ຂົນຢາໄອ 1.6 ໂຕນ ແຕ່ໄປບໍ່ຮອດຝັ່ງ ຖືກເຈົ້າໜ້າທີ່ອິນໂດເນເຊຍບຸກກວດຄົ້ນ - ອິດສະຫຼະ

ຂົນຢາໄອ 1.6 ໂຕນ ແຕ່ໄປບໍ່ຮອດຝັ່ງ ຖືກເຈົ້າໜ້າທີ່ອິນໂດເນເຊຍບຸກກວດຄົ້ນ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 20 ກຸມພາ 2018 ວ່າ: ໜ່ວຍເຮືອລາດຕະເວນຂອງສຳນັກງານພາສີອິນໂດເນເຊຍ ສັງເກດເຫັນເຮືອຕ້ອງສົງໄສລຳໜຶ່ງ ທີ່ຕິດທຸງຊາດສິງກະໂປ ຂະນະກຳລັງແລ່ນຢູ່ໃນທະເລ ລະຫວ່າງເກາະບາຕຳ ກັບ ປະເທດສິງກະໂປ ຈຶ່ງແຈ້ງໃຫ້ຕຳຫຼວດທ້ອງຖິ່ນເຂົ້າສະກັດຈັບ ແລະ ກວດຄົ້ນ ປາກົດວ່າພົບຢາໄອຊຸກເຊື່ອງຢູ່ໃນເປົາລວມ 81 ເປົາ ນໍ້າໜັກລວມ 1.6 ໂຕນ ແລະ ຈັບກຸມຄົນໃນເຮືອໄດ້ 4 ຄົນ ເປັນຊາວໄຕຫວັນທັງໝົດ ໜຶ່ງໃນນັ້ນອາຍຸ 69 ປີ.


ເຈົ້າໜ້າທີ່ອິນໂດເນເຊຍເປີດເຜີຍວ່າ ໄດ້ຕິດຕາມຫາເຮືອລຳດັ່ງກ່າວມາຫຼາຍເດືອນແລ້ວ ເນື່ອງຈາກສົງໄສວ່າເປັນຂະບວນການຂົນຢາເສບຕິດເຂົ້າສູ່ອິນໂດເນເຊຍ ແລະ ອົດສະຕຣາລີ ແລະ ຈາກການກວດສອບພົບວ່າເຮືອລຳນີ້ຈະຕິດທຸງຂອງປະເທດຕ່າງໆ ທີ່ເຮືອແລ່ນເຂົ້າສູ່ເຂດນ່ານນ້ຳໃກ້ກັບປະເທດນັ້ນໆ ເພື່ອຫຼອກຕາເຈົ້າໜ້າທີ່.



ຕົ້ນເດືອນນີ້ເຈົ້າໜ້າທີ່ຂອງກອງທັບເຮືອອິນໂດເນເຊຍ ກໍ່ໄດ້ສະກັດຈັບເຮືອຫາປາລຳໜຶ່ງໃນທະເລນອກຝັ່ງເກາະບາຕຳເຊັ່ນກັນ ການກວດຄົ້ນໃນເຮືອບພົບຢາໄອໃນເຮືອເຖິງ 1.3 ໂຕນ ແລະ ຈັບກຸມຄົນໃນເຮືອທີ່ເປັນຊາວໄຕຫວັນເຊັ່ນກັນໄດ້ 4 ຄົນ, ທ່ານ ບູດີ ອາເຊໂຊ ຜູ້ອຳນວຍການສຳນັກງານປາບປາມຢາເສບຕິດອິນໂດເນເຊຍກ່າວວ່າ ການຈັບກຸມເກີດຂຶ້ນພາຍຫຼັງທີ່ໄດ້ຮັບແຈ້ງເບາະແສຈາກເຈົ້າໜ້າທີ່ຈີນ ແລະ ໄທ ວ່າຈະມີການຂົນຢາເສບຕິດຈາກມຽນມາໂດຍໃຊ້ເຮືອປະມົງ ໂດຍຈຸດໝາຍປາຍທາງຂອງເຮືອລຳນີ້ຢູ່ທີ່ປະເທດອົດສະຕຣາລີ.



No comments

Powered by Blogger.