ພູໄຟຊິນາບຸງ ຍັງລະເບີດຮຸນແຮງຕໍ່ເນື່ອງ ອິນໂດເນເຊຍເຕືອນໄຟສູງສຸດ ໃນເລື່ອງການບິນຢູ່ບໍລິເວນດັ່ງກ່າວ - ອິດສະຫຼະ

ພູໄຟຊິນາບຸງ ຍັງລະເບີດຮຸນແຮງຕໍ່ເນື່ອງ ອິນໂດເນເຊຍເຕືອນໄຟສູງສຸດ ໃນເລື່ອງການບິນຢູ່ບໍລິເວນດັ່ງກ່າວ



ສຳນັກຂ່າວຕ່າງປະເທດລາຍງານ 21 ກຸມພາ 2018 ວ່າ: ກະຊວງຄົມມະນາຄົມຂອງອິນໂດເນເຊຍ ອອກຖະແຫຼງການເມື່ອວັນອັງຄານທີຜ່ານມາ ເລື່ອງການຍົກລະດັບເຕືອນໄພການບິນໂດຍຮອບເຂດພູໄຟຊິນາບຸງ ທາງຕອນເໜືອຂອງເກາະສຸມາດຕາເປັນສີແດງ ເຊິ່ງຖືເປັນຂັ້ນສູງສຸດ ຫຼັງຈາກທີ່ເກີດກຸ່ມຄວັນຕຶບໜາຈາກພູໄຟດັ່ງກ່າວທີ່ມີຄວາມສູງ 2,460 ແມັດ ລອຍຂຶ້ນສູງຈາກປາກພູໄຟເປັນໄລຍະທາງໄກກວ່າ 7 ກິໂລແມັດ ແລະ ເຖົ່າຖ່ານໄດ້ຕົກລົງປົກຄຸມທົ່ວບໍລິເວນໃກ້ຄຽງ ຖືເປັນການລະເບີດຂອງພູໄຟຄັ້ງຮຸນແຮງທີ່ສຸດໃນໂລກນັບຕັ້ງແຕ່ຕົ້ນປີນີ້.


ເຊິ່ງພູໄຟຊິນາບຸງໄດ້ລະເບີດຢ່າງຕໍ່ເນື່ອງ ໃນລະດັບຄົງທີ່ມາຕັ້ງແຕ່ປີ 2015, ໂດຍໄດ້ກັບມາລະເບີດອີກຄັ້ງພາຍຫຼັງດັບມອດໄປໄດ້ 4 ທົດສະວັດ ເມື່ອປີ 2010 ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ, ຕໍ່ມາການລະເບີດໃນປີ 2014 ເຮັດໃຫ້ປະຊາຊົນ 16 ຄົນເສຍຊີວິດ ແລະ ໃນປີ 2016 ເຮັດໃຫ້ປະຊາຊົນເສຍຊີວິດ 7 ຄົນ, ເຮັດໃຫ້ໜ່ວຍງານທີ່ກ່ຽວຂ້ອງທຸກແຫ່ງຂອງອິນໂດເນເຊຍຕ້ອງໄດ້ເພີ່ມຄວາມຕື່ນຕົວໃນການຕິດຕາມການປ່ຽນແປງຂອງພູໄຟດັ່ງກ່າວຢ່າງຕໍ່ເນື່ອງ ແລະ ຈົນເຖິງປັດຈຸບັນມີການອົບພະຍົບປະຊາຊົນໃນພື້ນທີ່ສ່ຽງແລ້ວຫຼາຍກວ່າ 30,000​ ຄົນ.



No comments

Powered by Blogger.