຍັງຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ ແກ່ລະບົບການສຶກສາທົ່ວປະເທດ ໂດຍການປັບປຸງຫຼັກສູດຊັ້ນປະຖົມແຫ່ງຊາດ, ແຈກຢາຍປື້ມແບບຮຽນໃຫ້ແກ່ທຸກໂຮງຮຽນຢູ່ໃນ ສປປ.ລາວ ແລະ ສ້າງຂີດຄວາມສາມາດຢູ່ຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ.

ແຜນງານບີຄວາເປັນແຜນງານທີ່ຈັດຕັ້ງນຳພາໂດຍ ກະຊວງສຶກສາທິການ ແລະ ກີລາ ແລະ ສະຖານທູດອົດສະຕຣາລີ ເຊິ່ງໄດ້ຮັບການສະໜັບສະໜູນໂດຍ ພະນັກງານວິຊາການຂອງແຜນງານບີຄວາ ທີ່ປະຈຳຢູ່ຂັ້ນສູນກາງ ແລະ ຂັ້ນແຂວງ, ນອກຈາກນີ້ແຜນງານບີຄວາຍັງໄດ້ຮ່ວມມືກັບອົງການສະຫະປະຊາຊາດສຳລັບເດັກ, ອົງການອາຫານໂລກ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລົດຖະບານອື່ນໆ.



No comments

Powered by Blogger.