ສະໜາມຮົບກູຕາ ຕາເວັນອອກຂອງຊີຣີ ພຽງ 2 ວັນຜ່ານມາ ເສຍຊີວິດກວ່າ 250 ຄົນ - ອິດສະຫຼະ

ສະໜາມຮົບກູຕາ ຕາເວັນອອກຂອງຊີຣີ ພຽງ 2 ວັນຜ່ານມາ ເສຍຊີວິດກວ່າ 250 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 21 ກຸມພາ 2018 ວ່າ: ອົງກອນສັງເກດການດ້ານສິດທິມະນຸດຊີຣີ ລາຍງານຈຳນວນຜູ້ເສຍຊີວິດຈາກການສູ້ຮົບລະຫ່າງກອງທັບຊີຣີ ກັບ ກອງກຳລັງຝ່າຍຕໍ່ຕ້ານລັດຖະບານ ໃນເຂດກູຕາ ຕາເວັນອອກ ເຊິ່ງເປັນເຂດທີ່ໝັ້ນຂອງຝ່າຍກະບົດທີ່ຢູ່ຮອບນອກນະຄອນຫຼວງດາມັດສະກັດ ລະຫວ່າງວັນຈັນ ເຖິງ ວັນອັງຄານ (20 ກຸມພາ) ທີ່ຜ່ານມານັ້ນ ຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນຫຼາຍກວ່າ 250 ຄົນ ແລະ ຈຳນວນຜູ້ໄດ້ຮັບບາດເຈັບເພີ່ມເປັນຫຼາຍກວ່າ 1,200​ ຄົນ.


ລາຍງານຂອງອົງກອນສັງເກດການດ້ານສິດທິມະນຸດຊີຣີລະບຸອີກວ່າ ການໂຈມຕີເຂດກູຕາ ຕາເວັນອອກສະເພາະວັນອັງຄານທີ່ຜ່ານມາ ໄດ້ສ້າງຄວາມເສຍຫາຍໃຫ້ກັບໂຮງໝໍ ໃນເຂດດັ່ງກ່າວເພີ່ມອີກ 6 ແຫ່ງ ແລະ ໝູ່ບ້ານອີກ 10 ແຫ່ງໄດ້ຮັບຄວາມເສຍຫາຍ, ນອກຈາກນີ້ ການສູນເສຍຕໍ່ຊີວິດໃນເຂດກູຕາ ຕາເວັນອອກຄັ້ງນີ້ຖືວ່າຫຼາຍທີ່ສຸດ ນັບຕັ້ງຕ່ເກີດເຫດໂຈມຕີດ້ວຍອາວຸດເຄມີໃນບໍລິເວນທົ່ງພຽງກູຕາ ນອກນະຄອນຫຼວງດາມັດສະກັດ ເມື່ອເດືອນສິງຫາ 2013 ເຊິ່ງຈຳນວນຜູ້ເສຍຊີວິດໄດ້ຮັບການປະເມີນໄວ້ທີ່ 200 ​ຄົນ ເຖິງ 1,700 ຄົນ.


ຂະນະທີ່ສະຫະປະຊາຊາດ ອອກຖະແຫຼງການຮຽກຮ້ອງໃຫ້ມີການຢຸດຍິງ ເພື່ອເປີດທາງໃຫ້ແກ່ເຈົ້າໜ້າທີ່ຊ່ວຍເຫຼືອ ໃນການລຳລຽງຄວາມຊ່ວຍເຫຼືອເຂົ້າສູ່ພື້ນທີ່ ແລະ ນຳຜູ້ໄດ້ຮັບບາດເຈັບຮຸນແຮງອອກມາຮັບການປິ່ນປົວ ແຕ່ການຮຽກຮ້ອງຂອງສະຫະປະຊາຊາດຍັງບໍ່ໄດ້ຮັບການຕອບສະໜອງຈາກຝ່າຍໃດ.



No comments

Powered by Blogger.