ການສູ້ຮົບໃນຊີຣີພຽງວັນດຽວເສຍຊີວິດກວ່າ 100​ ຄົນ, UN ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຢຸດຕິສູ້ຮົບ ເພື່ອມະນຸດສະທຳ - ອິດສະຫຼະ

ການສູ້ຮົບໃນຊີຣີພຽງວັນດຽວເສຍຊີວິດກວ່າ 100​ ຄົນ, UN ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຢຸດຕິສູ້ຮົບ ເພື່ອມະນຸດສະທຳ



ສຳນັກຂ່າວຕ່າງປະເທດລາຍງານ 20 ກຸມພາ 2018 ວ່າ: ສຳນັກງານປະສານງານດ້ານມະນຸດສະທຳແຫ່ງສະຫະປະຊາຊາດ ປະຈຳຊີຣີ ອອກຖະແຫຼງການເມື່ອວັນຈັນທີ່ຜ່ານມາ ມີເນື້ອໃນສຳຄັນຮຽກຮ້ອງໃຫ້ຄູ່ກໍລະນີທຸກຝ່າຍໃນສົງຄາມຊີຣີ ຢຸດຕິການສູ້ຮົບໃນເຂດກູຕາ ຕາເວັນອອກ ທີ່ຕັ້ງຢູ່ເຂດຮອບນອກຂອງນະຄອນຫຼວງດາມັດສະກັດ ແລະ ເປັນເຂດທີ່ໝັ້ນສຸດທ້າຍໃນເຂດຮອບນອກນະຄອນຫຼວງ ທີ່ກອງກຳລັງຝ່າຍກະບົດຢຶດຄອງຢູ່ ພາຍຫຼັງປະຕິບັດການໂຈມຕີທາງອາກາດ, ການຍິງປືນໃຫຍ່ ແລະ ການຍິງຈະຫຼວດຕໍ່ສູ້ກັນນັບຕັ້ງແຕ່ວັນຈັນທີ່ຜ່ານມາ ເປັນເຫດໃຫ້ມີຜູ້ເສຍຊີວິດແລ້ວຫຼາຍກວ່າ 100 ຄົນ ແລະ ໄດ້ຮັບບາດເຈັບຫຼາຍກວ່າ 300 ຄົນ.


ຂະນະທີ່ລາຍງານຂອງອົງການສັງເກດການດ້ານສິດທິມະນຸດຊີຣີລະບຸວ່າ ຈຳນວນຜູ້ເສຍຊີວິດ ແລະ ຜູ້ໄດ້ຮັບບາດເຈັບຈາກການສູ້ຮົບກັນຢ່າງດຸເດືອດໃນເຂດກູຕາ ຕາເວັນອອກ ພາຍໃນໄລຍະພຽງ 24 ຊົ່ວໂມງທີ່ຜ່ານມາ ຖືເປັນສະຖິຕິສູງສຸດທີ່ເກີດຂຶ້ນພາຍໃນວັນດຽວ ນັບຕັ້ງແຕ່ກອງກຳລັງຝ່າຍຕໍ່ຕ້ານລັດຖະບານເຂົ້າຢຶດຄອງເຂດດັ່ງກ່າວເມື່ອປີ 2015 ແລະ ຖືກທະຫານລັດຖະບານຊີຣີປິດລ້ອມນັບຕັ້ງແຕ່ນັ້ນມາ,​ ນອກຈາກນີ້ອົງການສັງເກດການດ້ານສິດທິມະນຸດຊີຣີ ໄດ້ຕັ້ງສົມມຸດຕິຖານວ່າ: ການທີ່ກອງທັບຊີຣີເພີ່ມຄວາມຮຸນແຮງຂອງປະຕິບັດການໂຈມຕີທາງອາກາດໃນເຂດກູຕາ ຕາເວັນອອກ ຄືເພື່ອເປີດທາງໃຫ້ມີການໂຈມຕີດ້ວຍກອງກຳລັງພາກພື້ນດິນເປັນຂັ້ນຕໍ່ໄປ.

ເຊິ່ງກອງທັບຊີຣີເຄີຍປະຕິບັດການໂຈມຕີທາງທະຫານຕໍ່ເນື່ອງ 5 ວັນໃນເຂດກູຕາຕາເວັນອອກມາແລ້ວ ເມື່ອຕົ້ນເດືອນນີ້ ສົ່ງຜົນໃຫ້ມີຜູ້ເສຍຊີວິດລວມຫຼາຍກວ່າ 250 ຄົນ ແລະ ໄດ້ຮັບບາດເຈັບອີກຫຼາຍກວ່າຮ້ອຍຄົນ.








No comments

Powered by Blogger.