ສ.ອາເມຣິກາເປີດເຜີຍວ່າ ເກົາຫຼີເໜືອເປັນຝ່າຍຍົກເລີກທີ່ຈະພົບປະກັບຮອງຜູ້ນຳ ສ.ອາເມຣິກາ ທີ່ເກົາຫຼີໃຕ້ ພຽງ 2 ຊົ່ວໂມງສຸດທ້າຍ - ອິດສະຫຼະ

ສ.ອາເມຣິກາເປີດເຜີຍວ່າ ເກົາຫຼີເໜືອເປັນຝ່າຍຍົກເລີກທີ່ຈະພົບປະກັບຮອງຜູ້ນຳ ສ.ອາເມຣິກາ ທີ່ເກົາຫຼີໃຕ້ ພຽງ 2 ຊົ່ວໂມງສຸດທ້າຍ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 20 ກຸມພາ 2018 ວ່າ: ທ່ານ ນິດ ເອເຢີ ຫົວໜ້າຄະນະເຈົ້າໜ້າທີ່ຂອງທ່ານ ໄມ ເພນ ຮອງປະທານປະເທດສະຫະລັດ ອາເມຣິກາ ກ່າວເມື່ອວັນອັງຄານທີ່ຜ່ານມາວ່າ: ຕາມກຳນົດເດີມຮອງຜູ້ນຳສະຫະລັດ ອາເມຣິກາ ມີກຳນົດນັດໝາຍພົບປະຫາລືກັບທ່ານ ນາງ ຄິມ ໂຢ-ຈອງ ນ້ອງສາວຂອງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ແລະ ທ່ານ ຄິມ ຢອງ-ນຳ ປະທານສະພາປະຊາຊົນແຫ່ງຊາດເກົາຫຼີທີ່ເປັນຕົວແທນຂອງລັດຖະບານເກົາຫຼີເໜືອ ເມື່ອວັນທີ 10 ກຸມພາ 2018 ທີ່ຜ່ານມາ ທີ່ເມືອງພະຢອງຊັງ ຫຼື 1 ວັນ ພາຍຫຼັງຕົວແທນຂອງທັງສອງປະເທດໄດ້ຮ່ວມພິທີເປີດການແຂ່ງຂັນໂອລິມປິກລະດູໜາວ ທີ່ປຽງຊາງ ປະເທດເກົາຫຼີໃຕ້.

ເຖິງຢ່າງໃດກໍ່ຕາມ, ຄະນະຜູ້ແທນຂອງເກົາຫຼີເໜືອເປັນຝ່າຍຂໍຍົກເລີກກຳນົດການພຽງ 2 ຊົ່ງໂມງກ່ອນເຖິງເວລາ ເຊິ່ງທ່ານ ເອເຢີ ວິຈານວ່າລັດຖະບານເກົາຫຼີເໜືອເປັນຝ່າຍທຳລາຍຄວາມຕັ້ງໃຈ ຂອງທ່ານ ໄມ ເພນ ຮອງປະທານປະເທດສະຫະລັດ ອາເມຣິກາ ໃນການປະນີປະນອມກັບອີກຝ່າຍ ແລະ ຍັງຈະເປັນໂອກາດຂອງເກົາຫຼີເໜືອໃນການປະຊາສຳພັນນະໂຍບາຍໂຄສະນາຊວນເຊື່ອຂອງຕົນຜ່ານໂອລິມປິກລະດູໜາວໃນຄັ້ງນີ້.

ແຕ່ແນວໃດກໍ່ຕາມ ທ່າທີດັ່ງກ່າວຂອງເກົາຫຼີເໜືອແມ່ນ ເກີດຂຶ້ນພາຍຫຼັງທີ່ທ່ານ ໄມ ເພນ ຮອງປະທານປະເທດສະຫະລັດ ອາເມຣິກາປະນາມເກົາຫຼີເໜືອວ່າ ເປັນລັດຄາຕະກອນ ທີ່ຍັງຄົງມີການລະເມີດສິດທິມະນຸດຕໍ່ພົນລະເມືອງຂອງຕົນຢ່າງໜັກໜ່ວງ ແລະ ລັດຖະບານສະຫະລັດ ອາເມຣິກາຢູ່ລະຫວ່າງການກຽມມາດຕະການຂວໍ້າບາດຄັ້ງໃໝ່ ທີ່ຈະຮຸນແຮງກວ່າເກົ່າ, ຂະນະທີ່ລັດຖະບານເກົາຫຼີໃຕ້ສະຫງວນທ່າທີຕໍ່ການເປີດເຜີຍຂອງສະຫະລັດ ອາເມຣິກາໃນຄັ້ງນີ້.

ນອກຈາກນີ້, ທ່ານ ຊົງ ຢອງ-ມູ ລັດຖະມົນຕີກະຊວງປ້ອງກັນປະເທດຂອງເກົາຫຼີໃຕ້ ກ່າວວ່າຈະມີການປະກາດກຳນົດການຊ້ອມຮົບຄັ້ງໃໝ່ ຮ່ວມກັບພົນເອກ ເຈມ ແມັດທິສ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ພາຍໃນວັນທີ 18 ມີນາ 2018 ນີ້ ເຊິ່ງເປັນມື້ສຸດທ້າຍຂອງການແຂ່ງຂັນພາຣາລິມປິກລະດູໜາວ ແລະ ຈະບໍ່ເກີນພາຍໃນວັນທີ 31 ມີນາ 2018. ສ່ວນໃນດ້ານຂອງລັດຖະບານເກົາຫຼີເໜືອ ແມ່ນບໍ່ໄດ້ມີການທົດລອງຂີປະນາວຸດ ນັບຕັ້ງແຕ່ທ້າຍເດືອນພະຈິກ ປີທີ່ຜ່ານມາ.


No comments

Powered by Blogger.