FBI ສົ່ງຟ້ອງ 13 ຊາວລັດເຊຍ ໃນຂໍ້ຫາແຊກແຊງການເລືອກຕັ້ງປະທານປະເທດ ສ.ອາເມຣິກາ ປີ 2016 - ອິດສະຫຼະ

FBI ສົ່ງຟ້ອງ 13 ຊາວລັດເຊຍ ໃນຂໍ້ຫາແຊກແຊງການເລືອກຕັ້ງປະທານປະເທດ ສ.ອາເມຣິກາ ປີ 2016



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 16 ກຸມພາ 2018 ວ່າ​: ທ່ານ ຣັອດ ໂຣເຊນສະຕາຍ ລັດຖະມົນຕີກະຊວງຍຸຕິທຳສະຫະລັດ ອາເມຣິກາ ຖະແຫຼງເມື່ອວັນສຸກທີ່ຜ່ານມາວ່າ: ຄະນະສືບສວນສອບສວນອິດສະຫຼະຂອງສຳນັກງານສືບສວນກາງ (FBI) ໂດຍທ່ານ ໂຣເບີດ ມຸນເລີ ຍື່ນຄຳຮ້ອງ 37 ໜ້າຕໍ່ສານລັດຖະບານກາງໃນນະຄອນຫຼວງວໍຊິງຕັນ ສັ່ງຟ້ອງພົນລະເມືອງສັນຊາດລັດເຊຍ 13 ຄົນ ແລະ ບໍລິສັດ 3 ແຫ່ງຂອງລັດເຊຍ ໃນຂໍ້ຫາຈັດຕັ້ງກິດຈະກຳ ເພື່ອແຊກແຊງການເລືອກຕັ້ງປະທານປະເທດສະຫະລັດ ອາເມຣິກາ ເມື່ອປີ 2016.

ເຊິ່ງທ່ານ ໂຣເຊນສະຕາຍກ່າວວ່າ ກິດຈະກຳດັ່ງກ່າວຢູ່ພາຍໃຕ້ການຄວບຄຸມຂອງທ່ານ ເຢບເກນີ ປຼີໂກຊິນ ນັກທຸລະກິດຊື່ດັ່ງໃນວົງການອາຫານ ແລະ ການຈັດງານລ້ຽງຂອງລັດເຊຍ ທີ່ຖືເປັນໜຶ່ງໃນບຸກຄົນໃກ້ຊິດຂອງທ່ານ ປູຕິນ ປະທານປະເທດລັດເຊຍ ໂດຍພາລະກິດຫຼັກຄືການແອບອ້າງຕົວຕົນເປັນພົນລະເມືອງສະຫະລັດ ອາເມຣິກາ ແລ້ວເປີດບັນຊີທະນາຄານກັບສະຖາບັນການເງິນໃນສະຫະລັດ ອາເມຣິກາ ຈາກນັ້ນໄດ້ດຳເນີນການເຜີຍແຜ່ຂໍ້ມູນຂ່າວສານທີ່ບໍ່ມີມູນຄວາມຈິງ ເພື່ອສ້າງຄວາມສັບສົນ ກໍ່ໃຫ້ເກີດຄວາມປັ່ນປ່ວນ ແລະ ຄວາມແຕກແຍກ ເຊິ່ງຂໍ້ມູນນັ້ນໄດ້ເນັ້ນມຸ່ງເປົ້າໝາຍໂຈມຕີທ່ານ ນາງ ຮິນລາຣາ ຄລິນຕັນ ຄູ່ແຂ່ງທາງການເມືອງຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາຄົນປັດຈຸບັນ ລວມທັງການຊື້ໂຄສະນາຢູ່ໃນເຄືອຂ່າຍສັງຄົມອອນລາຍ ແລະ ການຈັດຕັ້ງກິດຈະກຳເຄື່ອນໄຫວທາງການເມືອງໃນທົ່ວສະຫະລັດ ອາເມຣິກາ ດ້ວຍງົບປະມານທີ່ສູງເຖິງ 1.25 ລ້ານໂດລາສະຫະລັດຕໍ່ເດືອນ.

ເຖິງຢ່າງໃດກໍ່ຕາມ, ທຸກຝ່າຍເຊື່ອວ່າຂະບວນການຕັດສິນຈຳເລີຍທັງ 13 ຄົນ ຕໍ່ຈາກນີ້ໄປຈະເປັນພຽງການສືບສວນແບບລັບຫຼັງ ເນື່ອງຈາກເກືອບເວົ້າໄດ້ວ່າບໍ່ມີຄວາມເປັນໄປໄດ້ ທີ່ຈະຈັບກຸມບຸກຄົນເຫຼົ່ານີ້ ຫຼື ຂໍໃຫ້ລັດຖະບານລັດເຊຍສົ່ງຕົວບຸກຄົນເຫຼົ່ານີ້ໃຫ້ມາດຳເນີນຄະດີໃນສະຫະລັດ ອາເມຣິກາ, ຂະນະທີ່ເນື້ອໃນຂອງສຳນວນການຟ້ອງລະບຸວ່າ ຍັງບໍ່ພົບພົນລະເມືອງຂອງສະຫະລັດ ອາເມຣິກາກ່ຽວຂ້ອງກັບຂະບວນການດັ່ງກ່າວ.

ໃນດ້ານຂອງທ່ານ ໂດໂນ ທຣຳ ຜູ້ນຳສະຫະລັດ ອາເມຣິກາສະແດງຄວາມຄິດເຫັນລົງໃນ Twitter ຕໍ່ການເຄື່ອນໄຫວທີ່ເກີດຂຶ້ນ ໂດຍຢືນຢັນວ່າກິດຈະກຳຫາສຽງຂອງຕົນນັ້ນ ເປັນໄປຕາມກົດໝາຍທຸກປະການ ແລະ ລັດເຊຍເລີ່ມຈັດຕັ້ງກິດຈະກຳຕໍ່ຕ້ານສະຫະລັດ ອາເມຣິກາ ຕັ້ງແຕ່ປີ 2014 ມາແລ້ວ, ພ້ອມທັງຢ້ຳວ່າຂໍ້ກ່າວຫາວ່າລັດເຊຍດຳເນີນການແຊກແຊງການເລືອກຕັ້ງນັ້ນບໍ່ມີມູນຄວາມຈິງ ເຊິ່ງມີຜູ້ສ້າງເລື່ອງນີ້ຂຶ້ນມາເພື່ອຕ້ອງໃຫ້ທ່ານຫຼຸດພົ້ນຈາກຕຳແໜ່ງ, ຂະນະທີ່ກະຊວງການຕ່າງປະເທດລັດເຊຍອອກຖະແຫຼງການກ່ຽວກັບເລື່ອງດັ່ງກ່າວສັ້ນໆວ່າ: ທັງໝົດນັ້ນເປັນເລື່ອງໄຮ້ສາລະ.


No comments

Powered by Blogger.