ເຈົ້າໂຄງການເຂື່ອນນ້ຳຂອງ ແຂວງໄຊຍະບູລີ ລາຍງານທ່ານ ປະທານປະເທດວ່າ: ສຳເລັດແລ້ວ 90% - ອິດສະຫຼະ

ເຈົ້າໂຄງການເຂື່ອນນ້ຳຂອງ ແຂວງໄຊຍະບູລີ ລາຍງານທ່ານ ປະທານປະເທດວ່າ: ສຳເລັດແລ້ວ 90%



ໃນວັນທີ 16 ກຸມພາ 2018 ນີ້, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ-ນໍ້າຂອງ ແຂວງໄຊຍະບູລີ, ໃຫ້ການຕ້ອນຮັບໂດຍ ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາພັກແຂວງ,ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍການນໍາຂອງແຂວງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.


ກ່ອນອື່ນທີມງານຂອງທ່ານ ປະທານປະເທດແມ່ນໄດ້ຮັບຟັງການລາຍງານຫຍໍ້ ການກໍ່ສ້າງເຂື່ອນຈາກທ່ານ ອານຸພາບ ວົງລະຄອນ ຮອງຜູ້ຈັດການບໍລິສັດໄຊຍະບູລີພາວເວີ ທ່ານໄດ້ກ່າວວ່າ: ການກໍ່ສ້າງເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີມາຮອດປັດຈຸບັນແມ່ນມີຄວາມຄືບໜ້າແລ້ວ 90 %, ການກໍ່ສ້າງເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີໄດ້ເລີ່ມລົງມືແຕ່ປີ 2012 ແລະຮອດປີ 2019 ແມ່ນຈະສຳເລັດໄດ້ ແລະ ເປີດເຄື່ອງຜະລິດໄຟຟ້າຈຳໜ່າຍຂາຍໃຫ້ປະເທດໄທ ແລະ ຈຳນວນໜຶ່ງໃຊ້ໃນປະເທດ, ໂຄງການໄຟຟ້າພະລັງນໍ້າໄຊຍະບູລີມີ ລັກສະນະເປັນເຂື່ອນນໍ້າໄຫຼໂດຍສະເລ່ຍການໄຫຼຂອງນໍ້າແມ່ນ 4,000 ແມັດກ້ອນຕໍ່ວິນາທີ, ມີຄວາມສູງ 28.5 ແມັດ ຄວາມກ້ວາງຂອງສັນເຂື່ອນ 820 ແມັດ, ມີບານປະຕູລະບາຍນໍ້າ 7 ປ່ອງ ແລະ ບານປະຕູລະບາຍຕະກອນ 4 ປ່ອງ, ມີຊ່ອງທາງເຮືອຂື້ນລ່ອງກວ້າງ 12 ແມັດ, ຍາວ 700 ແມັດ, ສາມາດຮັບຮອງເຮືອຂົນສົ່ງສິນຄ້າໄດ້ 500ໂຕນ, ເຂື່ອນດັ່ງກ່າວມີກຳລັງຕິດຕັ້ງໄຟຟ້າທັງໝົດ 1.285 ເມກາວັດ, ມີ8ຊຸດ, ໃນນີ້ມີເຄື່ອງກຳເນີດໄຟຟ້າຂະໜາດ175 ເມກາວັດ 7 ຊຸດ, ສົ່ງໄຟຟ້າຜ່ານລະບົບສາຍສົ່ງ 500 ກິໂລໂວນຂາຍໃຫ້ການໄຟຟ້າຜະລິດແຫ່ງປະເທດໄທ ແລະ ເຄື່ອງກຳເນີດໄຟຟ້າ 60 ເມກາວັດຈຳນວນ 1 ຊຸດແມ່ນຈະໄດ້ສົ່ງຜ່ານສາຍສົ່ງ 115 ກິໂລໂວນເພື່ອຮັບໃຊ້ໃນ ສປປ.ລາວ. ລວມມູນຄ່າການກໍ່ສ້າງທັງໝົດ 4 ຕື້ໂດລາສະຫະລັດ.


ສ່ວນປະຊາຊົນທີ່ຖືກຜົນກະທົບ, ທາງບໍລິສັດ ນອກຈາກທົດແທນຜົນເສຍຫາຍແລ້ວ, ຍັງໄດ້ປະກອບອາຊີບໃຫ້ປະຊາຊົນໂດຍການຝຶກວິຊາຊີບເຊັ່ນ: ການປູກ, ການລ້ຽງ, ການຈັກສານ-ຫັດຖະກຳ, ການແປຮູບຜະລິດຕະພັນສິນຄ້າໂອດອບ, ການບໍລິການ ແລະ ອື່ນໆ, ສະເລ່ຍລາຍຮັບໄດ້ 10-15 ລ້ານກີບຕໍ່ຄົວເຮືອນຕໍ່ປີ, ຈາກນັ້ນທ່ານ ປະທານປະເທດ ພ້ອມດ້ວຍຄະນະກໍ່ໄດ້ເຂົ້າຢ້ຽມຢາມເບິ່ງໜ້າວຽກການກໍ່ສ້າງຕົວຈິງຢູ່ສັນເຂື່ອນຕື່ມອີກ.



No comments

Powered by Blogger.