ພູໄຟຢູ່ເກາະສຸມາດຕາ ປະເທດອິນໂດເນເຊຍ ລະເບີດຢ່າງຮຸນແຮງອີກຄັ້ງ (ວິດີໂອ) - ອິດສະຫຼະ

ພູໄຟຢູ່ເກາະສຸມາດຕາ ປະເທດອິນໂດເນເຊຍ ລະເບີດຢ່າງຮຸນແຮງອີກຄັ້ງ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 19 ກຸມພາ 2018 ວ່າ: ສຳນັກງານບໍລິຫານຈັດການໄພພິບັດແຫ່ງຊາດຂອງອິນໂດເນເຊຍ ອອກຖະແຫຼງການວ່າ ພູໄຟຊິນາບຸງ ທີ່ມີຄວາມສູງ 2,468 ແມັດ ແລະ ຕັ້ງຢູ່ທາງຕອນເໜືອຂອງເກາະສຸມາດຕາ ລະເບີດຢ່າງຮຸນແຮງອີກຄັ້ງ ເມື່ອຕອນເຊົ້າຂອງວັນຈັນນີ້ ຕາມເວລາທ້ອງຖິ່ນ ໂດຍມີເຖົ່າຖ່ານ ແລະ ກຸ່ມຄວັນຕຶບໜາລອຍຂຶ້ນຈາກປາກພູໄຟເປັນໄລຍະທາງໄກກວ່າ 5 ກິໂລແມັດ, ເຊິ່ງລາຍງານຂອງສຳນັກງານບໍລິຫານຈັດການໄພພິບັດແຫ່ງຊາດຂອງອິນໂດເນເຊຍຍັງບໍ່ໄດ້ລະບຸວ່າມີຜູ້ໄດ້ຮັບຜົນກະທົບຈາກເຫດຄັ້ງນີ້ແລ້ວຫຼືບໍ່.


ເຖິງຢ່າງໃດກໍ່ຕາມ, ສູນຕິດຕາມລະວັງເຖົ່າຖ່ານຈາກພູໄຟ ທີ່ເມືອງດາວິນ ໃນນໍເທິນເທຣິທໍຣີ ທາງພາກເໜືອຂອງອົດສະຕຣາລີ ໄດ້ອອກປະກາດເຕືອນໄພ “ສີແດງ” ສຳລັບສາຍການບິນທຸກແຫ່ງທີ່ຈະບິນຜ່ານເກາະສຸມາດຕາ ເຊິ່ງເປັນເກາະຂະໜາດໃຫຍ່ທີ່ສຸດຂອງອິນໂດເນເຊຍ.


ພູໄຟຊິນາບຸງ ໄດ້ກັບມາເລີ່ມລະເບີດເປັນຄັ້ງທຳອິດເມື່ອປີ 2010 ສົ່ງຜົນໃຫ້ມີຜູ້ເສຍຊີວິດ 4 ຄົນ ຫຼັງຈາກທີ່ດັບມອດໄປໄດ້ 4 ທົດສະວັດ, ຕໍ່ມາໄດ້ລະເບີດຂຶ້ນອີກໃນປີ 2014 ເຮັດໃຫ້ປະຊາຊົນ 16 ຄົນເສຍຊີວິດ ແລະ ໃນປີ 2016 ປະຊາຊົນເສຍຊີວິດ 7 ຄົນ ເຮັດໃຫ້ໜ່ວຍງານທີ່ກ່ຽວຂ້ອງທຸກແຫ່ງຂອງອິນໂດເນເຊຍ ໄດ້ເພີ່ມຄວາມຕື່ນຕົວໃນການຕິດຕາມສະຖານະການການປ່ຽນແປງຂອງພູໄຟໜ່ວຍດັ່ງກ່າວຢ່າງຕໍ່ເນື່ອງ ແລະ ຈົນເຖິງປັດຈຸບັນມີການອົບພະຍົບປະຊາຊົນໃນເຂດທີ່ມີຄວາມສ່ຽງແລ້ວຫຼາຍກວ່າ 30,000 ຄົນ.


No comments

Powered by Blogger.