ທ່ານນາຍົກລັດຖະມົນຕີ ເນັ້ນໃຫ້ຂະແໜງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເອົາໃຈໃສ່ວຽກງານຂອງຕົນ ໂດຍສະເພາະການທ່ອງທ່ຽວ - ອິດສະຫຼະ

ທ່ານນາຍົກລັດຖະມົນຕີ ເນັ້ນໃຫ້ຂະແໜງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເອົາໃຈໃສ່ວຽກງານຂອງຕົນ ໂດຍສະເພາະການທ່ອງທ່ຽວ



ໃນວັນທີ 16 ກຸມພາ 2018 ທີ່ຜ່ານມາ, ທີ່ຫໍວັດທະນະທໍາແຫ່ງຊາດ ໄດ້ຈັດກອງປະຊຸມ ວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທົ່ວປະເທດປະຈໍາປີຂຶ້ນ. ໂດຍການເປັນປະທານຂອງ ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ໃຫ້ກຽດເຂົ້າຮ່ວມ ແລະ ມີຄໍາເຫັນໂອ້ລົມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ບັນດາຫົວໜ້າພະແນກ-ຮອງຫົວໜ້າພະແນກ ຂັ້ນສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.


ໂອກາດດັ່ງກ່າວ, ທ່ານ ບໍ່ແສງຄໍາ ວົງດາລາ ໄດ້ລາຍງານໃຫ້ຊາບກ່ຽວກັບຜົນຂອງການຈັດຕັ້ງປະຕິບັດ ວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນໄລຍະທີ່ຜ່ານມາວ່າ: ວຽກງານດັ່ງກ່າວ ແມ່ນໄດ້ມີການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວໃນຫຼາຍດ້ານ ເຊິ່ງໄດ້ຕັ້ງໜ້າປະກອບສ່ວນສໍາຄັນ ໃນການໂຄສະນາເຜີຍແຜ່ແນວທາງ, ນະໂຍບາຍຂອງພັກ, ແຜນການ, ກົດໝາຍ ລະບຽບການຂອງລັດ, ສ່ອງແສງເຖິງ ຄວາມມຸ່ງມາດປາດຖະໜາ ແລະ ຂະບວນການເຄື່ອນໄຫວຂອງປະຊາຊົນ, ປະກອບສ່ວນ ສ້າງສາພັດທະນາເສດຖະກິດ-ສັງຄົມ, ຍົກລະດັບຄວາມຮູ້ໃຫ້ແກ່ປະຊາຊົນ ແລະ ຊຸກຍູ້ຂະບວນການຕ່າງໆຂອງສັງຄົມ ໃຫ້ມີຄວາມຄຶກຄື້ນ.

ນອກນັ້ນ, ຍັງໄດ້ປະກອບສ່ວນ ຕ້ານປະກົດການຫຍໍ້ທໍ້ໃນສັງຄົມ ແລະ ຕອບຕ້ານການໃສ່ຮ້າຍປ້າຍສີ, ບິດເບືອນຂອງກຸ່ມຄົນບໍ່ຫວັງດີໄດ້ຄ່ອງແຄ້ວ ແລະ ທັນການກວ່າເກົ່າ, ຈໍານວນສື່ຕ່າງໆ ກໍ່ມີການຂະຫຍາຍຕົວ ທັງດ້ານປະລິມານ ແລະ ຄຸນນະພາບສູງຂຶ້ນເລື້ອຍໆ, ສາມາດສົ່ງຂໍ້ມູນ-ຂ່າວສານຂອງ ພັກ-ລັດ ອອກສູ່ພາຍໃນ ແລະ ຕ່າງປະເທດ ໄດ້ຢ່າງວ່ອງໄວ, ທັນການ ແລະ ກວ້າງຂວາງກວ່າເກົ່າ, ພື້ນຖານວັດຖຸເຕັກນິກທາງດ້ານ ວຽກງານຖະແຫຼງຂ່າວ-ສື່ມວນຊົນ ກໍ່ໄດ້ມີການປ່ຽນຖ່າຍ ໄປສູ່ຄວາມທັນສະໄໝເທື່ອລະກ້າວ. ພ້ອມດຽວກັນນີ້, ວຽກງານສື່ມວນຊົນ ຍັງໄດ້ສ້າງລາຍຮັບຂອງຕົນ ທັງນີ້ກໍ່ເພື່ອເປັນການຫຼຸດຜ່ອນ ການແບກຫາບງົບປະມານຂອງລັດ. ອັນທີ່ພົ້ນເດັ່ນ ກໍ່ແມ່ນຜົນສໍາເລັດຂອງການສະເໜີສຽງແຄນລາວ ເຂົ້າເປັນມໍລະດົກໂລກ ດ້ານວັດທະນະທໍາທີ່ບໍ່ເປັນວັດຖຸ ທີ່ໄດ້ຮັບການຮັບຮອງຈາກອົງການ UNESCO.


