ທ່ານປະທານປະເທດຢ້ຽມຢາມແຂວງອຸດົມໄຊ ແລະ ໂອ້ລົມສະຫະພັນນັກຮົບເກົ່າ - ອິດສະຫຼະ

ທ່ານປະທານປະເທດຢ້ຽມຢາມແຂວງອຸດົມໄຊ ແລະ ໂອ້ລົມສະຫະພັນນັກຮົບເກົ່າ



ໃນວັນທີ 15 ກຸມພາ ທີ່ຜ່ານມາ, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫ່ຍ ປະທານປະເທດແຫ່ງ ສປປ.ລາວ ໄດ້ເດີນທາງມາຢ້ຽມຢາມແຂວງອຸດົມໄຊ ໃຫ້ການຕ້ອນຮັບໂດຍທ່ານ ເພັດສາຄອນ ຫຼວງອາໄພ ເຈົ້າແຂວງໆອຸດົມໄຊ ພ້ອມດ້ວຍການນຳຂອງແຂວງ, ພະແນກການ, ຄະນະພັກສອງກອງບັນຊາການ ທະຫານ ຕຳຫຼວດ, ບັນດາອົງການຈັດຕັ້ງມະຫາຊົນ ຕະຫຼອດຮອດພະນັກງານຫຼັກແຫຼ່ງພາຍໃນແຂວງຢ່າງອົບອຸ່ນ.


ຈາກນັ້ນ ທ່ານ ບຸນຍັງ ວໍລະຈິດ ໄດ້ເຂົ້າພົບປະໂອ້ລົມພະນັກງານສະຫະພັນນັກຮົບເກົ່າແຂວງອຸດົມໄຊ ຢູ່ທີ່ຫ້ອງປະຊຸມຂອງແຂວງ, ກ່ອນອື່ນທ່ານໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານທີ່ພົ້ນເດັ່ນຂອງສະຫະພັນນັກຮົບເກົ່າແຂວງອຸດົມໄຊ ໃນໄລຍະຜ່ານມາໂດຍຫຍໍ້ ພ້ອມທັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ທາງສະຫະພັນນັກຮົບເກົ່າຂອງແຂວງອຸດົມໄຊຍາດມາໄດ້ໃນໄລຍະຜ່ານມາ ພ້ອມນີ້ທ່ານ ໄດ້ຍົກໃຫ້ເຫັນສະພາບການຂອງໂລກທີ່ພວມຜັນແປ ລວມທັງສະພາບພາຍໃນປະເທດເປັນຕົ້ນແມ່ນ ບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນພາຍໃນສັງຄົມໃນປັດຈຸບັນ ລ້ວນແຕ່ເປັນສິ່ງທ້າທາຍຫລາຍຢ່າງຕໍ່ການພັດທະນາປະເທດຊາດຂອງພວກເຮົາ. ຕໍ່ກັບວຽກງານສະຫະພັນນັກຮົບເກົ່າ ຍາມໃດພັກ-ລັດຖະບານກໍໄດ້ຕີລາຄາສູງຕໍ່ຜົນງານທີ່ທາງສະຫະພັນນັກຮົບເກົ່າຍາດມາໄດ້ໄລຍະຜ່ານມາ ໂດຍສະເພາະແມ່ນພາລະກິດຕໍ່ສູ້ກູ້ຊາດ ປົກປັກຮັກສາໃນເມື່ອກ່ອນ ກໍຄືການສ້າງສາພັດທະນາປະເທດຊາດໃນປັດຈຸບັນ ເຊິ່ງລ້ວນແຕ່ເປັນການປະກອບສ່ວນສຳຄັນເຂົ້າໃນການສ້າງສາພັດທະນາປະເທດຊາດໃຫ້ນັບມື້ໄດ້ຮັບການພັດທະນາ.


ຕໍ່ກັບບັນຫາຕ່າງໆ ທ່ານ ບຸນຍັງ ວໍລະຈິດ ໄດ້ເນັ້ນໃຫ້ສະຫະພັນນັກຮົບເກົ່າແຂວງອຸດົມໄຊພ້ອມກັນເອົາໃຈໃສ່ມີສະຕິຕໍ່ກົນອຸບາຍມ້າງເພຂອງກຸ່ມຄົນບໍ່ດີ, ເພີ່ມທະວີຄວາມສາມັກຄີພາຍໃນ, ເສີມຂະຫຍາຍມູນເຊື້ອຮັກຊາດ ແລະ ການປະຕິວັດ, ເປັນເຈົ້າການໃນການນຳໃຊ້ຄວາມຮູ້ຄວາມສາມາດ ເຊີດຊູບົດບາດຂອງນັກຮົບເກົ່າ ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດທີ່ໄດ້ວາງອອກໃຫ້ບັນລຸໝາກຜົນຕົວຈິງ, ເສີມຂະຫຍາຍບົດຮຽນ, ບົດບາດຂອງຕົນເອງເຂົ້າໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດເຂົ້າໃນວຽກງານຕ່າງໆ ໂດຍສະເພາະແມ່ນວຽກງານທີ່ນອນຢູ່ໃນຄວາມຮັບຜິດຊອບຂອງຕົນເອງໃຫ້ເປັນຮູບປະທຳ ແລະ ມີປະສິດທິຜົນດີກວ່າເກົ່າ, ເອົາໃຈໃສ່ລົງຕິດຕາມກວດການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆພາຍໃນແຂວງຢ່າງໃກ້ຊິດ ເພື່ອເຮັດໃຫ້ມີປະສິດທິພາບ ແລະ ນຳເອົາຜົນປະໂຫຍດມາສູ່ການພັດທະນາປະເທດຊາດ ກໍ່ຄືປະຊາຊົນຢ່າງແທ້ຈິງ ພ້ອມທັງ ເອົາໃຈໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ10 ຂອງພັກ ກໍຄື ມະຕິກອງປະຊຸມໃຫຍ່ຂອງແຂວງໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍ, ສຸມໃສ່ແກ້ໄຂ ຕ້ານ ແລະ ສະກັດກັ້ນທຸກປະກົດການຫຍໍ້ທໍ້, ກົນອຸບາຍແບ່ງແຍກຂອງສັດຕູໃຫ້ຫມົດໄປຈາກສັງຄົມລາວ ເວົ້າສະເພາະແມ່ນພາຍໃນແຂວງອຸດົມໄຊໃຫ້ທັນການ, ພ້ອມທັງສືບຕໍ່ເຕົ້າໂຮມຄວາມສາມັກຄີຂອງບັນດາເຜົ່າໃຫ້ມີຄວາມແຫນ້ນແຟ້ນຍິ່ງຂຶ້ນ.

ໂອກາດດັ່ງກ່າວ ທ່ານ ບຸນຍັງ ວໍລະຈິດ ຍັງໄດ້ນຳເອົາລົດຈັກຍີ່ຫໍ້ຮອນດ້າ ເວບ100 ຈຳນວນ 8 ຄັນ ລວມມູນຄ່າ 92 ລ້ານກີບ ມາມອບໃຫ້ແກ່ສະຫະພັນນັກຮົບເກົ່າພາຍໃນແຂວງອຸດົມໄຊ ເພື່ອຮັບໃຊ້ເຂົ້າໃນວຽກງານຕື່ມອີກ.

No comments

Powered by Blogger.