ທ່ານ ປູຕິນ ກ່າວວ່າບໍ່ເຄີຍໃຊ້ Smartphone ແລະ ຍັງເຄີຍກ່າວວ່າບໍ່ເຄີຍຄິດທີ່ຈະຫຼິ້ນສື່ສັງຄົມອອນລາຍ - ອິດສະຫຼະ

ທ່ານ ປູຕິນ ກ່າວວ່າບໍ່ເຄີຍໃຊ້ Smartphone ແລະ ຍັງເຄີຍກ່າວວ່າບໍ່ເຄີຍຄິດທີ່ຈະຫຼິ້ນສື່ສັງຄົມອອນລາຍ



ທ່ານ ປູຕິນ ປະທານປະເທດລັດເຊຍກ່າວເມື່ອວັນພຸດ (9 ກຸມພາ) ທີ່ຜ່ານມາວ່າ: ທ່ານຍັງບໍ່ມີ Smartphone (ສະມາດໂຟນ) ແລະ ທ່ານຍັງເຄີຍກ່າວເມື່ອປີທີ່ຜ່ານມາວ່າ ບໍ່ເຄີຍຄິດທີ່ຈະເຂົ້າຮ່ວມສື່ສັງຄົມອອນລາຍໃດໆທັງນັ້ນ.

ໂດຍທ່ານ ປູຕິນ ໄດ້ກ່າວລະຫວ່າງການປະຊຸມສຳມະນາກັບບັນດານັກວິຊາການ ແລະ ນັກວິທະຍາສາດໂດຍໄດ້ໂຕ້ແຍ້ງຄຳກ່າວຂອງທ່ານ ມິຄາອິວ ໂຄວາຊຸກ ປະທານສະຖາບັນວິໄຈຄົ້ນຄວ້າວິໄຈນິວເຄຼຍ ເຄີຊາໂຕບ (Kurchatov nuclear research institute) ໃນລະຫວ່າງການຢ້ຽມຢາມໄຊບີເຣຍ ທີ່ວ່າໃນຍຸກນີ້ແມ່ນໃຜກໍ່ມີ Smartphone ໃນກະເປົ໋າແລ້ວ, ແຕ່ທ່ານປູຕິນ ໄດ້ກ່າວຕອບວ່າ "ທີ່ທ່ານກ່າວວ່າຍຸກນີ້ແມ່ນໃຜກໍ່ມີ Smartphone ແຕ່ຂ້າພະເຈົ້າບໍ່ມີ" ທ່ານ ປູຕິນ ກ່າວພ້ອມສຽງຫົວຈາກກຸ່ມຜູ້ຮ່ວມປະຊຸມສຳມະນາ.


ທ່ານ ປູຕິນ ຜູ້ນຳລັດເຊຍ ອາຍຸ 65 ປີເຄີຍກ່າວວ່າ ທ່ານບໍ່ຄ່ອຍຮູ້ເລື່ອງເຕັກໂນໂລຊີຫຍັງຫຼາຍ ແລະ ໃນປີ 2005 ທ່ານເຄີຍບອກວ່າບໍ່ມີໂທລສັບມືຖືໃຊ້ ແລະ ກໍ່ຍັງສະແດງຄວາມເປັນຫ່ວງຕໍ່ເນື້ອໃນຂໍ້ມູນຂ່າວສານໃນໂລກອອນລາຍຫຼາຍ.

ໂດຍໃນປີທີ່ຜ່ານມາ ທ່ານເຄີຍກ່າວລະຫວ່າງການພົບປະກັບກຸ່ມນັກຮຽນວ່າ ທ່ານເກືອບບໍ່ໄດ້ໃຊ້ອິນເຕີເນັດເລີຍ ຫຼັງຈາກຖືກນັກຮຽນຖາມວ່າ ທ່ານ ປູຕິນ ໄດ້ຫຼິ້ນ Instagram ບໍ່? ທ່ານ ຕອບໄປວ່າ "ເລີກວຽກກໍ່ເດິກດື່ນທ່ຽງຄືນແລ້ວ ບໍ່ມີເວລາຫຼິ້ນ Instagram ດອກ?"

ລາຍງານຍັງລະບຸວ່າ ຮູບແບບການດຳລົງຊີວິດຂອງທ່ານ ປູຕິນ ແມ່ນແຕກຕ່າງຈາກທ່ານ ເດີມິຕຣີ ເມດເວດເດບ ນາຍົກລັດຖະມົນຕີລັດເຊຍຫຼາຍ ທີ່ມັກໃຊ້ Instagram ເປັນຊີວິດຈິດໃຈ.

ໂດຍໃນໄລຍະຫຼາຍປີທີ່ຜ່ານມາ ທ່ານ ປູຕິນ ເຄີຍກ່າວໄວ້ວ່າ ອິນເຕີເນັດ ເປັນໂຄງການພິເສດຂອງ CIA ແລະ ເນື້ອໃນຫຼາຍກວ່າເຄິ່ງເປັນການໂຄສະນາຊວນເຊື່ອ.

ນັບຕັ້ງແຕ່ປີ 2012 ທີ່ທ່ານ ປູຕິນ ຫວນກັບເຂົ້າສູ່ຕຳແໜ່ງປະທານປະເທດລັດເຊຍ ທ່ານໄດ້ໃຊ້ມາດຕະການປາບປາມ ແລະ ປິດກັ້ນທາງອິນເຕີເນັດ ແລະ ສານມີການສັ່ງດຳເນີນຄະດີກັບຜູ້ໃຊ້ອິນເຕີເນັດຈຳນວນຫຼາຍ ໂດຍສະເພາະຜູ້ທີ່ລົງພາບ ແລະ ຂໍ້ຄວາມວິຈານລັດຖະບານພາຍໃຕ້ການນຳຂອງທ່ານລົງໂລກອອນລາຍ.


No comments

Powered by Blogger.