ມືປືນອາຍຸ 19 ບຸກໂຈມຕີໂຮງຮຽນໃນລັດຟໍຣິດາ ຈົນເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນ ຍອມຮັບຜົນການກະທຳຂອງຕົນ - ອິດສະຫຼະ

ມືປືນອາຍຸ 19 ບຸກໂຈມຕີໂຮງຮຽນໃນລັດຟໍຣິດາ ຈົນເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນ ຍອມຮັບຜົນການກະທຳຂອງຕົນ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 15 ກຸມພາ 2018 ວ່າ: ໂດຍອ້າງອີງຈາກລາຍລະອຽດບາງສ່ວນໃນສຳນວນຄະດີຂອງສານໂບວາດ ໃນເມືອງຟອດ ລໍເດີເດວ ລັດຟໍຣິດາ ທີ່ໄດ້ສືບສວນສອບສວນນັດທຳອິດໃນອະດີທີ່ທ້າວ ນິໂຄລາສ ຄຼູສ ອາຍຸ 19 ປີ ກໍ່ເຫດບຸກຍິງໂຮງຮຽນມັດທະຍົມ Marjory Stoneman Douglas ເມື່ອວັນທີ 14 ກຸມພາ 2018 ທີ່ຜ່ານມາ, ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 17 ຄົນ ແລະ ໄດ້ຮັບບາດເຈັບອີກ 14 ຄົນ ໂດຍທ້າວ ຄຼູສ ເຊິ່ງຖືກຟ້ອງໃນຂໍ້ຫາຂ້າຜູ້ອື່ນໂດຍວາງແຜນໄວ້ລ່ວງໜ້າລວມ 17 ກະທົງ ເທົ່າກັບຈຳນວນຜູ້ເສຍຊີວິດ ໃຫ້ການຕໍ່ຜູ້ພິພາກວ່າເປັນຜູ້ລົງມືເອງ.

ຂະນະດຽວກັນ, ທ້າວ ຄຼູສ ຍັງໄດ້ກ່າວອີກວ່າ: ໄດ້ເຈດຕະນາຖິ້ມອາວຸດທັງໝົດ ທີ່ລວມທັງປືນໄຣເຟີ້ລຸ້ນ AR-15 ແລະ ອຸປະກອນອື່ນໆ ເຊິ່ງເຈົ້າໜ້າທີ່ກວດສອບແລ້ວພົບວ່າເປັນການຊື້ຢ່າງຖືກຕ້ອງຕາມກົດໝາຍຈາກຮ້ານຂາຍອາວຸດແຫ່ງໜຶ່ງໃນລັດຟໍຣິດາ ແລ້ວພະຍາຍາມປົນໄປກັບກຸ່ມນັກຮຽນທີ່ກຳລັງແຕກຕື່ນ ແຕ່ບໍ່ສຳເລັດ ແລະ ຖືກຕຳຫຼວດຈັບກຸມໄດ້ໃນທີ່ສຸດ ພາຍໃນເວລາປະມານ 40 ນາທີຫຼັງເກີດເຫດ, ໂດຍເຈົ້າໜ້າທີ່ໃຊ້ວິທີຕາມແກະຮ້ອຍຄົນຮ້າຍຈາກກ້ອງວິດີໂອວົງຈອນປິດທີ່ຕິດຕັ້ງຢູ່ທົ່ວໂຮງຮຽນ ແລະ ສານປະຕິເສດການໃຫ້ປະກັນຕົວເນື່ອງຈາກຖືເປັນບຸກຄົນອັນຕະລາຍ.






No comments

Powered by Blogger.