ອິນໂດເນເຊຍ ສັ່ງຊື້ຍົນຮົບ Su-35 ຈຳນວນ 11 ລຳ ຈາກລັດເຊຍ ຈ່າຍດ້ວຍສິນຄ້າກະສິກຳ - ອິດສະຫຼະ

ອິນໂດເນເຊຍ ສັ່ງຊື້ຍົນຮົບ Su-35 ຈຳນວນ 11 ລຳ ຈາກລັດເຊຍ ຈ່າຍດ້ວຍສິນຄ້າກະສິກຳ



ສຳນັກຂ່າວຕ່າງປະເທດລາຍງານ 18 ກຸມພາ 2018 ວ່າ: ທ່ານ ໂຕຕັອກ ຊູກິຮາໂຕ ໂຄສົກກະຊວງປ້ອງກັນປະເທດອິນເດຍເນເຊຍເປີດເຜີຍວ່າ ຂໍ້ຕົກລົງສັ່ງຊື້ຍົນຮົບ Su-35 ຈາກລັດເຊຍ ຈຳນວນ 11 ລຳ ທີ່ລົງນາມໂດຍຜູ້ແທນຂອງອິນໂດເນເຊຍ ແລະ ລັດເຊຍ ໃນນະຄອນຫຼວງຈາກາຕາ ເມື່ອວັນພຸດ (14 ກຸມພາ) ທີ່ຜ່ານມາ ມີລວມມູນຄ່າລວມ 1,140 ລ້ານໂດລາສະຫະລັດ, ໂດຍຍົນ 2 ລຳທຳອິດຈະສົ່ງມອບໃນເດືອນສິງຫາ 2018 ແລະ ອີກ 6 ລຳສົ່ງມອບພາຍໃນ 18 ເດືອນ ຫຼັງສັນຍາມີຜົນບັງຄັບ ແລະ ອີກ 3 ລຳສຸດທ້າຍຈະສົ່ງມອບໃນ 5 ເດືອນຫຼັງຈາກນັ້ນ.


ຂໍ້ຕົກລົງດັ່ງກ່າວເກີດຂຶ້ນຫຼັງຈາກທີ່ລັດຖະບານອິນໂດເນເຊຍເປີດເຜີຍໃນເດືອນສິງຫາ 2017 ວ່າຈະຫາແນວທາງໃຊ້ສິນຄ້າກະສິກຳປະກອບດ້ວຍ: ນ້ຳມັນປາມ, ກາເຟ ແລະ ຊາ ແລກກັບຍົນຮົບຂອງລັດເຊຍ ໂດຍທາງການຂອງອິນໂດເນເຊຍຕ້ອງການໃຊ້ໂອກາດ ໃນຂະນະທີ່ລັດເຊຍກຳລັງຖືກກຸ່ມປະເທດຕາເວັນຕົກຂວໍ້າບາດ.

ສະຫະພາບເອີຣົບ, ກຸ່ມການຮ່ວມມື 28 ປະເທດ ແລະ ສະຫະລັດ ອາເມຣິກາ ໄດ້ກຳນົດບາດຕະການຂວໍ້າບາດລັດເຊຍ ຕາມຂໍ້ກ່າວຫາວ່າແຊກແຊງການເລືອກຕັ້ງປະທານປະເທດສະຫະລັດ ອາເມຣິກາ ເມື່ອປີ 2016 ແລະ ການລວມດິນແດນແຫຼມໄຄເມຍຂອງອູແກຣນ ເຖິງຢ່າງໃດກໍ່ຕາມລັດຖະມົນຕີກະຊວງການຄ້າຂອງອິນໂດເນເຊຍກ່າວວ່າ ການຄວໍ້າບາດຂອງຕາເວັນຕົກຖືເປັນຂ່າວດີສຳລັບອິນໂດເນເຊຍ ເນື່ອງຈາກລັດເຊຍຈຳເປັນຕ້ອງຫາຕະຫຼາດໃໝ່ ໃນການນຳເຂົ້າສິນຄ້າບໍລິໂພກຫຼາຍຊະນິດ.

ອິນໂດເນເຊຍ ແລະ ລັດເຊຍລົງນາມໃນບັນທຶກຄວາມເຂົ້າໃຈ ເພື່ອແລກປ່ຽນຍົນຮົບ Su-35 11 ລຳຂອງລັດເຊຍ ກັບສິນຄ້າກະສິກຳສຳຄັນ ທີ່ນະຄອນຫຼວງມົດສະກູເມື່ອເດືອນສິງຫາ 2017 ແຕ່ການຖະແຫຼງຂອງໂຄສົກກະຊວງປ້ອງກັນປະເທດອິນໂດເນເຊຍໃນຄັ້ງນີ້ບໍ່ໄດ້ເປີດເຜີຍວ່າ ການສັ່ງຊື້ຍົນຮົບຈຳນວນດັ່ງກ່າວນັ້ນ ຈະຊຳລະກັນໃນຮູບແບບໃດ.


No comments

Powered by Blogger.