ເປີດສາກຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປີ 2018 - ອິດສະຫຼະ

ເປີດສາກຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປີ 2018




ພິທີເປີດງານມະຫະກຳບຸນຊ້າງ ປີທ່ອງທ່ຽວລາວ 2018 ຂອງແຂວງໄຊຍະບູລີ ໄດ້ດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 17 ກຸມພາ 2018 ນີ້, ທີ່ເດີ່ນສະໜາມຫຼວງຂອງແຂວງ, ເປັນກຽດເຂົ້າຮ່ວມ ແລະ ລັ່ນຄ້ອງເປີດງານ ຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ.ລາວ, ມີ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີບັນດາຄະນະພັກ-ຄະນະນໍາຂອງແຂວງ, ພະເຖລະ-ນຸເຖລະ, ມີບັນດາຜູ້ຕາງໜ້າຈາກແຂວງຕ່າງໆ, ກະຊວງ, ກົມກອງທີ່ກ່ຽວຂ້ອງ, ແຂກພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍພໍ່ແມ່ປະຊາຊົນຊາວ ແຂວງ ໄຊຍະບູລີ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.


ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງ ໄຊຍະບູລີ, ປະທານຈັດງານມະຫະກໍາບຸນຊ້າງ ປະຈຳປີ 2018 ໄດ້ໃຫ້ຮູ້ວ່າ: ເພື່ອເສີມຂະຫຍາຍວັດທະນະທໍາ, ຮີດຄອງປະເພນີ ທີ່ເປັນເອກະລັກໃນແບບວິຖີການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າທີ່ຕິດພັນກັບຊ້າງ, ຖືເອົາຊ້າງເປັນມູນມໍລະດົກທີ່ລໍ້າຄ່າຂອງຊາດມາແຕ່ບູຮານນະການ ແລະ ເພື່ອສ້າງຈິດສຳນຶກໃຫ້ຄົນຮຸ່ນໃໝ່ໄດ້ມີຄວາມຮັບຮູ້ກ່ຽວກັບຊ້າງຫຼາຍຂຶ້ນ, ເພາະຊ້າງເປັນສັດໃຫຍ່, ເປັນສັດຄຳຮູ້, ສາມາດເຂົ້າໃຈ ແລະ ຮັບຟັງຄຳສັ່ງຂອງຜູ້ເປັນເຈົ້າຂອງເປັນຢ່າງດີ. ສະນັ້ນ, ຈຶ່ງມີຄວາມຈຳເປັນຢ່າງຍິ່ງ ທີ່ສັງຄົມລາວຂອງພວກເຮົາຄວນຮັບຮູ້ກ່ຽວກັບການອະນຸລັກຮັກສາ ແລະ ຫວງແຫນຊ້າງໃຫ້ຢືນຍົງຄົງຢູ່ຄູ່ກັບປະຊາຊົນລາວ ຕະຫຼອດໄປ, ໃຫ້ສົມກັບທີ່ປະເທດເຮົາຖືກຂະໜານນາມວ່າເປັນດິນແດນລ້ານຊ້າງ.


ນອກຈາກເປັນການອານຸລັກຊ້າງແລ້ວ, ຍັງເປັນການຊຸກຍູ້ສົ່ງເສີມວຽກງານການທ່ອງທ່ຽວຂອງແຂວງໄຊຍະບູລີກໍ່ຄື ສປປ.ລາວ ໃຫ້ເປັນທີ່ຮັບຮູ້ຢ່າງກວ້າງຂວາງຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ; ສະເພາະງານມະຫະກໍາບຸນຊ້າງ ແລະ ປີທ່ອງທ່ຽວລາວ ປີ 2018 ນີ້ ໂດຍມີກິດຈະກຳທີ່ຫຼາກຫຼາຍສີສັນ ໂດຍສະເພາະແມ່ນ: ມີຕະຫຼາດນັດວາງສະແດງ ແລະ ຈຳໜ່າຍສິນຄ້າຂອງ 11 ເມືອງ, ບັນດາບໍລິສັດຜູ້ອຸປະຖຳ, ການວາງສະແດງສິນຄ້າໂອດ໋ອບພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ, ຜູ້ປະກອບການທຸລະກິດພາຍໃນປະເທດ ແລະ ຕ່າງປະເທດ ລວມທັງໝົດ 219 ຮ້ານ; (ໃນນີ້: ຜູ້ປະກອບການທຸລະກິດພາຍໃນປະເທດ ຈຳນວນ 176 ຫ້ອງ, ຕ່າງປະເທດ 15 ຫ້ອງ, ຕ່າງແຂວງ 2 ຫ້ອງ, ບັນດາເມືອງ 11 ຫ້ອງ, ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ 10 ຫ້ອງ ແລະ ຜູ້ອຸປະຖໍາຈໍານວນ 5 ຫ້ອງ); ເຊິ່ງເລີ່ມແຕ່ວັນທີ 16 ຈົນຮອດວັນທີ 22 ກຸມພາ 2018. 


