ຜູ້ນຳປາເລສໄຕກ່າວ UN ສະໜັບສະໜູນອິດສະຣາແອນ ໃຫ້ຢູ່ເໜືອກົດໝາຍ ແລະ ລຸກອອກຈາກກອງປະຊຸມທັນທີທີ່ຖະແຫຼງຈົບ - ອິດສະຫຼະ

ຜູ້ນຳປາເລສໄຕກ່າວ UN ສະໜັບສະໜູນອິດສະຣາແອນ ໃຫ້ຢູ່ເໜືອກົດໝາຍ ແລະ ລຸກອອກຈາກກອງປະຊຸມທັນທີທີ່ຖະແຫຼງຈົບ



ສຳນັກຂ່າວຕ່າງປະເທດລາຍງານ 21 ກຸມພາ 2018 ວ່າ: ທ່ານ ມາໝູດ ອັບບາສ ປະທານປະເທດປາເລສໄຕ ກ່າວຖະແຫຼງຕໍ່ກອງປະຊຸມຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ເມື່ອວັນອັງຄານທີ່ຜ່ານມາ ສະເໜີໃຫ້ມີການຈັດຕັ້ງກອງປະຊຸມສັນຕິພາບລະຫວ່າງປະເທດພາຍໃນກາງປີນີ້ ເຊິ່ງຈະເປັນກົນໄກແບບພະຫຸພາຄີ ເພື່ອປູທາງສູ່ການຟື້ນຟູການເຈລະຈາສັນຕິພາບລະຫວ່າງປາເລສໄຕ ກັບ ອິດສະຣາແອນ ເຊິ່ງຖືກຢຸດຕິລົງໄປຕັ້ງແຕ່ປີ 2014 ແລະ ຕັ້ງຄຳຖາມກ່ຽວກັບຄວາມຈິງໃຈ ຂອງສະຫະລັດ ອາເມຣິກາທີ່ມີຕໍ່ແນວກັບສອງລັດ ເພື່ອແກ້ໄຂຄວາມຂັດແຍ່ງລະຫວ່າງປາເລສໄຕ ກັບ ອິດສະຣາແອນ ພ້ອມທັງປະນາມການທີ່ລັດຖະບານສະຫະລັດ ອາເມຣິກາ ຕັດງົບສະໜັບສະໜູນເພື່ອເປັນງົບປະຕິບັດງານຂອງສຳນັກງານຫຼຸດຜ່ອນທຸກຍາກ ແລະ ຈັດຫາງານຂອງສະຫະປະຊາຊາດ ສຳລັບຜູ້ລີ້ໄພໃນຕາເວັນອອກໃກ້ ທັງທີ່ເປັນໜ່ວຍງານທີ່ສະຫະລັດ ອາເມຣິກາຮ່ວມກໍ່ຕັ້ງ.

ຂະນະດຽວກັນ ທ່ານ ອັບບາສກ່າວຢ້ຳການເດີນໜ້າຄວາມພະຍາຍາມທາງການທູດຂອງປາເລສໄຕ ເພື່ອໃຫ້ໄດ້ຮັບການຍອມຮັບຈາກສະມັດຊາໃຫຍ່ ຂອງສະຫະປະຊາຊາດ ໃນຖານະລັດສະມາຊິກ ພາຍຫຼັງໄດ້ຮັບການຍອມຮັບຈາກສະມັດຊາໃຫຍ່ ໃນຖານະລັດຜູ້ສັງເກດການທີ່ບໍ່ແມ່ນສະມາຊິກ ເມື່ອເດືອນພະຈິກ ປີ 2012 ເປັນສະຖານະທີ່ທຽບເທົ່ານະວັດວາຕິກັນ ແລະ ກ່າວອີກວ່າ ນັບຕັ້ງແຕ່ປີ 1948 ເປັນຕົ້ນມາ ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຜ່ານມະຕິສະໜັບສະໜູນປາເລສໄຕແລ້ວ 86 ສະບັບ ແຕ່ບໍ່ເຄີຍມີການຍົກຄຳສັ່ງຈາກມະຕິໃດກໍ່ຕາມມາດຳເນີນການແມ່ນແຕ່ຄັ້ງດຽວ ແລະ ໃຫ້ເຫດຜົນວ່າ ນັ້ນເປັນເພາະມີການສະໜັບສະໜູນໃຫ້ອິດສະຣາແອນ ເປັນລັດເໜືອກົດໝາຍ.