ໂອກາດເຂົ້າຮ່ວມໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດຂອງການຈັດຕັ້ງປະຕິບັດ ວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນໄລຍະ 1 ປີ ຜ່ານມາ ພ້ອມທັງ ມີຄໍາເຫັນເນັ້ນໜັກໃຫ້ຂະແໜງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສືບຕໍ່ເອົາໃຈໃສ່ຄື: ກ່ອນອື່ນໝົດຄະນະພັກ, ຄະນະນໍາກະຊວງ ຕ້ອງເອົາໃຈໃສ່ໃນການກໍາແໜ້ນ ທ່າອ່ຽງຂອງຍຸກສະໄໝ ແລະ ສະພາບແວດລ້ອມພາກພື້ນ ກໍ່ຄື ສາກົນ ທີ່ຍັງສືບຕໍ່ຜັນແຜໄປຢ່າງສະຫຼັບສັບຊ້ອນ ແລະ ຫຼາຍບັນຫາທີ່ຄາດຄະເນໄດ້ຍາກ; ເຊີດຊູສະຕິຄວາມຮັບຜິດຊອບ ຕໍ່ໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນ; ເອົາໃຈໃສ່ ຊີ້ນໍານໍາພາການຈັດຕັ້ງປະຕິບັດ ຄາດໝາຍສູ້ຊົນ ແຜນພັດທະນາ ວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນປີ 2018 ແລະ ແຜນການ 5 ປີ (2016-2020) ໃຫ້ປະສົບຜົນສໍາເລັດ; ສືບຕໍ່ບຸກທະລຸທັງ 4 ດ້ານ ໃຫ້ແຂງແຮງ ແລະ ເປັນຮູບປະທໍາ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ.

ພ້ອມກັນນັ້ນ, ໃຫ້ດໍາເນີນການປະກວດ, ຄັດເລືອກນັກຂ່າວດີເດັ່ນ, ນັກສິນລະປິນດີເດັ່ນ, ນັກວິຈິດສິນ, ນັກອະນຸລັກວັດທະນະທໍາ ແລະ ນັກນໍາທ່ຽວດີເດັ່ນ ປະຈໍາປີ ໂດຍໃຫ້ຈັດຕັ້ງປະຕິບັດເປັນແຕ່ລະປີ ເລິ່ມຈາກປີ 2018 ເປັນຕົ້ນໄປ; ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ສອດຄ່ອງກັບວຽກງານຕົວຈິງ ໃນໄລຍະໃໝ່, ມີຄວາມກະທັດລັດ ເນັ້ນປະສິດທິພາບ-ປະສິດທິຜົນ, ເຂັ້ມແຂງ ຮູ້ເຮັດວຽກຮອບດ້ານ, ຮູ້ວິຊາສະເພາະຂອງຕົນຢ່າງເລິກເຊິ່ງ-ເຮັດວຽກ ດ້ວຍຄວາມຮັບຜິດຊອບ ປະດິດສ້າງ, ຊອກຫາອັນໃໝ່ ເພື່ອໃຫ້ທັນກັບສະພາບການປ່ຽນແປງ; ສໍາລັບບຸກຄະລາກອນຕ້ອງກໍາແໜ້ນແນວທາງນະໂຍບາຍ ຮູ້ນໍາໃຊ້ຄວາມຮູ້ຄວາມສາມາດ ເຂົ້າໃນການປະຕິບັດໜ້າທີ່ ໄປຕາມແນວທາງຂອງພັກ-ລັດ, ຊອກໃຫ້ເຫັນ ແລະ ສ້າງໃຫ້ໄດ້ ຜູ້ທີ່ມີພອນສະຫວັນໃນແຕ່ລະດ້ານ; ເພີ່ມທະວີ ການສ້າງພະນັກງານນໍາພາ, ສ້າງໃຫ້ໄດ້ພະນັກງານສືບທອດ, ຫັນເປັນໜຸ່ມ ແຕ່ໃຫ້ມີຄວາມຮູ້ຄວາມສາມາດຢ່າງແທ້ຈິງ ສາມາດຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່; ຫັນການຄຸ້ມຄອງບໍລິຫານວຽກງານ ໄປສູ່ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ໃຫ້ເຂົ້າສູ່ລະບົບ, ມີຄວາມໂປ່ງໃສ ແລະ ສາມາດກວດສອບໄດ້. ຕ້ອງເຮັດໃຫ້ປະຊາຊົນ, ສັງຄົມເຮົາ ໄດ້ບໍລິໂພກຂໍ້ມູນຂ່າວສານທີ່ດີທີ່ສຸດ, ປອດໄພທີ່ສຸດ, ເລືອກໃຊ້ສື່ຂອງພວກເຮົາເປັນຫຼັກ ຮູ້ສົມທຽບ, ສັ່ງຊາ, ຮູ້ອັນຖືກ ແລະ ອັນຜິດ. ສະນັ້ນ, ຂ່າວຂອງສື່ພວກເຮົາ ຕ້ອງກາຍເປັນຜູ້ນໍາພາຄວາມຄິດຂອງຄົນໃນສັງຄົມ, ຂອງໄວໜຸ່ມເຮົາໄປສູ່ຄວາມກ້າວໜ້າ ໃຫ້ມີພູມຕ້ານທານກັບສິ່ງຫຍໍ້ທໍ້ຕ່າງໆໃຫ້ໄດ້.

