ມູນຄ່າການຄ້າ ປີ 2017 ຂອງ ສປປ.ລາວ ເກີນດຸນ ຍອດລວມສົ່ງອອກ-ນຳເຂົ້າບັນລຸ 9,345 ລ້ານໂດລາ - ອິດສະຫຼະ

ມູນຄ່າການຄ້າ ປີ 2017 ຂອງ ສປປ.ລາວ ເກີນດຸນ ຍອດລວມສົ່ງອອກ-ນຳເຂົ້າບັນລຸ 9,345 ລ້ານໂດລາ



ກົມການນຳເຂົ້າສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານວ່າ:​ ປີ 2017 ຖືເປັນປີທີ່ຂະແໜງອຸດສາຫະກໍາ ແລະ ການຄ້າ ມີການຂະຫຍາຍຕົວເພີ່ມຂື້ນເລັກນ້ອຍ ໂດຍສະເພາະແມ່ນດ້ານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາເຊັ່ນ: ອຸດສາຫະກໍາເຫຼັກເສັ້ນ, ອຸດສາຫະກໍາຜະລິດສະບຽງອາຫານ, ອຸດສາຫະກໍາຜະລິດເຄື່ອງດື່ມ, ອຸດສາຫະກໍາຜະລິດຢາສູບ ແລະ ອຸດສາຫະກໍາອື່ນໆ ຕາມລໍາດັບ ເຊິ່ງລວມມີມູນຄ່າ 8,942 ຕື້ກີບ ທຽບໃສ່ປີ 2016 ເພີ່ມຂື້ນ 4.15%.

ການຈໍລະຈອນສິນຄ້າພາຍໃນ ເຊັ່ນ: ແຜນແພ, ເຄື່ອງນຸ່ງຫົ່ມ, ກະເປົາ, ເກີບ, ເຄື່ອງກີລາ ແລະ ອຸປະກອນກີລາ, ເຄື່ອງກໍ່ສ້າງ, ເຄື່ອງສິນຄ້າກອງບຸນ, ສະບຽງອາຫານ ແລະ ເຄື່ອງດື່ມ ແລະ ອື່ນໆ ລວມມູນຄ່າ 51,687 ຕື້ກີບ ທຽບໃສ່ປີ 2016 ເພີ່ມຂື້ນ 15.10%.

ການຄ້າສາກົນຈະບັນລຸໄດ້ 9,345 ລ້ານໂດລາສະຫະລັດ (ຕົວເລກຄາດຄະເນ) ເພີ່ມຂື້ນ 11 % ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016 ແລະ ເກີນດຸນການຄ້າປະມານ 261 ລ້ານໂດລາສະຫະລັດ. ເນື່ອງຈາກວ່າ ການສົ່ງອອກມີການຂະຫຍາຍຕົວເພີ່ມຂື້ນ 13.4% ຫຼື 4,803 ລ້ານໂດລາສະຫະລັດ ແລະ ການນໍາເຂົ້າມີການຂະຫຍາຍຕົວເລັກນ້ອຍ 7.6% ຫຼື 4,542 ລ້ານໂດລາສະຫະລັດ. ໝວດສິນຄ້າສົ່ງອອກຫຼັກຂອງ ສປປ.ລາວ ແມ່ນ ໄຟຟ້າ, ຄໍາແທ່ງ, ສິນຄ້າອຸດສາຫະກໍາ (ກ້ອງບັນທຶກພາບ, ເຄື່ອງນຸ່ງຫົ່ມ, ແລະ ນໍ້າຕານຊາຍ), ມັນຕົ້ນ, ກາເຟ (ບໍ່ທັນປຸງແຕ່ງ), ຢາງພາລາ, ແລະ ສາລີ.

ປະເທດທີ່ນໍາເຂົ້າຫຼັກແມ່ນປະເທດເພື່ອນບ້ານທີ່ມີຊາຍແດນຕິດຈອດກັບ ສປປ.ລາວ ເຊັ່ນ:  ໄທ, ຈີນ, ແລະ ສສ.ຫວຽດນາມ. ນອກນັ້ນຍັງມີປະເທດຄູ່ຄ້າທີ່ສໍາຄັນຄັນເຊັ່ນ: ອິນເດຍ, ຍີ່ປຸ່ນ, ເຢຍລະມັນ ແລະ ສະຫະລັດ ອາເມຣິກາ. ໜວດສິນຄ້າທີ່ນໍາເຂົ້າຫຼັກ ຄື: ນໍ້າມັນເຊື້ອໄຟ, ນໍ້າມັນກາດ, ເຫຼັກ, ອຸປະກອນທີ່ເຮັດດ້ວຍເຫຼັກ, ອຸປະກອນກົນຈັກ, ເຄື່ອງໃຊ້ໄຟຟ້າ, ຊີ້ນສ່ວນອາໄຫຼ່. ປະເທດທີ່ ສປປ.ລາວ ນໍາເຂົ້າ ຍັງແມ່ນບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ.ລາວ ເຊັ່ນ: ໄທ, ຈີນ, ແລະ ສສ.ຫວຽດນາມ.

ປີ 2018 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ວາງແຜນພັດທະນາ 3 ແຜນງານຈຸດສຸມ ຄື: 1) ແຜນງານເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ທີ່ເນັ້ນການເປີດຕະຫລາດໃຫ້ກັນ ແລະ ກັນ ໂດຍສະເພາະພາຍໃນປະຊາຄົມເສດຖະກິດອາຊຽນ, ອາຊຽນບວກຄູ່ເຈລະຈາ ແລະ ຂອບຄວາມຮ່ວມມືເສດຖະກິດ ການຄ້າອື່ນໆ. 2) ການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍ ແກ່ການສ້າງຕັ້ງ ແລະ ດຳເນີນທຸລະກິດ ຕາມພາລະບົດບາດ ຂອງກະຊວງ ອຸດສາຫະກຳ ແລະ ການຄ້າ. 3) ການສ້າງ ໃຫ້ວິສາຫະກິດພາຍໃນ ໂດຍສະເພາະ ຂະໜາດນ້ອຍ ແລະ ກາງ ມີຄວາມສາມາດຮັບມືກັບສະພາບການແຂ່ງຂັນທີ່ເພີ່ມຂຶ້ນ ແລະ ເຂົ້າຮ່ວມໃນຕ່ອງໂສ້ ການສະໜອງສິນຄ້າ ຂອງພາກພື້ນ ແລະ ລະບົບການຄ້າສາກົນ; ພ້ອມທັງພິຈາລະນາເນື້ອໃນຕົ້ນຕໍ ຂອງບາງວຽກງານພົ້ນເດັ່ນປະຈຳປີ ຂອງກະຊວງອຸດສາຫະກຳ ແລະ ການຄ້າໂດຍສະເພາະວຽກງານການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ວຽກງານສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ວຽກງານການພັດທະນາອຸດສາຫະກຳ ແລະ ຫັດຖະກຳ ແລະ ອື່ນໆ.


No comments

Powered by Blogger.