ສານໄທນຳຕົວ ໄຊຊະນະ ແກ້ວພິມພາ ຂຶ້ນສານສືບພະຍານຄະດີຢາບ້າ 1.2 ລ້ານເມັດ - ອິດສະຫຼະ

ສານໄທນຳຕົວ ໄຊຊະນະ ແກ້ວພິມພາ ຂຶ້ນສານສືບພະຍານຄະດີຢາບ້າ 1.2 ລ້ານເມັດ



ສື່ໃນໄທລາຍງານເມື່ອວັນທີ 15 ກຸມພາ 2018 ວ່າ: ສານອາຍາຂອງໄທ ໄດ້ນຳຕົວທ້າວ ໄຊຊະນະ ແກ້ວພິມພາ ອາຍຸ 42 ປີ ສັນຊາດລາວ ຈາກຄຸກພິເສດບາງກອກ ໄປຍັງສານອາຍາ ເພື່ອສືບພະຍານໂຈດໃນຄະດີທີ່ໄອຍະການພິເສດຝ່າຍຄະດີຢາເສບຕິດ 10 ສຳນັກໄອຍະການສູງສຸດຂອງໄທ ເປັນໂຈດຍື່ນຟ້ອງທ້າວ ໄຊຊະນະ ແກ້ວພິມພາ ຈຳເລີຍ ໃນຄວາມຜິດຖານສົມຄົບກັນຕັ້ງແຕ່ 2 ຄົນຂຶ້ນໄປ ເພື່ອກະທຳຄວາມຜິດກ່ຽວກັບຢາເສບຕິດ ແລະ ໄດ້ມີການກະທຳກ່ຽວກັບຢາເສບຕິດ, ຮ່ວມກັນນຳເຂົ້າຢາບ້າທີ່ເປັນຢາເສບຕິດໃຫ້ໂທດປະເພດ 1 ເພື່ອຈຳໜ່າຍໂດຍບໍ່ໄດ້ຮັບອະນຸຍາດ ແລະ ຮ່ວມກັນມີຢາເສບຕິດໄວ້ໃນຄອບຄອງເພື່ອຈຳໜ່າຍໂດຍບໍ່ໄດ້ຮັບອະນຸຍາດຈຳນວນ 1.2 ລ້ານເມັດ.


ເມື່ອວັນທີ 31 ກໍລະກົດ 2017 ທີ່ຜ່ານມາ, ທ້າວ ໄຊຊະນະ ແກ້ວພິມພາ ແລະ ພວກໄດ້ປະຕິເສດທຸກຂໍ້ກ້າວຫາ ແລະ ພ້ອມສູ້ຄະດີ ເມື່ອສານໄດ້ນັດສືບສວນສອບສວນຈຳເລີຍ ທີ່ປະກອບດ້ວຍທ້າວ ໄຊຊະນະ ແກ້ວພິມພາ ແລະ ພວກອີກ 2 ຄົນ ທີ່ເປັນຄົນໄທ ໂດຍຈຳເລີຍທັງ 3 ໄດ້ຮ່ວມກັນກະທຳຜິດ ແລະ ມີຢາບ້າໄວ້ໃນຄອບຄອງລວມກັນເຖິງ 3,381,400 ເມັດ (1.2 ລ້ານເມັດແມ່ນລັກລອບຂົນເຂົ້າໄປຈາກ ສປປ.ລາວ) ພ້ອມເງິນອີກ 144 ລ້ານບາດ, ເຊິ່ງໄອຍະການໄດ້ຍື່ນຟ້ອງພ້ອມລະບຸຄັດຄ້ານການໃຫ້ປະກັນຕົວ ເນື່ອງຈາກມີຢາເສບຕິດເປັນຂອງກາງຈຳນວນຫຼາຍ, ຄະດີມີອັດຕາໂທດສູງ ແລະ ເມື່ອສານໄດ້ໄດ້ອະທິບາຍຄຳຟ້ອງໃຫ້ຈຳເລີຍທັງ 3 ຟັງໂດຍເຂົ້າໃຈລະອຽດແລ້ວ ສານຈຶ່ງໄດ້ສອບຖາມວ່າຈະຮັບສາລະພາບ ຫຼື ປະຕິເສດ ປາກົດວ່າຈຳເລີຍທັງສາມໃຫ້ການປະຕິເສດ ແລະ ຈະຫາທະນາຍຄວາມມາຕໍ່ສູ້ຄະດີຕໍ່ໄປ.

ເຊິ່ງທ້າວ ໄຊຊະນະ ແກ້ວພິມພາ ຖືກຈັບກຸມເມື່ອວັນທີ 19 ມັງກອນ 2017 ທີ່ຜ່ານມາ ທີ່ປະເທດໄທ ໂດຍເຈົ້າໜ້າທີ່ຂອງໄທທ່ານ ພົນຕຳຫຼວດໂທ ສົມໝາຍ ກອງວິໄສສຸກ ເຄີຍກ່າວວ່າ: ຜູ້ຄ້າຢາເສບຕິດລາຍນີ້ຖືວ່າເປັນຜູ້ຄ້າລາຍໃຫຍ່ ເຊິ່ງເຈົ້າໜ້າທີ່ໄດ້ຕິດຕາມມາຫຼາຍກວ່າ 5 ປີ ແລະ ພົບວ່າມີການເຊື່ອມໂຍງກັບເຄືອຂ່າຍຄ້າຢາເສບຕິດໃນໄທ ຈຶ່ງໄດ້ມີການວາງແຜນຈັບກຸມໃນຂະນະທີ່ເດີນທາງເຂົ້າມາໃນປະເທດໄທ.

No comments

Powered by Blogger.