ພ້ອມດຽວກັນນີ້, ໃຫ້ເອົາໃຈໃສ່ ໃນການຊຸກຍູ້ຂະບວນການ ສ້າງຄອບຄົວວັດທະນະທໍາ ໃຫ້ໄດ້ 30,000 ຄອບຄົວ ແລະ ບ້ານວັດທະນະທໍາໃຫ້ໄດ້ 200 ບ້ານ; ເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ອະນຸລັກຮັກສາວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ ໃຫ້ຍືນຍົງຄົງຕົວຢູ່ກັບສັງຄົມລາວຕະຫຼອດໄປ.

ໃນປີ 2018 ສປປ.ລາວ ໄດ້ປະກາດເປັນປີທ່ອງທ່ຽວລາວ ເຊິ່ງຕ້ອງໄດ້ເອົາໃຈໃສ່ໃນການດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າມາທ່ຽວຊົມຕາມຄາດໝາຍສູ້ຊົນແມ່ນບໍ່ໃຫ້ຫຼຸດ 5 ລ້ານເທື່ອຄົນຕໍ່ປີ. ພ້ອມທັງ, ໃຫ້ມີການສ້າງລາຍຮັບຈາກທາງກົງ ແລະ ທາງອ້ອມໃຫ້ໄດ້ປະມານ 900 ລ້ານໂດລາສະຫະລັດ ໄປຄຽງຄູ່ກັບການເອົາໃຈໃສ່ ແກ້ໄຂສິ່ງກີດຂວາງຕ່າງໆ ໃນການດຶງດູດນັກທ່ອງທ່ຽວ, ສ້າງສິ່ງອໍານວຍຄວາມສະດວກ, ສ້າງ ແລະ ປັບປຸງພື້ນຖານໂຄງລ່າງ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ຽວຊົມ ໂດຍໃຫ້ປະຕິບັດຕາມນະໂຍບາຍ 03 ເປີດຂອງລັດຖະບານວາງອອກ ຄື: ເປີດສິ່ງກີດຂວາງ, ເປີດປະຕູ ແລະ ເປີດໃຈ ສໍາຄັນແມ່ນໃຫ້ເອົາໃຈໃສ່ ໃນການປົກປັກຮັກສາ ແລະ ພັດທະນາແຫຼ່ງທ່ອງທ່ຽວທາງທໍາມະຊາດ, ວັດທະນະທໍາ, ປະຫວັດສາດ, ມໍລະດົກທາງວັດທະນະທໍາ ເພື່ ອເປັນພື້ນຖານ ແລະ ເປັນທ່າແຮງໃຫ້ແກ່ການທ່ອງທ່ຽວ ຂອງ ສປປ.ລາວ.

No comments

Powered by Blogger.