ຖືເປັນຄັ້ງທຳອິດນັບຕັ້ງແຕ່ປີ 2009 ທີ່ຜູ້ນຳປາເລສໄຕໄດ້ກ່າວຖະແຫຼງຕໍ່ກອງປະຊຸມຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ເຖິງຢ່າງໃດກໍ່ຕາມ ທ່ານ ອັບບາສ ໄດ້ລຸກອອກຈາກຫ້ອງປະຊຸມທັນທີທີ່ກ່າວຖະແຫຼງຈົບລົງ ຮຽກສຽງວິພາກວິຈານຈາກທ່ານ ແດນນີ ດານອນ ເອກອັກຄະລັດຖະທູດອິດສະຣາແອນ ປະຈຳສະຫະປະຊາຊາດວ່າ ປາເລສໄຕເປັນຝ່າຍແລ່ນໜີ ຈາກຂະບວນການສັນຕິພາບ, ດ້ານທ່ານ ນາງ ນິກກີ ເຮລີ ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳສະຫະປະຊາຊາດ ກ່າວວ່າລັດຖະບານສະຫະລັດ ອາເມຣິກາ ພ້ອມ ແລະ ຍິນດີທີ່ຈະເຈລະຈາກັບປາເລສໄຕ ແຕ່ສະຫະລັດ ອາເມຣິກາ ຈະບໍ່ເປັນຝ່າຍແລ່ນຕາມ ຂະນະທີ່ມີການຕີຄວາມໝາຍວ່າ ພະຫຸພາຄີຂອງທ່ານ ອັບບາສນັ້ນ ບໍ່ໄດ້ຕ້ອງການໃຫ້ສະຫະລັດ ອາເມຣິກາເປັນສ່ວນໜຶ່ງ.


ເຊິ່ງຄວາມສຳພັນລະຫວ່າງປາເລສໄຕ ກັບ ອິດສະຣາແອນ ແລະ ສະຫະລັດ ອາເມຣິກາ ໄດ້ເຄັ່ງຕຶງຂຶ້ນຢ່າງຕໍ່ເນື່ອງ ນັບຕັ້ງແຕ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ປະກາດເມື່ອເດືອນທັນວາ 2017 ຮັບຮອງພື້ນທີ່ທັງໝົດຂອງນະຄອນເຢຣູຊາເລມໃຫ້ເປັນ ນະຄອນຫຼວງຂອງອິດສະຣາແອນແຕ່ພຽງຜູ້ດຽວ ທີ່ເປັນຕົວສ້າງກະແສການຕໍ່ຕ້ານສະຫະລັດ ອາເມຣິກາ ແລະ ອິດສະຣາແອນລຸກລາມໄປທົ່ວຕາເວັນອອກກາງ, ຂະນະທີ່ຫຼັງຈາກນັ້ນບໍ່ດົນ ສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ ໄດ້ຈັດປະຊຸມວາລະພິເສດ ລົງມະຕິດ້ວຍຄະແນນສຽງ 128 ຕໍ່ 9 ສຽງ ປະຕິເສດນະໂຍບາຍຮັບຮອງເຢຣູຊາເລມຂອງສະຫະລັດ ອາເມຣິກາ ແລະ ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດມີສຽງສ່ວນໃຫຍ່ 14 ສຽງ ປະກາດຈຸດຢືນແບບດຽວກັນ ເຊິ່ງໃນສ່ວນຂອງການລົງມະຕິໂດຍຄະນະມົນຕີຄວາມໝັ້ນຄົງ ມີພຽງສະຫະລັດ ອາເມຣິກາເທົ່ານັ້ນທີ່ໃຊ້ອຳນາດຢຸດຢັ້ງໃນຖານະສະມາຊິກຖາວອນ.




No comments

Powered by Blogger.