ເຈົ້າໜ້າທີ່ທຳລາຍສວນຝິ່ນກວ່າ 76 ເຮັກຕາ ທີ່ເມືອງວຽງພູຄາ ແຂວງຫຼວງນ້ຳທາ - ອິດສະຫຼະ

ເຈົ້າໜ້າທີ່ທຳລາຍສວນຝິ່ນກວ່າ 76 ເຮັກຕາ ທີ່ເມືອງວຽງພູຄາ ແຂວງຫຼວງນ້ຳທາ



ໃນລະຫວ່າງວັນທີ 6-9 ກຸມພາ 2018 ທີ່ຜ່ານມາ, ກອງບັນຊາການ ປກສ. ເມືອງວຽງພູຄາ ແຂວງຫຼວງນ້ຳທາ ໄດ້ລົງສົມທົບກັບອົງການຈັດຕັ້ງທຸກພາກສ່ວນ, ອຳນາດການປົກຄອງບ້ານທີ່ກ່ຽວຂ້ອງ ເພື່ອລົງທຳລາຍສ່ວນຢາຝິ່ນ ທີ່ປະຊາຊົນລັກລອບປູກຢູ່ຂອບເຂດເມືອງວຽງພູຄາ ແຂວງຫຼວງນ້ຳທາ ຈຳນວນ 76.65 ເຮັກຕາ.


ສຳລັບການຈັດຕັ້ງປະຕິບັດໜ້າທີ່ທຳລາຍສ່ວນຝິ່ນໃນຄັ້ງນີ້ ແມ່ນຢູ່ 3 ບ້ານຄື: ບ້ານຫ້ວຍຫົກ, ບ້ານນ້ຳຫວາງ ແລະ ບ້ານນ້ຳໂລະ, ຜ່ານການຈັດຕັ້ງປະຕິບັດໃນການທຳລາຍສ່ວນຝິ່ນທີ່ປະຊາຊົນລັກລອບປູກໃນຄັ້ງນີ້ ສາມາດທຳລາຍສວນຝິ່ນເຂດບ້ານຫ້ວຍຫົກຈຳນວນ 19 ຈຸດ ມີເນື້ອທີ່ 42 ເຮັກຕາ ເປົ້າໝາຍລັກລອບປູກຝິ່ນຈຳນວນ 32 ຄອບຄົວ, ບ້ານນ້ຳຫວາງຈຳນວນ 5 ຈຸດ ມີເນື້ອທີ່ 33.7 ເຮັດຕາ ເປົ້າໝາຍລັກລອບປູກຈຳນວນ 42 ຄອບຄົວ, ບ້ານນ້ຳໂລະຈຳນວນ 6 ຈຸດ ມີເນື້ອທີ່ 9,500 ຕາແມັດ ເປົ້າໝາຍລັກລອບປູກຝິ່ນ 8 ຄອບຄົວ.


ຂະບວນການທຳລາຍສວນຝິ່ນໃນຄັ້ງນີ້, ມີການເຂົ້າຮ່ວມຂອງທ່ານ ພັນໂທ ແອ່ ພິມມະວົງ ຮອງກອງບັນຊາການ ປກສ. ເມືອງວຽງພູຄາ, ທ່ານ ພັນໂທ ອາລຸນຍະເດດ ບົວສີສະຫວັດ ຫົວໜ້າພະແນກກວດກາຄວບຄຸມຢາເສບຕິດ ປກສ. ແຂວງຫຼວງນ້ຳທາ, ມີຄະນະກອງບັນຊາການທະຫານເມືອງ, ກອງພັນ 418, ພະແນກກະສິກຳ ແລະ ປ່າໄມ້ເມືອງ, ອຳນາດການປົກຄອງຂອງບ້ານ, ນາຍບ້ານ, ກອງຫຼອນບ້ານ, ພະນັກງານສອງກຳລັງ ປກຊ-ປກສ ພ້ອມດ້ວຍຊາວໜຸ່ມ 3 ບ້ານເຂົ້າຮ່ວມທຳລາຍສວນຝິ່ນຈຳນວນດັ່ງກ່າວ.


No comments

Powered by Blogger.