ລັດເຊຍ ບໍ່ສົນໃຈຕໍ່ການສັ່ງຟ້ອງຂອງ FBI ວ່າແຊກແຊງການເລືອກຕັ້ງປະທານປະເທດ ສ.ອາເມຣິກາ - ອິດສະຫຼະ

ລັດເຊຍ ບໍ່ສົນໃຈຕໍ່ການສັ່ງຟ້ອງຂອງ FBI ວ່າແຊກແຊງການເລືອກຕັ້ງປະທານປະເທດ ສ.ອາເມຣິກາ



ສຳນັກຂ່າວຕ່າງປະເທດລາຍງານ 20 ກຸມພາ 2018 ວ່າ: ທ່ານ ເດີມິຕຣີ ເປສຄັອບ ໂຄສົກທຳນຽບປະທານປະເທດລັດເຊຍ ກ່າວເມື່ອວັນຈັນທີ່ຜ່ານມາ ກ່ຽວກັບເລື່ອງທີ່ຄະນະສືບສວນສອບສວນອິດສະຫຼະຂອງສຳນັກງານສອບສວນກາງ (FBI) ທີ່ນຳໂດຍທ່ານ ໂຣເບິດ ມຸນເລີ ຍື່ນຄຳຮ້ອງຟ້ອງ 37 ໜ້າຕໍ່ສານລັດຖະບານກາງໃນນະຄອນຫຼວງວໍຊິງຕັນ ເມື່ອວັນສຸກທີ່ຜ່ານມາ ສັ່ງຟ້ອງພົນລະເມືອງສັນຊາດລັດເຊຍ 13 ຄົນ ແລະ ບໍລິສັດ 3 ແຫ່ງຂອງລັດເຊຍ ຖານຮ່ວມກັນສ້າງກິດຈະກຳລັບ ເພື່ອແຊກແຊງການເລືອກຕັ້ງປະທານປະເທດສະຫະລັດ ອາເມຣິກາ ເມື່ອປີ 2016 ວ່າເປັນຂໍ້ກ່າວຫາແບບລອຍໆ ໂດຍບໍ່ມີຫຼັກຖານ ເພາະເປັນໄປບໍ່ໄດ້ເລີຍທີ່ລັດຖະບານລັດເຊຍຈະມີສ່ວນກ່ຽວຂ້ອງກັບເລື່ອງດັ່ງກ່າວທີ່ເກີດຂຶ້ນ.
ຄຳຖະແຫຼງດັ່ງກ່າວຂອງທ່ານ ເດີມີຕຣີ ເປສຄັອບ ຖືເປັນທ່າທີຄັ້ງທຳອິດຢ່າງເປັນທາງການຂອງລັດຖະບານລັດເຊຍ ທີ່ມີຕໍ່ຄຳຮ້ອງຟ້ອງຂອງ FBI ໃນຄັ້ງນີ້ ເຊິ່ງບຸກຄົນໃນລາຍຊື່ທີ່ທຸກຝ່າຍໃຫ້ຄວາມສົນໃຈຫຼາຍທີ່ສຸດຄື ທ່ານ ເຢບເກນີ ປຼີໂກຊິນ ອາຍຸ 56 ປີ ນັກທຸລະກິດຊື່ດັ່ງໃນວົງການອາຫານ ແລະ ການຈັດງານລ້ຽງຂອງລັດເຊຍ ທີ່ຖືກເປັນໜຶ່ງໃນບຸກຄົນໃກ້ຊິດຂອງທ່ານ ປູຕິນ ປະທານປະເທດລັດເຊຍ ໂດຍທ່ານ ເຢບເກນີ ປຼີໂກຊິນ ມີຊື່ຢູ່ໃນບັນຊີດຳຂອງກະຊວງການເງິນສະຫະລັດ ອາເມຣິກາ ມາຕັ້ງແຕ່ປີ 2016 ແລ້ວ ຂະນະທີ່ບໍລິສັດຈັດງານລ້ຽງຂອງທ່ານ ເຢບເກນີ ປຼີໂກຊິນ ກໍ່ຢູ່ໃນບັນຊີດຳເຊັ່ນກັນ.

ນອກຈາກນີ້ ໜຶ່ງໃນບໍລິສັດທີ່ປາກົດຊື່ໃນສຳນວນການສັ່ງຟ້ອງຄື ສຳນັກງານວິໄຈອິນເຕີເນັດເຊັນປີເຕີສະເບີກ ເຊິ່ງທີມງານຂອງທ່ານ ມຸນເລີ ກ່າວຫາວ່າເປັນອົງກອນທີ່ສ້າງກິດຈະກຳໂຄສະນາຊວນເຊື່ອ ເພື່ອໂຈມສຕີທ່ານ ນາງ ຮິນລາຣີ ຄລິນຕັນ ຄູ່ແຂ່ງຂັນທາງການເມືອງຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ຄົນປັດຈຸບັນ, ກາຍເຜີຍແຜ່ຂໍ້ມູນຂ່າວສານທີ່ບໍ່ມີມູນຄວາມຈິງ ເພື່ອສ້າງຄວາມສັບສົນ ກໍ່ໃຫ້ເກີດຄວາມປັ່ນປ່ວນ ແລະ ຄວາມແຕກແຍກໃນສະຫະລັດ ອາເມຣິກາ.
ໃນດ້ານຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກໍ່ໄດ້ລົງຂໍ້ຄວາມໃນ Twitter ຕອບໂຕ້ FBI ວ່າ: ຄາແຕ່ສືບສວນສອບສວນເລື່ອງລັດເຊຍ ທັງໆທີ່ເປັນເລື່ອງທີ່ບໍ່ມີມູນຄວາມຈິງ ຈົນເຮັດໃຫ້ກາຍເປັນຄວາມຜິດພາດໃຫຍ່ຫຼວງ ແທນທີ່ຈະຕິດຕາມ ແລະ ກວດສອບປະຫວັດຂອງທ້າວ ນິໂຄລາສ ຄຼູສ ມືປືນບຸກຍິງໂຈມຕີໂຮງຮຽນ ໃນລັດຟໍຣິດາ ເມື່ອວັນທີ 14 ກຸມພາ 2018 ທີ່ຜ່ານມາ ຈົນເປັນເຫດໃຫ້ມີຜູ້ເສຍຊີວິດ 17 ຄົນ.


No comments

Powered by Blogger.