ເກີດເຫດໄຟໄໝ້ວັດເກົ່າແກ່ກວ່າ 1,000 ປີ ສູນລວມສັດທາຊາວຕີເບດ (ວິດີໂອ) - ອິດສະຫຼະ

ເກີດເຫດໄຟໄໝ້ວັດເກົ່າແກ່ກວ່າ 1,000 ປີ ສູນລວມສັດທາຊາວຕີເບດ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ: ເກີດເຫດໄຟໄໝ້ໃນວັດໂຈຄັງ ວັດເກົ່າແກ່ອາຍຸກວ່າ 1,000 ປີ ທີ່ຂຶ້ນຊື່ວ່າສັກສິດທີ່ສຸດໃນນະຄອນລາຊາ ເມືອງຫຼວງຂອງເຂດປົກຄອງຕົນເອງຕິເບດ, ເຫດໄຟໄໝ້ດັ່ງກ່າວເກີດຂຶ້ນເມື່ອເວລາ 18:40 ນາທີ ຕາມເວລາທ້ອງຖິ່ນ ຂອງວັນທີ 17 ກຸມພາ 2018 ທີ່ຜ່ານມາ.

ຂະນະທີ່ທາງການຈີນຢືນຢັນວ່າສາມາດມອດໄຟໄດ້ໃນໄລຍະເວລາສັ້ນໆ ໂດຍບໍ່ມີຜູ້ບາດເຈັບ ຫຼື ເສຍຊີວິດ ສ່ວນສາເຫດຂອງການເກີດໄຟໄໝ້ຍັງບໍ່ມີຄວາມຊັດເຈນ

ວັດໂຈຄັງ ເປັນສ່ວນໜຶ່ງຂອງພະລາດຊະວັງໂປຕາລາ ບ່ອນຢູ່ຂອງອົງດາໄລລາມະ ຜູ້ນຳທາງຈິດວິນຍານ ແລະ ຜູ້ປົກຄອງສູງສຸດຂອງຕິເບດ ວັດນີ້ຈຶ່ງຖືເປັນວັດທີ່ສັກສິດທີ່ສຸດຂອງຕິເບດ ແລະ ຍັງໄດ້ຮັບການຮັບຮອງເປັນມໍລະດົກໂລກອີກດ້ວຍ ໂດຍນອກຈາກວັດໂຈຄັງຈະເປັນສະຖານທີ່ສັກກາລະບູຊາຂອງຊາວຕິເບດແລ້ວ ຍັງເປັນແຫຼ່ງທ່ອງທ່ຽວທີ່ສຳຄັນ ທີ່ມີນັກທ່ອງທ່ຽວເຂົ້າຢ້ຽມຊົມເປັນຈຳນວນຫຼາຍໃນແຕ່ລະປີ ໂດຍເຫດໄຟໄໝ້ໃນຄັ້ງນີ້ເກີດຂຶ້ນໃນມື້ດຽວກັນກັບທີ່ຊາວຕີເບດສະເຫຼີມສະຫຼອງເທດສະການໂລຊາ ຫຼື ປີໃໝ່ຂອງຕີເບດພໍດີ.





No comments

Powered by Blogger.