ຍົນໂດຍສານແບບ ATR-72 ຂອງສາຍການບິນອີຣານ ຕົກພ້ອມດ້ວຍ 66 ຊີວິດ - ອິດສະຫຼະ

ຍົນໂດຍສານແບບ ATR-72 ຂອງສາຍການບິນອີຣານ ຕົກພ້ອມດ້ວຍ 66 ຊີວິດ



ສຳນັກຂ່າວຕ່າງປະເທດລາຍງານ 18 ກຸມພາ 2018 ວ່າ: ຍົນໂດຍສານແບບ ATR-72 ຍົນໃບພັດ ຜະລິດໃນເອີຣົບ ສາຍການບິນ Aseman Airlines ຂອງອີຣານ ບັນທຸກຜູ້ໂດຍສານ 60 ຄົນ ແລະ ຈຸບິນ 6 ຄົນ ອອກເດີນທາງຈາກສະໜາມບິນເມຣາບັດ ໃນນະຄອນຫຼວງເຕຫະຣານ ເມື່ອເວລາປະມານ 8:00 ຕາມເວລາທ້ອງຖິ່ນ ໄປຍັງເມືອງຢາຊຸດ ແຂວງອິດສະຟາຮານ ທາງພາກຕາເວັນອອກສຽງໃຕ້ ແຕ່ຍົນໄດ້ຕົກຢູ່ພູດີນາ ສ່ວນໜຶ່ງຂອງສາຍພູຊາກຣອສ ຈຸດທີ່ຕົກຢູ່ຫ່າງຈາກເມືອງຢາຊຸດ ປະມານ 23 ກິໂລແມັດ ແລະ ຫ່າງຈາກນະຄອນຫຼວງເຕຫະຣານໄປທາງທິດໃຕ້ປະມານ 500 ກິໂລແມັດ.
ທ່ານ ໂມຮຳເໝັດ ທາກີ ໂຄສົກສາຍການບິນ Aseman Airlines ກ່າວວ່າ ຖ້ຽວບິນ 3704 ຕົກຢູ່ພູດີນາ ເຊິ່ງມີຄວາມສູງ 440 ແມັດ ຜູ້ທີ່ຢູ່ເທິງຍົນເສຍຊີວິດທັງໝົດ 66 ຄົນ ລວມມີເດັກນ້ອຍ 1 ຄົນ ເບື້ອງຕົ້ນຍັງບໍ່ຮູ້ສາເຫດ ຕ້ອງໄດ້ລໍຖ້າການກວດສອບກ່ອງບັນທຶກຂໍ້ມູນການບິນ ທີ່ໜ່ວຍກູ້ໄພກຳລັງຄົ້ນຫາຢູ່ບໍລິເວນເກີດເຫດ ແຕ່ຈາກການລາຍງານເບື້ອງຕົ້ນຮູ້ວ່າ ສະພາບອາກາດມີໝອກລົງຕຶບໜາ ເຮັດໃຫ້ເຮລິຄອບແຕຂອງໜ່ວຍກູ້ໄພຍັງບໍ່ສາມາດເຂົ້າເຖິງຈຸດເກີດເຫດ.

No comments

Powered by Blogger.