ສ.ອາເມຣິກາ ກ່າວວ່າກອງທັບລັດເຊຍ ຢູ່ເບື້ອງຫຼັງປ່ອຍເມົາແວຮຽກຄ່າໄຖ່ - ອິດສະຫຼະ

ສ.ອາເມຣິກາ ກ່າວວ່າກອງທັບລັດເຊຍ ຢູ່ເບື້ອງຫຼັງປ່ອຍເມົາແວຮຽກຄ່າໄຖ່



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 15 ກຸມພາ 2018 ວ່າ: ທຳນຽບຂາວອອກຖະແຫຼງການວ່າ ໜ່ວຍຂ່າວກອງຂອງກອງທັບລັດເຊຍເປັນຜູ້ຢູ່ເບື້ອງຫຼັງການສ້າງເມົາແວ (Malware) ຮຽກຄ່າໄຖ່ທີ່ແຜ່ລະບາດໄປທົ່ວໂລກເມື່ອເດືອນມິຖຸນາ ປີທີ່ຜ່ານມາ, ໂດຍເມົາແວດັ່ງກ່າວມີຊື່ວ່າ NotPetya ໄດ້ເນັ້ນເປົ້າສ້າງຄວາມເສຍຫາຍໃຫ້ກັບລະບົບຄວບຄຸມພື້ນຖານໂຄງລ່າງ ແລະ ພາກທຸລະກິດຂອງອູແກຣນຫຼາຍທີ່ສຸດ ໂດຍມີການໂຈມຕີຫຼາຍກວ່າ 2,000 ຄັ້ງ ແລະ ຫາກຕ້ອງການປົດລະຫັດເພື່ອເຂົ້າເຖິງຂໍ້ມູນຕາມເດີມ ຕ້ອງໄດ້ຊຳລະຄ່າທຳນຽມໃນຮູບແບບຂອງບິດຄອຍ (Bitcoin) ມູນຄ່າ 300 ໂດລາສະຫະລັດ.

ຖະແຫຼງການດັ່ງກ່າວຂອງທຳນຽບຂາວທີ່ລະບຸວ່າ ຜູ້ທີ່ກ່ຽວຂ້ອງຕ້ອງໄດ້ຮັບບົດລົງໂທດຕາມກົດໝາຍ ໄດ້ຮັບການເຜີຍແຜ່ອອກມາພຽງບໍ່ພໍເທົ່າໃດຊົ່ວໂມງ ພາຍຫຼັງທີ່ທ່ານ ເກວິນ ວິນລຽມສັນ ລັດຖະມົນຕີກະຊວງປ້ອງກັນປະເທດອັງກິດ ແລະ ທ່ານ ທາຣິກ ອາໝັດ ລັດຖະມົນຕີດ້ານຄວາມປອດໄພທາງໄຊເບີ້ປະຈຳທຳນຽບນາຍົກລັດຖະມົນຕີອັງກິດ ພ້ອມໃຈກັນກ່າວຫາວ່າ ລັດເຊຍເປີດແນວຮົບສົງຄາມຈິດຕະສາດຮູບແບບໃໝ່ ແລະ ການຕັດສິນໃຈເປີດເຜີຍຂໍ້ມູນດັ່ງກ່າວຕໍ່ສາທາລະນະ ເປັນການສະແດງຈຸດຢືນຂອງອັງກິດວ່າ ຈະບໍ່ຕົກເປັນຜູ້ຖືກກະທຳຈາກການໂຈມຕີທາງໄຊເບີ້.


ຂະນະທີ່ທ່ານ ເດີມິຕຣີ ເປສຄັອບ ໂຄສົກທຳນຽບປະທານປະເທດລັດເຊຍ ກ່າວເຖິງຂໍ້ກ່າວຫາຂອງສະຫະລັດ ອາເມຣິກາ ແລະ ອັງກິດວ່າ "ບໍ່ມີມູນຄວາມຈິງ" ແລະ ເປັນການພາດພິງທີ່ບໍ່ມີຫຼັກຖານຢ່າງຊັດເຈນ ນອກຈາກນີ້, ຍັງເປັນອີກຄັ້ງທີ່ທັງສອງປະເທດພະຍາຍາມກະຈາຍແນວຄິດຄວາມຕື່ນຢ້ານລັດເຊຍ.


No comments

Powered by Blogger.