ນອກນີ້ ຍັງມີກິດຈະກຳການຄົບງັນຕະຫຼອດໄລຍະຂອງການຈັດງານບຸນ, ມີການຂີ່ຊ້າງອ້ອມເມືອງໄຊຍະບູລີ, ມີພິທີຕັກບາດຕາມຮິດຄອງປະເພນີ, ພິທີບາສີສູ່ຂວັນຊ້າງ, ມີຂະບວນແຫ່ຂອງຊ້າງ ຈຳນວນ 69 ໂຕປະສານສຽງເປົ່າສະໄນ, ຂະບວນລົດແຫ່ສະແດງເຖິງວັດທະນະທຳຂອງ 11 ເມືອງ, ຂະບວນສະແດງຂອງ 8 ເຜົ່າ , ຊົມການສະແດງຂອງຊ້າງຄຳຮູ້ 36 ລາຍການ ແລະ ການປະກວດພາອາຫານບຸບເຟຊ້າງ, ຈາກນັ້ນ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ກໍ່ໄດ້ໃຫ້ກຽດຂຶ້ນກ່າວເປີດງານຢ່າງເປັນທາງການ, ທ່ານໄດ້ກ່າວວ່າ: ງານມະຫະກຳບຸນຊ້າງ ຕິດພັນກັບການເປີດປີທ່ອງທ່ຽວລາວ ປີ 2018 ໄດ້ນຳເອົາຄວາມສາມັກຄີຮັກແພງອັນອົບອຸ່ນ, ໄມຕີຈິດມິດຕະພາບມາສູ່ງານມະຫະກຳບຸນຊ້າງໃນຄັ້ງນີ້, ເຊິ່ງເປັນການສົ່ງເສີມມູນເຊື້ອວັດທະນະທຳອັນດີງາມ ທັງເປັນການສືບຕໍ່ເຜີຍແຜ່ ແລະ ປູກຈິດສຳນຶກໃຫ້ແກ່ອະນຸຊົນຄົນຮຸ່ນຫຼັງ ໃນການອະນຸລັກຊ້າງໃຫ້ມີຄວາມຍືນຍົງຄຽງຄູ່ກັບຊີວິດຂອງປະຊາຊົນບັນດາເຜົ່າ ຊາວແຂວງໄຊຍະບູລີ ກໍ່ຄືຂອງຊາດລາວ, ໂອກາດດັ່ງກ່າວ ທ່ານ ບຸນຍັງວໍລະຈິດ ພ້ອມດ້ວຍບັນດາແຂກທີ່ເຂົ້າຮ່ວມໃນງານກໍ່ໄດ້ລັ່ນຄ້ອງ 9 ບາດ, ຕັດແຖບຜ້າ-ປ່ອຍປຸມເປົ້າ, ເປີດປ້າຍງານມະຫະກຳບຸນຊ້າງ ແລະ ປີທ່ອງທ່ຽວລາວຢ່າງເປັນທາງການ ແລະ ເຂົ້າຊົມຮ້ານຄ້າຜະລິດຕະພັນໂອດອບຕື່ມອີກ.








No comments

Powered by Blogger.